Friday, September 20, 2024
Homeຂ່າວຕ່າງປະເທດຢູນີເຊັບ ຈະສືບຕໍ່ຮ່ວມມືກັບ ສປ ຈີນ ເພື່ອຍົກລະດັບສຸຂະພາບ-ການພັດທະນາເດັກ

ຢູນີເຊັບ ຈະສືບຕໍ່ຮ່ວມມືກັບ ສປ ຈີນ ເພື່ອຍົກລະດັບສຸຂະພາບ-ການພັດທະນາເດັກ

ວິທະຍຸສາກົນ ແຫ່ງ ສປ ຈີນ, ທ່ານ ກິດຕີ ວັນ ເດີ ເຮດເດນ, ຮອງຫົວໜ້າປະຕິບັດງານກອງທຶນເພື່ອເດັກນ້ອຍຂອງອົງການ ສະຫະປະຊາຊາດ ຫລື UNICEF ພ້ອມດ້ວຍຄະນະ ໄດ້ເດີນທາງໄປເຖິງເມືອງປົກຄອງຕົນເອງ ເຜົ່າຕິເບດທຽນຈູ້ ນະຄອນອູເວີ່ຍ ແຂວງກ່ານຊູ້ ຂອງ ສປ ຈີນ ເມື່ອບໍ່ດົນມານີ້ເພື່ອສຳຫລວດໂຄງການທີ່ກ່ຽວຂ້ອງທີ່ UNICEF ຮ່ວມມືກັບ ສປ ຈີນ. ທ່ານ ກິດຕີ ວັນ ເດີ ເຮດເດນ ໄດ້ກ່າວວ່າ: ໂດຍພິຈາລະນາ ເຖິງປາກົດການ ທີ່ອຸນຫະພູມ ສູງຂຶ້ນ ຜິດປົກກະຕິ, ໄພນ້ຳຖ້ວນ, ໄພແຫ້ງແລ້ງ ແລະ ອື່ນໆ ທີ່ເກີດຂຶ້ນໃນທົ່ວໂລກ ໄດ້ສົ່ງຜົນກະທົບຕໍ່ສຸຂະພາບ ແລະ ການພັດທະນາຂອງເດັກ, ການຮ່ວມມືກັບ ສປ ຈີນ ຂອງ UNICEF ຈະເປັນສິ່ງທີ່ເປັນຂໍກະແຈສຳຄັນໃນການຮັບມືກັບສິ່ງທ້າທາຍຈາກດິນຟ້າອາກາດ ແລະ ຮັບປະກັນການຢູ່ລອດ ພ້ອມທັງການພັດທະນາຂອງເດັກ ໃນບໍ່ເທົ່າໃດປີຂ້າງໜ້ານີ້.

ໂຄງການຄວາມປອດໄພຂອງເດັກແດງ ທີ່ ສປ ຈີນ ຮ່ວມມືກັບ UNICEF ຈະສ້າງປະໂຫຍດໃຫ້ແກ່ເດັກແດງຈຳນວນ 3 ລ້ານກວ່າຄົນ ຂອງ ສປ ຈີນ; ໂຄງການອົບຮົມຄວາມສາມາດໃນການໃຫ້ຄຳແນະນຳດ້ານການໃຫ້ທາດບຳລຸງແກ່ເດັກຈະສ້າງປະໂຫຍດໃຫ້ແກ່ເດັກທີ່ມີອາຍຸ ລະຫວ່າງ 0-2 ປີຈຳນວນ 5 ລ້ານກວ່າຄົນ ຂອງ ສປ ຈີນ; ໂຄງການພັດທະນາໄລຍະຕົ້ນ ສຳລັບເດັກ ໃນຂັ້ນຮາກຖານຈະສະໜອງການບໍລິການໃຫ້ແກ່ເດັກທີ່ມີອາຍຸ 3 ປີລົງມາ ຈຳນວນ 17 ກວ່າລ້ານຄົນ ພ້ອມດ້ວຍຄອບຄົວຂອງເຂົາເຈົ້າ.

(ບັນນາທິການຂ່າວ: ຕ່າງປະເທດ)

ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments