Friday, October 18, 2024
Homeຂ່າວໜ້າໜຶ່ງອາຊຽນ-ສະຫະພາບເອີຣົບ ປຶກສາຫາລືຫຼາຍບັນຫາໃນການຕ້ານອາຊະຍາກໍາຂ້າມຊາດ

ອາຊຽນ-ສະຫະພາບເອີຣົບ ປຶກສາຫາລືຫຼາຍບັນຫາໃນການຕ້ານອາຊະຍາກໍາຂ້າມຊາດ

ໃນວາລະຂອງການດໍາເນີນກອງປະຊຸມເຈົ້າໜ້າທີ່ອາວຸໂສອາຊຽນວ່າດ້ວຍການຕ້ານອາຊະຍາກໍາຂ້າມຊາດຄັ້ງທີ 24 ໃນວັນທີ 28 ມິຖຸນາ 2024 ໄດ້ມີກອງປະຊຸມປຶກສາຫາລື ແລະ ແລກປ່ຽນບົດຮຽນລະຫວ່າງເຈົ້າໜ້າທີ່ອາວຸໂສອາຊຽນກັບສະຫະພາບເອີຣົບ ຕໍ່ກັບການພົວພັນຮ່ວມມືໃນການຕ້ານອາຊະຍາກໍາຂ້າມຊາດໂດຍການເປັນປະທານຮ່ວມຂອງຄະນະເຈົ້າໜ້າທີ່ອາວຸໂສອາຊຽນ ແລະ ສະຫະພາບເອີຣົບ.

ກອງປະຊຸມໃນຄັ້ງນີ້ ໄດ້ພ້ອມກັນປຶກສາຫາລື ແລະ ທົບທວນຄືນ ຜົນຂອງການຮ່ວມມືລະຫວ່າງອາຊຽນ ແລະ ສະຫະພາບເອີຣົບ ຕໍ່ກັບວຽກງານການຕ້ານອາຊະຍາກໍາຂ້າມຊາດໃນໄລຍະຜ່ານມາ, ພ້ອມນີ້ ກໍໄດ້ມີການແລກປ່ຽນຄໍາຄິດຄໍາເຫັນ ແລະ ກໍານົດທິດທາງແຜນການຮ່ວມມືໃນຕໍ່ໜ້າ ເປັນຕົ້ນແມ່ນການຮ່ວມມືສະກັດກັ້ນບັນຫາຢາເສບຕິດ, ການກໍ່ການຮ້າຍ, ການຄ້າມະນຸດ, ການລັກລອບຄ້າຂາຍອາວຸດເສິກ, ອາຊະຍາກໍາທາງເສດຖະກິດ, ການຟອກເງີນ, ອາຊະຍາກໍາທາງຄອມພິວເຕີ, ການໂຈລະກໍາທາງທະເລ, ການຄ້າຂາຍສັດປ່າ ແລະ ໄມ້ຫວງຫ້າມ ແລະ ການລັບລອບນໍາຄົນເຂົ້າ-ອອກເມືອງ.

ໃນກອງປະຊຸມໃນຄັ້ງນີ້, ບັນດາຜູ້ແທນທີ່ເຂົ້າຮ່ວມໄດ້ຍົກສູງຄວາມຮັບຜິດຊອບຕໍ່ການຄົ້ນຄ້ວາບັນຫາທີ່ສໍາຄັນ ເພື່ອເຮັດໃຫ້ການພົວພັນຮ່ວມມືລະຫວ່າງອາຊຽນ ແລະ ສະຫະພາບເອີຣົບ ໃນການສະກັດກັ້ນ ແລະ ຕ້ານອາຊະຍາກໍາຂ້າມຊາດ ມີປະສິດທິພາບສູງຂຶ້ນ, ແນ່ໃສເຮັດໃຫ້ທັງສອງພາກພື້ນ ແລະ ສາກົນ ມີຄວາມສະຫງົບປອດໄພ ແລະ ເປັນລະບຽບຮຽບຮ້ອຍ ເຊີ່ງຈະເປັນການສ້າງເງືອນໄຂເຮັດໃຫ້ການພັດທະນາເສດຖະກິດ-ສັງຄົມ ມີການຂະຫຍາຍຕົວຢ່າງຮອບດ້ານ.

ຂ່າວ: ກົມສື່ມວນຊົນ ປກສ

ພາບ: ຄຳໂຖ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments