Friday, September 20, 2024
Homeຂ່າວພາຍໃນສປປ ລາວ ຈະມີສູນຄຸ້ມຄອງ ແລະ ບໍລິການຂໍ້ມູນດາວທຽມ ແຫ່ງຊາດ

ສປປ ລາວ ຈະມີສູນຄຸ້ມຄອງ ແລະ ບໍລິການຂໍ້ມູນດາວທຽມ ແຫ່ງຊາດ

ກະຊວງເຕັກໂນໂລຊີ ແລະ ການສື່ສານ ຮ່ວມກັບ ບໍລິສັດ ດາວທຽມເຕັກໂນໂລຊີ ຈໍາກັດໄດ້ຈັດພິທີເຊັນສັນຍາ ວ່າດ້ວຍການຮ່ວມມືສ້າງສູນຄຸ້ມຄອງ ແລະ ບໍລິການຂໍ້ມູນດາວທຽມ ແຫ່ງຊາດ ຂຶ້ນໃນວັນທີ 21 ມິຖຸນາ ຜ່ານ​ມາ ທີ່ ຫໍປະຊຸມແຫ່ງຊາດ ນະ ຄອນຫຼວງວຽງຈັນ.

ຮ່ວມລົງນາມ​ໂດຍ ທ່ານ ວິໄລສອນ ບຸບຜາລັດ ຫົວໜ້າກົມເຕັກໂນໂລຊີ ແລະ ນະວັດຕະກຳ ກະຊວງເຕັກໂນໂລຊີ ແລະ ທ່ານ ຊູ ລິນລິນ (XU LIN LIN) ຜູ້ອໍານວຍການ ບໍລິສັດດາວທຽມເຕັກໂນໂລຊີ ຈໍາກັດ, ໂດຍມີ ທ່ານ ບໍ່ວຽງຄໍາ ວົງດາລາ ລັດຖະ ມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ, ມີຮອງລັດຖະມົນຕີ, ພ້ອມດ້ວຍພະນັກ ງານທີ່ກ່ຽວຂ້ອງທັງ​ສອງ​ຝ່າຍເຂົ້າຮ່ວມເປັນ​ສັກ​ຂີ​ພິ​ຍານ.

ທ່ານ ວິໄລສອນ ບຸບຜາລັດ ກ່າວວ່າ: ​ການ​ເຊັນ​ສັນ​ຍາ​ໃນ​ຄັ້ງ​ນີ້ ມີຈຸດປະສົງ ເພື່ອແນໃສ່ພັດທະນາວຽກງານບໍລິການຂໍ້ມູນດາວທຽມໃຫ້ແກ່ສັງຄົມ ທັງພາກລັດ ແລະ ເອກະຊົນ ເຂົ້າໃນການເຊື່ອມໂຍງ ແລະ ເຊື່ອມຈອດເຄືອຂ່າຍທາງດ້ານເຕັກໂນໂລຊີດາວທຽມ ໃຫ້ມີຄວາມສະດວກວ່ອງໄວ, ມີຄຸນນະພາບ, ລວມສູນ ແລະ ເພີ່ມປະສິດ ທິພາບການຄຸ້ມຄອງລັດ.

ເນື້ອໃນສັນຍາທີ່ລົງນາມຮ່ວມກັນໃນຄັ້ງນີ້ ປະກອບມີ: 1) ສ້າງຕັ້ງສະຖານີ ດາວທຽມ BEIDOU ພາກພື້ນດິນ ພ້ອມດ້ວຍໂຄງລ່າງພື້ນຖານທັງໝົດ ຢູ່ເມືອງວັງວຽງ ແຂວງວຽງຈັນ ໃນເນື້ອທີ່ 10 ເຮັກຕາ ພ້ອມດ້ວຍໜ່ວຍບໍລິການ ຕັ້ງຢູ່ບ້ານດອນຕິ້ວ ເມືອງໄຊທານີ ນະຄອນຫຼວງວຽງຈັນ ໃນເນື້ອທີ່ 4 ເຮັກຕາ; 2) ສ້າງຊັບພະຍາ ກອນມະນຸດໄລຍະສັ້ນ, ໄລຍະກາງ ແລະ ໄລຍະຍາວດ້ານເຕັກໂນໂລຊີອາວະກາດ; 3) ໃຫ້ບໍລິການຂໍ້ມູນດ້ານເຕັກໂນໂລຊີອາວະກາດແກ່ສັງຄົມ, ໃຫ້ບໍລິການສ້າງລະບົບແຜນທີ່, ສ້າງສູນ Remote sensing, ສູນ GIS, ສູນ GNSS ແລະ ໃຫ້ການບໍລິການຂໍ້ມູນດາວທຽມBEIDOU; 4) ການບໍລິການມືຖືຜ່ານດາວທຽມ; 5) ບໍລິການເຕືອນໄພພິບັດທາງທຳມະຊາດໂດຍນຳໃຊ້ເຕັກໂນໂລຊີ ຂໍ້ມູນພາບຖ່າຍດາວທຽມ, ສ້າງສະຖານີກວດກາສະພາບອາກາດຢູ່ບັນດາເຂື່ອນໄຟຟ້າ ເພື່ອສະໜອງຂໍ້ມູນດ້ານອາກາດໃຫ້ແກ່ເຂື່ອນໄຟຟ້າຕ່າງໆ; 6) ການນຳໃຊ້ເຕັກໂນໂລຊີດາວທຽມ ເຂົ້າໃນການສໍາຫຼວດບໍ່ແຮ່ໂດຍຫັນການສຳຫຼວດບໍ່ແຮ່ເປັນລະບົບດີຈີຕອນ ທີ່ທັນສະໄໝ ພ້ອມດ້ວຍກຳນົດເຂດສຳປະທານບໍ່ແຮ່; 7) ການນຳໃຊ້ດາວທຽມເຂົ້າໃນການບໍລິຫານຕົວເມືອງອັດສະລິຍະ; ນໍາໃຊ້ພາບຖ່າຍດາວທຽມໃນການຄຸ້ມຄອງການນໍາໃຊ້ທີ່ດິນ, ການປົກປັກຮັກສາສິ່ງແວດລ້ອມ, ການສໍາຫຼວດເນື້ອທີ່ປູກເຂົ້າ, ຢາງພາລາ, ມັນຕົ້ນ, ອ້ອຍ, ເນື້ອທີ່ນໍ້າຖ້ວມ, ເນື້ອທີ່ໄຟໄໝ້ປ່າ ແລະ ອື່ນໆ; ແລະ 9) ຄຸ້ມຄອງການດູດແຮ່ຊາຍຕາມລຳນ້ຳຕ່າງໆ ຊຶ່ງພາຍຫຼັງເຊັນສັນຍາສະບັບນີ້ແລ້ວ ແມ່ນຈະໄດ້ເລີ່ມຕົ້ນຈັດຕັ້ງປະຕິບັດໃນກາງປີ 2024.

(ຂ່າວ-ພາບ: ແສງຈັນ)

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments