Thursday, September 19, 2024
Homeຂ່າວຕ່າງປະເທດຫວຽດນາມ - ອາເມຣິກາ ຜັນຂະຫຍາຍຂອບເຂດການພົວພັນຮ່ວມມື

ຫວຽດນາມ – ອາເມຣິກາ ຜັນຂະຫຍາຍຂອບເຂດການພົວພັນຮ່ວມມື

ວິທະຍຸກະຈາຍສຽງຫວຽດນາມລາຍງານວ່າ: ເມື່ອບໍ່ດົນມານີ້ ທີ່ສຳນັກງານກະຊວງການຕ່າງປະເທດ ຫວຽດນາມ, ທ່ານ ບຸຍແທັງເຊີນ ລັດຖະມົນຕີການຕ່າງປະເທດ ຫວຽດນາມ ໄດ້ຕ້ອນຮັບ ທ່ານ ແດນຽນ ຄຣີເທນບິ້ງ ຜູ້ຊ່ວຍວຽກລັດຖະມົນຕີການຕ່າງປະເທດ ອາເມຣິກາ ເນື່ອງໃນໂອກາດຢ້ຽມຢາມ ແລະ ເຮັດວຽກຢູ່ ຫວຽດນາມ.

ໃນການຕ້ອນຮັບ, ທ່ານ ບຸຍແທັງເຊີນ ແລະ ທ່ານ ແດນຽນ ຄຣີເທນບິ້ງ ໄດ້ແລກປ່ຽນກ່ຽວກັບບັນດາມາດຕະການລະອຽດ ເພື່ອຜັນຂະຫຍາຍຂອບເຂດການພົວພັນໃໝ່ໃນໄລຍະຈະມາເຖິງ ຢ່າງມີປະສິດທິຜົນ. ໃນນັ້ນເຫັນດີເປັນເອກະພາບກັນກ່ຽວກັບການເພີ່ມທະວີການພົບປະ ແລະ ແລກປ່ຽນຄະນະຜູ້ແທນຂັ້ນສູງ, ຮັກສາທ່າພັດທະນາການຮ່ວມມືດ້ານເສດຖະກິດ – ການຄ້າ – ການລົງທຶນ, ແກ້ໄຂຜົນຮ້າຍຢ້ອນຫຼັງຈາກສົງຄາມ, ຮັບມືກັບການປ່ຽນແປງຂອງດິນຟ້າອາກາດ…ພ້ອມທັງຊຸກຍູ້ບັນດາຂົງເຂດຮ່ວມມືທີ່ຫາກໍພົ້ນເດັ່ນຂຶ້ນຄື: ນະວັດຕະກຳ, ເຄິ່ງຊັກນຳໄຟຟ້າ, ຫັນເປັນພະລັງງານສະອາດ.

ໃນຂອບເຂດການຢ້ຽມຢາມ, ທ່ານ ແດນຽນ ຄຣີເທນບິ້ງ ໄດ້ເຮັດວຽກກັບທ່ານ ຮ່າກິມງອກ ຮອງລັດຖະມົນຕີການຕ່າງປະເທດ ຫວຽດນາມ ເພື່ອແລກປ່ຽນກ່ຽວກັບບັນດາບັນຫາໃນຂອບເຂດຄູ່ຮ່ວມມືຍຸດທະສາດຮອບດ້ານ ຫວຽດນາມ – ອາເມຣິກາ ແລະ ບັນດາບັນຫາຕ່າງຝ່າຍຕ່າງມີຄວາມສົນໃຈ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments