Friday, September 20, 2024
Homeທ່ອງທ່ຽວໝົດເດືອນນີ້ ຈະເປີດໃຫ້ນັກທ່ອງທ່ຽວເຂົ້າມາທ່ຽວອ່າງນ້ຳງື່ມ 1

ໝົດເດືອນນີ້ ຈະເປີດໃຫ້ນັກທ່ອງທ່ຽວເຂົ້າມາທ່ຽວອ່າງນ້ຳງື່ມ 1

ບໍລິສັດຄຳຟອງກຣຸບຈຳກັດຜູ້ດຽວ ເຊິ່ງເປັນບໍລິສັດຮັບເໝົາໂຄງການພັດທະນາພື້ນຖານໂຄງລ່າງ ແລະ ສິ່ງອຳນວຍຄວາມສະ ດວກ ຢູ່ອ່າງນ້ຳງື່ມ 1 ເມືອງແກ້ວອຸດົມ ແຂວງວຽງຈັນ ກຳລັງຂຸ້ນ ຂ້ຽວກໍ່ສ້າງ ແລະ ຈັດຕັ້ງປະຕິບັດ ບັນດາໜ້າວຽກໃຫ້ໄດ້ຕາມແຜນການທີ່ວາງໄວ້.

ທ່ານ ຄຳຟອງ ພັນປະດິດ ປະທານບໍລິສັດ ຄຳຟອງກຣຸບ ຈຳກັດຜູ້ດຽວ ໄດ້ລາຍງານຕໍ່ສື່ມວນຊົນແຂວງວຽງຈັນ ໃນເມື່ອວັນທີ 22 ມິຖຸນາ 2024 ນີ້ວ່າ: ການຈັດຕັ້ງປະຕິບັດໂຄງການມາຮອດປັດຈຸບັນນີ້ແມ່ນສຳເລັດແລ້ວ 92% ຫນ້າວຽກປະຈຸບັນນີ້ແມ່ນກຳລັງກໍ່ສ້າງເຂດມາລີນາ ເປັນຕົ້ນແມ່ນ: ກຳລັງກໍ່ສ້າງກັນເຈື່ອນ, ປູ່ທາງຄອນກຣີດ, ກຳລັງສ້າງປະຕູຕ້ອນຮັບ, ກຳລັງໂບກ ແລະ ຕິດກະໂລ້ອາຄານຮ້ານຄ້າ,ອີກປະມານ 4-5 ມື້ໃນຕໍ່ໜ້າ ຈະ ໃຫ້ສຳເລັດບັນດາໜ້າວຽກດັ່ງກ່າວ, ໃຫ້ຍັງເຫຼືອພຽງແຕ່ວຽກຕົບແຕ່ງ, ວຽກປ້າຍ ແລະ ວຽກເກັບສີ.

ຕາມແຜນຄາດວ່າໝົດເດືອນນີ້ ຈະໃຫ້ສຳເລັດ 98 % ແລະຈະໄດ້ຈັດພິທີມອບ-ຮັບໂຄງການ, ພ້ອມທັງເປີດໃຫ້ນັກທ່ອງ ທ່ຽວເຂົ້າມາທ່ຽວອ່າງນ້ຳງື່ມ 1.

ຂ່າວ: ບຸນມາ ແກ້ວບຸດດາ

ພາບ: ຄຳຂຽນ ພົມມີໄຊ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments