Saturday, October 19, 2024
Homeຂ່າວຕ່າງປະເທດຣັດເຊຍ ລົງນາມໃນຂໍ້ຕົກລົງສະໜອງນ້ຳມັນອາຍແກັດໃຫ້ແກ່ອີຣານ

ຣັດເຊຍ ລົງນາມໃນຂໍ້ຕົກລົງສະໜອງນ້ຳມັນອາຍແກັດໃຫ້ແກ່ອີຣານ

ວິທະຍຸ ກະຈາຍສຽງ ແຫ່ງຊາດ ຫວຽດນາມ, ກຸ່ມບໍລິສັດ ນ້ຳມັນ ອາຍແກັດ Gazprom ຂອງ ຣັດເຊຍ ໄດ້ລົງນາມ ໃນບົດບັນທຶກ ຊ່ວຍຈຳ (MoU) ຍຸດທະສາດ ກັບບໍລິສັດ ນ້ຳມັນ ອາຍແກັດ ແຫ່ງຊາດ ອີຣານ (NIGC) ກ່ຽວກັບ ການສະໜອງ ນ້ຳມັນ ອາຍແກັດ ທຳມະຊາດ ຜ່ານທໍ່ສົ່ງໃຫ້ ອີຣານ. ພາຍຫລັງ Gazprom ຊີ້ແຈ້ງວ່າ: ທັງສອງຝ່າຍ ລົງນາມ ໃນຂໍ້ຕົກລົງ MoU ເພື່ອພ້ອມກັນຈັດບັນດາການເຄື່ອນໄຫວ ສະໜອງນ້ຳມັນ ອາຍແກັດ ທຳມະຊາດຈາກ ຣັດເຊຍ ໄປຍັງ ອີຣານ, ດ້ວຍຄວາມປາດຖະໜາ ຢາກພັດທະນາ ການຮ່ວມມື ທີ່ຕ່າງຝ່າຍຕ່າງ ຕ່າງມີຜົນປະໂຫຍດ ອັນຍາວນານ ໃນອະນາຄົດ. ໃນເຫດການໜຶ່ງ ທີ່ກ່ຽວຂ້ອງ ເມື່ອບໍ່ດົນມານີ້ ໃນການຕອບສຳພາດ ຕໍ່ສຳນັກຂ່າວສານ ISNA (ອີຣານ), ທ່ານ ອາເລັກຊີ ເດໂດຟ(Alexey Dedov )ເອກອັກ ຄະລັດຖະທູດ ຣັດເຊຍ ປະຈຳ ອີຣານ ໃຫ້ຮູ້ວ່າ ສັນຍາ ຮ່ວມມື ຮອບດ້ານ ລະຫວ່າງ ຣັດເຊຍ – ອີຣານ ພວມຢູ່ໃນໄລຍະສຸດທ້າຍ ແລະ ຍັງມີພຽງແຕ່ ບັນຫາ ດ້ານເຕັກນິກ ທີ່ຕ້ອງໄດ້ແກ້ໄຂ ເທົ່ານັ້ນ. ການລົງນາມໃນຂໍ້ຕົກລົງ ສະບັບນີ້ ຈະດຳເນີນ ພາຍໃຕ້ ການປົກຄອງ ຂອງລັດຖະບານ ຊຸດທີ 14 ຂອງ ອີຣານ, ພາຍຫລັງ ປະເທດນີ້ ປະຕິບັດ ສຳເລັດ ການເລືອກຕັ້ງ ປະທານາທິບໍດີ ເຊິ່ງຄາດວ່າ ຈະດຳເນີນ ໃນວັນທີ 28 ມິຖຸນານີ້.

(ບັນນາທິການຂ່າວ: ຕ່າງປະເທດ)

ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments