Saturday, October 19, 2024
Homeຂ່າວການເມືອງຜູ້ວ່າການ ທຫລ ສະເໜີການປັບປຸງຮ່າງກົດໝາຍວ່າດ້ວຍການຕ້ານສະກັດກັ້ນການຟອກເງິນ ແລະ ການສະໜອງທຶນໃຫ້ແກ່ການກໍ່ການຮ້າຍ

ຜູ້ວ່າການ ທຫລ ສະເໜີການປັບປຸງຮ່າງກົດໝາຍວ່າດ້ວຍການຕ້ານສະກັດກັ້ນການຟອກເງິນ ແລະ ການສະໜອງທຶນໃຫ້ແກ່ການກໍ່ການຮ້າຍ

ກອງປະຊຸມສະໄໝສາມັນເທື່ອທີ 7 ຂອງສະພາແຫ່ງຊາດຊຸດທີ IX ໃນວັນທີ 27 ມິຖຸນານີ້, ທ່ານ ບຸນເຫຼືອ ສິນໄຊວໍຣະວົງ ຜູ້ວ່າການທະນາຄານແຫ່ງ ສປປ ລາວ (ທຫລ) ໄດ້ຂຶ້ນສະເໜີກ່ຽວກັບການປັບປຸງຮ່າງກົດໝາຍວ່າດ້ວຍການຕ້ານສະກັດກັ້ນການຟອກເງິນ ແລະ ການສະໜອງທຶນໃຫ້ແກ່ການກໍ່ການຮ້າຍ (AML/CFT), ພາຍໃຕ້ການເປັນປະທານຂອງທ່ານ ທ່ານ ພົນໂທ ສຸວອນ ເລືອງບຸນມີ ຮອງປະທານສະພາແຫ່ງຊາດ.

ທ່ານ ບຸນເຫຼືອ ສິນໄຊວໍຣະວົງ ໄດ້ສະເໜີວ່າ: ອີງຕາມການປັບປຸງນິຍາມດັ່ງກ່າວຂອງສາກົນ ແລະ ສະພາບເສດຖະກິດ-ສັງຄົມ ຂອງ ສປປ ລາວ ທີ່ກຳລັງຂະຫຍາຍຕົວໃນໄລຍະຜ່ານມາເຫັນວ່າ ການກຳນົດນິຍາມກ່ຽວກັບ ການກະທໍາຜິດ, ການຟອກເງິນ, ການກະທໍາທີ່ເປັນການກໍ່ການຮ້າຍ, ການສະໜອງທຶນໃຫ້ແກ່ການແຜ່ເຜີຍອາວຸດທໍາລາຍລ້າງ, ການເກີດຂຶ້ນ ທຸລະກິດໃໝ່-ການປັບປ່ຽນຊື່ທຸລະກິດໃໝ່ ຂອງຂະແໜງທີ່ນອນໃນຫົວໜ່ວຍທີ່ມີ

ໜ້າທີ່ລາຍງານບໍ່ທັນຄົບຖ້ວນເທົ່າທີ່ຄວນ; ການກໍານົດຫຼັກການໃນການຄຸ້ມຄອງວຽກງານ AML/CFT ຂອງ ສປປ ລາວ ຍັງບໍ່ກວມເອົາ ມາດຕະຖານໃໝ່ຂອງສາກົນເຊັ່ນ: ບໍ່ທັນກຳນົດຜູ້ຄຸ້ມຄອງວຽກງານການຕ້ານການສະໜອງທຶນໃຫ້ແກ່ການແຜ່ຜາຍອາວຸດທໍາລາຍລ້າງ, ຍັງບໍ່ທັນກຳນົດກ່ຽວກັບຮູບແບບ ຫຼື ການໃຫ້ບໍລິການດ້ວຍເຕັກໂນໂລຊີແບບໃໝ່ ໂດຍສະເພາະ ການຊື້-ຂາຍ ຊັບສິນດີຈີຕອນ; ຜົນການປະເມີນວຽກງານ AML/CFT ຄັ້ງທີ 2 ຂອງ ສປປ ລາວ ໄດ້ສະຫຼຸບບັນດາຂໍ້ຄົງຄ້າງທີ່ຕິດພັນກັບກົດໝາຍວ່າດ້ວຍ AML/CFT ທີ່ບໍ່ທັນຄົບຖ້ວນ-ສອດຄ່ອງກັບຫຼັກການສາກົນ ແລະ ການຈັດຕັ້ງປະຕິບັດວຽກດັ່ງກ່າວໃນໄລຍະໃໝ່, ໂຄງປະກອບ ແລະ ບາງເນື້ອໃນສໍາຄັນຂອງຮ່າງກົດໝາຍສະບັບເກົ່າມີ VII ພາກ, 7 ໝວດ ແລະ 73 ມາດຕາ). ສໍາລັບການປັບປຸງໃນຄັ້ງນີ້ໄດ້ມີການປັບປຸງ 44 ມາດຕາ, ຮັກສາໄວ້ 9 ມາດຕາ, ເພີ່ມໃໝ່ 7 ມາດຕາ ແລະ ຕັດອອກ 13 ມາດຕາ.

ພາຍຫຼັງຮ່າງກົດໝາຍສະບັບນີ້ໄດ້ຮັບການຮັບຮອງຈະມີຜົນໄດ້ຮັບເປັນຕົ້ນ: ສະກັດກັ້ນ ແລະ ຫຼຸດຜ່ອນ ປະກົດການຫຍໍ້ທໍ້ທີ່ຕິດພັນກັບວຽກງານ AML/CFT ໂດຍຜ່ານການຮັບບົດລາຍງານທຸລະກຳທີ່ໜ້າສົງໄສວ່າເປັນການຟອກເງິນ ແລະ ລາຍງານອື່ນໆ; ລະດັບການປົກປ້ອງຫົວໜ່ວຍທີ່ມີໜ້າທີ່ລາຍງານ ຈາກອາຊະຍາກຳທາງດ້ານການເງິນທີ່ສູງຂຶ້ນ, ຈະເພີ່ມຄວາມເຊື່ອໝັ້ນຕໍ່ລະບົບເສດຖະກິດ-ການເງິນຂອງນັກລົງທຶນ ແລະ ນໍາໄປສູ່ການເຕີບໂຕທີ່ດີຂຶ້ນຂອງພາກທຸລະກິດ. ນອກຈາກນີ້, ຈະເຮັດໃຫ້ມີບ່ອນອີງດ້ານນິຕິກຳໃນການຄຸ້ມຄອງ, ຕິດຕາມກວດກາ ການເຄື່ອນໄຫວວຽກງານ AML /CFT ມີຄວາມເຂັ້ມແຂງ ແລະ ມີປະສິດທິຜົນ ແລະ ຊ່ວຍເຮັດໃຫ້ລະບົບການເງິນຂອງ ສປປ ລາວ ມີຄວາມສົມດຸນຂຶ້ນກວ່າເກົ່າ ແລະ ສາມາດເຊື່ອມໂຍງກັບພາກພື້ນ ແລະ ສາກົນ.

(ຂ່າວ-ພາບ: ບຸນອູ້ມ)

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments