Thursday, September 19, 2024
Homeຂ່າວຕ່າງປະເທດໂລກພວມປະເຊີນໜ້າກັບອາກາດຮ້ອນຢ່າງຮ້າຍແຮງ

ໂລກພວມປະເຊີນໜ້າກັບອາກາດຮ້ອນຢ່າງຮ້າຍແຮງ

ວິທະຍຸກະຈາຍສຽງຫວຽດນາມລາຍງານວ່າ: ສະພາບອາກາດຮ້ອນອົບເອົ້າພວມກວມເອົາຫຼາຍນະຄອນຢູ່ 4 ທະວີບໃນໂລກ ໃນສະພາບທີ່ເຄິ່ງຂົ້ວໂລກເໜືອກ້າວເຂົ້າສູ່ລະດູແລ້ງ. ສະພາບການນີ້ໄດ້ກໍ່ໃຫ້ເກີດຄວາມວິຕົກກັງວົນກ່ຽວກັບລະດັບສະຖິຕິໃໝ່ຂອງອຸນຫະພູມ ຊຶ່ງອາດຈະສູງກວ່າອຸນຫະພູມ ລະດູແລ້ງປີ 2023.

ຂ່າວລະບຸວ່າ: ຕາມອົງການບໍລິຫານຊັ້ນບັນຍາກາດ ແລະ ມະຫາສະໝຸດແຫ່ງຊາດ ອາເມຣິກາ, ບັນດາປະເທດ ເມດີເຕີເຣນຽນ ຕ້ອງປະເຊີນກັບສະພາບອາກາດທີ່ຮ້ອນອົບເອົ້າ, ເຮັດໃຫ້ໄຟໄໝ້ປ່າ ຢູ່ ປັອກຕຸຍການ, ເກຣັກ ແລະ ລຽບຕາມຫາດຊາຍທະເລອາເຊີຣີ ທາງທິດເໜືອອາຟຣິກາ.

ນັບແຕ່ກ້າວເຂົ້າສູ່ລະດູແລ້ງຢ່າງເປັນທາງການ, ເອີຣົບ ໄດ້ມີຜູ້ເສຍຊີວິດຍ້ອນສະພາບອາກາດຮ້ອນ. ອາກາດຮ້ອນຜິດປົກກະຕິທີ່ແກ່ຍາວເວລາປະມານ 1 ອາທິດ ໄດ້ເຮັດໃຫ້ນັກທ່ອງທ່ຽວຕ່າງປະເທດ 3 ຄົນເສຍຊີວິດຢູ່ ເກຣັກ. ສ່ວນຢູ່ ແຊກບີ, ນັກຊ່ຽວຊານອຸຕຸນິຍົມແຫ່ງຊາດ ໃຫ້ຮູ້ວ່າ: ອຸນຫະພູມຈະເພີ່ມຂຶ້ນປະມານ 40 ອົງສາ ໃນອາທິດນີ້.

ຕາມອົງການດິນຟ້າອາກາດແຫ່ງຊາດ ອາເມຣິກາ ແລ້ວ, ບັນດາເຂດຢູ່ພາກກາງຕາເວັນຕົກ ແລະ ທາງທິດຕາເວັນອອກສ່ຽງເໜືອຂອງ ອາເມຣິກາ ກໍພວມມີອາກາດຮ້ອນຢ່າງຮ້າຍແຮງ ຊຶ່ງເຮັດໃຫ້ເຈົ້າໜ້າທີ່ຕ້ອງປະກາດສະພາບອາກາດທີ່ຮ້ອນອົບເອົ້າອາດຈະເປັນອັນຕະລາຍຕໍ່ສຸຂະພາບຂອງປະຊາຊົນ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments