Friday, September 20, 2024
Homeຂ່າວກິລາມວນຊົນຊາວເມືອງວັງວຽງ ເກືອບ 2 ພັນຄົນ ຮ່ວມກິດຈະກຳແລ່ນ-ຍ່າງ ສະຫຼອງວັນໂອແລມປິກສາກົນ ຄົບຮອບ 130 ປີ ຢ່າງຟົດຟື້ນ

ມວນຊົນຊາວເມືອງວັງວຽງ ເກືອບ 2 ພັນຄົນ ຮ່ວມກິດຈະກຳແລ່ນ-ຍ່າງ ສະຫຼອງວັນໂອແລມປິກສາກົນ ຄົບຮອບ 130 ປີ ຢ່າງຟົດຟື້ນ

ພະນັກງານ, ຄູອາຈານ, ນ້ອງນ້ອຍນັກຮຽນ ແລະ ພໍ່ແມ່ປະຊາຊົນຊາວເມືອງວັງວຽງ ແຂວງວຽງຈັນ ເກືອບ 2 ພັນຄົນ ເຂົ້າຮ່ວມກິດຈະກຳແລ່ນ-ຍ່າງ ເພື່ອສ້າງຂະບວນການຂ່ຳນັບຮັບຕ້ອນ ແລະ ສະເຫຼີມສະຫຼອງວັນໂອແລມປິກສາກົນ ຄົບຮອບ 130 ປີ (23 ມິຖຸນາ 1894-23 ມິຖຸນາ 2024) ໃຫ້ມີບັນຍາ ກາດຟົດຟື້ນ, ເບີກບານມ່ວນຊື່ນ ແລະ ມີຄວາມໝາຍສຳຄັນເລິກເຊິ່ງ.

ກິດຈະກຳສະເຫຼີມສະຫຼອງວັນໂອແລມປິກສາກົນໃນຄັ້ງນີ້ ໄດ້ມີຂຶ້ນໃນຕອນເຊົ້າວັນອາທິດທີ 23 ມິຖຸນາ 2024 ທີ່ສະໜາມບິນເກົ່າ ເມືອງວັງວຽງ ແຂວງວຽງຈັນ, ໂດຍມີ ທ່ານ ບົວສອນ ບຸບຜາວັນ ອະດີດນາຍົກລັດຖະມົນຕີ ແຫ່ງ ສປປ ລາວ, ທ່ານ ພຸດ ສິມມາລາວົງ ລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ ທັງເປັນປະທານຄະນະກຳມະການໂອແລມປິກແຫ່ງຊາດລາວ ຫຼື ຄອລ ແລະ ທ່ານ ຄຳພັນ ສິດທິດຳພາ ເຈົ້າແຂວງວຽງຈັນ.

ໂອກາດນີ້, ທ່ານ ພຸດ ສິມມາລາວົງ ໄດ້ຍົກໃຫ້ເຫັນເຖິງຄວາມໝາຍຄວາມສຳຄັນຂອງວັນໂອແລມປິກສາກົນ ຊຶ່ງໃນປີ 1892 ທ່ານ ປີແອ ເດີກູແບັກແຕັງ ນັກສຶກສາຊາວຝຣັ່ງໄດ້ຄົ້ນຄວ້າປະ ຫວັດຄວາມເປັນມາ ແລະ ຄວາມສຳເລັດຂອງກິລາໂອແລມປິກບູຮານເຫັນວ່າກິລາໂອແລມປິກມີປັດຊະຍາຂອງຊີວິດຄືໄດ້ຍົກສູງຄຸນນະພາບພັດທະນາຄົນທາງດ້ານຮ່າງກາຍ ແລະ ຈິດໃຈ, ປະກອບສ່ວນສ້າງສັນຕິພາບ ຄວາມສະຫງົບສຸກ, ຄວາມເປັນເອກະພາບ, ສະເໝີພາບ, ບໍ່ມີການຈຳແນກເຊື້ອຊາດ, ຜິວພັນ, ສາສະໜາ ແລະ ການເມືອງທີ່ແຕກຕ່າງກັນ. ປີ 1894 ທ່ານ ປີແອ ເດີກູແບັກແຕັງ ຮ່ວມກັບໝູ່ເພື່ອນໄດ້ຟື້ນຟູກິລາໂອແລມປິກຂຶ້ນໃໝ່ ໂດຍປັບປຸງນິຕິກຳຂອງໂອແລມປິກສະໄໝບູຮານ ເປັນໂອແລມປິກສະໄໝໃໝ່ ແລະ ໄດ້ຈັດກອງປະຊຸມໃຫຍ່ຂຶ້ນທີ່ປະເທດຝຣັ່ງສ້າງຕັ້ງອົງກອນຂຶ້ນຊື່ວ່າ: ຄະນະກຳມະການໂອແລມປິກສາ ກົນ ໃນວັນທີ 23 ມິຖຸນາ 1894 ແລະ ໄດ້ຈັດການແຂ່ງຂັນກິລາໂອແລມປິກເກມ ຕັ້ງແຕ່ນັ້ນເປັນຕົ້ນມາ ຊຶ່ງມີຮອບວຽນ 4 ປີຕໍ່ຄັ້ງ ແລະ ໃນປີນີ້ ສຳລັບ ສປປ ລາວເຮົາ ແມ່ນເລືອກເອົາເມືອງວັງວຽງ ແຂວງວຽງຈັນ ເປັນສະຖານທີ່ຈັດກິດຈະກຳເພື່ອສະເຫຼີມສະຫຼອງວັນດັ່ງກ່າວຢ່າງເປັນຂະບວນການຟົດຟື້ນ ແລະ ເບີກ ບານມ່ວນຊື່ນ.

ສຳລັບກິດຈະກຳໃນຄັ້ງນີ້ ເລີ່ມຕົ້ນດ້ວຍຂະບວນແລ່ນຮຸ່ນຊາວໜຸ່ມຍິງ-ຊາຍ ໄລຍະທາງ 6,5 ກິໂລແມັດ, ຕໍ່ດ້ວຍຂະບວນແລ່ນຮຸ່ນເຍົາວະຊົນຍິງ-ຊາຍ, ຂະບວນແລ່ນຮຸ່ນອາວຸໂສຍິງ-ຊາຍ ແລະ ອັດທ້າຍດ້ວຍຂະບວນຍ່າງເພື່ອສຸຂະພາບຂອງການນຳ ນຳໂດຍຄະນະນຳກະຊວງສຶກສາທິການ ແລະ ກິລາ, ຄະນະນຳແຂວງວຽງຈັນ, ຄະນະນຳຄະນະກຳມະການໂອແລມປິກແຫ່ງຊາດລາວ, ແຂກຖືກເຊີນ ແລະ ມວນຊົນ. ໃນນີ້ສຳລັບຂະບວນແລ່ນຮຸ່ນເຍົາວະຊົນ, ຮຸ່ນຊາວໜຸ່ມ ແລະ ຮຸ່ນອາວຸໂສນັ້ນ ອັນດັບທີ 1-20 ແມ່ນໄດ້ຮັບຫຼຽນ ແລະ ໃບຢັ້ງຢືນເປັນຂອງລາງວັນອີກດ້ວຍ.

ພາບ-ຂ່າວໂດຍ: ລູກນ້ຳເຊ ອິນທະດາລິນ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments