Friday, September 20, 2024
Homeຂ່າວໜ້າໜຶ່ງກອງປະຊຸມປະເມີນການຈັດຕັ້ງປະຕິບັດລັດຖະທຳມະນູນ ແຫ່ງ ສປປ ລາວ

ກອງປະຊຸມປະເມີນການຈັດຕັ້ງປະຕິບັດລັດຖະທຳມະນູນ ແຫ່ງ ສປປ ລາວ

ຄະນະກໍາມະການລະດັບຊາດປັບປຸງລັດຖະທໍາມະນູນ ໄດ້ຈັດກອງປະຊຸມປະເມີນການຈັດຕັ້ງປະຕິບັດລັດຖະທຳມະນູນ ແຫ່ງ ສປປ ລາວ ສະບັບປີ 2015ຂຶ້ນໃນວັນທີ20 ມິຖຸນານີ້ ທີ່ສູນຝຶກອົບຮົມ ແລະ ການຮ່ວມມື (ICTC), ໂດຍການເປັນປະທານຂອງທ່ານ ໄຊສົມພອນ ພົມວິຫານ ປະທານຄະນະປະຈຳສະພາແຫ່ງຊາດ ປະທານຄະນະກຳມະການລະດັບຊາດ ປັບປຸງລັດຖະທຳມະນູນ ແຫ່ງ ສປປ ລາວ, ມີບັນດາລັດຖະມົນຕີ, ຄະນະກຳມະການລະດັບຊາດ ປັບປຸງລັດຖະທຳມະນູນ, ມີການນຳ ແລະ ພະນັກງານຫຼັກແຫຼ່ງ ຈາກພາກສ່ວນຕ່າງໆ ໃນຂົງເຂດອົງການພັກ, ແນວລາວສ້າງຊາດ, ສະຫະພັນນັກຮົບເກົ່າ ແລະ ອົງການຈັດຕັ້ງມະຫາຊົນ ເຂົ້າຮ່ວມ.

ທ່ານ ໄຊສົມພອນ ພົມວິຫານ ກ່າວວ່າ: ເພື່ອຈັດຕັ້ງປະຕິບັດວຽກງານຄົ້ນຄວ້າ, ປັບປຸງລັດຖະທຳມະນູນໃຫ້ທັນເວລາ, ກົມການເມືອງສູນກາງພັກໄດ້ອອກມະຕິສະບັບເລກທີ 15/ກມສພ, ລົງວັນທີ 22 ພຶດສະພາ 2024 ວ່າດ້ວຍການແຕ່ງຕັ້ງຄະນະກຳມະການລະດັບຊາດ ປັບປຸງລັດຖະທຳມະນູນ. ຄະນະກຳມະການລະດັບຊາດ ປັບປຸງລັດຖະທຳມະນູນ ໄດ້ວາງແຜນການປັບປຸງລັດຖະທຳມະນູນ ແຕ່ນີ້ ຫາ ກາງປີ 2025, ແຕ່ງຕັ້ງກອງເລຂາ ແລະ ອະນຸກໍາມະການຕ່າງໆ ເພື່ອຈັດຕັ້ງປະຕິບັດວຽກງານປັບປຸງລັດຖະທຳມະນູນ.

ປະຕິບັດຕາມ ມາດຕາ 124, 125 ຂອງກົດໝາຍວ່າດ້ວຍການສ້າງນິຕິກຳ ສະບັບເລກທີ 06/ສພຊ, ລົງວັນທີ 16 ພະຈິກ 2021 ຄະນະກຳມະການລະດັບຊາດ ປັບປຸງລັດຖະທຳມະນູນ ຈຶ່ງໄດ້ວາງແຜນການດຳເນີນການປະເມີນການຈັດຕັ້ງປະຕິບັດລັດຖະທຳມະນູນ ໃນຂອບເຂດທົ່ວປະເທດ. ໃນນີ້, ຢູ່ຂັ້ນສູນກາງ ຈະຈັດກອງປະຊຸມປະເມີນຢູ່ 4 ຈຸດ ຕາມຂົງເຂດວຽກງານ ຄື: (1) ຂົງເຂດອົງການຈັດຕັ້ງພັກ, ແນວລາວສ້າງຊາດ, ສະຫະພັນນັກຮົບເກົ່າ ແລະ ອົງການຈັດຕັ້ງມະຫາຊົນ; (2) ຂົງເຂດເສດຖະກິດ-ສັງຄົມ; (3) ຂົງເຂດອຳນາດລັດ;(4) ຂົງເຂດປ້ອງກັນຊາດ-ປ້ອງກັນຄວາມສະຫງົບ. ຢູ່ຂັ້ນທ້ອງຖິ່ນ ຈະໄດ້ຈັດກອງປະຊຸມປະເມີນຢູ່ 18ຈຸດ ຕາມແຂວງ-ນະຄອນຫຼວງ. ນອກຈາກນີ້ ຈະໄດ້ດຳເນີນການປະເມີນການຈັດຕັ້ງປະຕິບັດລັດຖະທຳມະນູນ ໃນຮູບແບບທາບທາມຄວາມເຫັນທົ່ວໄປ ລວມທັງຜ່ານພາຫະນະສື່ມວນຊົນຕື່ມອີກ.

ປະຕິບັດຕາມແຜນການດັ່ງກ່າວ, ມື້ນີ້ ພວກເຮົາຈຶ່ງໄດ້ພ້ອມກັນດຳເນີນກອງປະຊຸມປະເມີນການຈັດຕັ້ງປະຕິບັດລັດຖະທຳມະນູນ ຢູ່ຂົງເຂດອົງການພັກ, ແນວລາວສ້າງຊາດ, ສະຫະພັນນັກຮົບເກົ່າ ແລະ ອົງການຈັດຕັ້ງມະຫາຊົນຂັ້ນສູນກາງ. ຈຸດປະສົງຂອງກອງປະຊຸມນີ້ ແມ່ນແນໃສ່ສະຫຼຸບຕີລາຄາການຈັດຕັ້ງປະຕິບັດລັດຖະທຳມະນູນ ໃນໄລຍະເກືອບ 10ປີ ທີ່ຜ່ານມາ ໃຫ້ເຫັນໄດ້ຂໍ້ສະດວກ, ຂໍ້ຫຍຸ້ງຍາກ, ຜົນສຳເລັດ, ບັນຫາຄົງຄ້າງ ພ້ອມທັງສາເຫດ, ບົດບັນຍັດທີ່ສອດຄ່ອງ ຫຼື ບໍ່ສອດຄ່ອງ, ບົດຮຽນ ແລະ ບັນຫາຕັ້ງຂຶ້ນ ເພື່ອເປັນຂໍ້ມູນໃຫ້ແກ່ການຄົ້ນຄວ້າ, ປັບປຸງເນື້ອໃນຂອງລັດຖະທຳມະນູນ ສະບັບປີ 2015 ໃຫ້ຖືກຕ້ອງ, ຄົບຖ້ວນ, ສອດຄ່ອງ, ຮັດກຸມ ແລະ ສາມາດປະຕິບັດໄດ້. ພ້ອມກັນນີ້, ເພື່ອຖອດຖອນບົດຮຽນ ໃຫ້ແກ່ການຈັດຕັ້ງປະຕິບັດການປະເມີນຢູ່ໃນຈຸດຕ່າງໆ ທັງອ້ອມຂ້າງສູນກາງ ແລະ ທ້ອງຖິ່ນໃຫ້ໄດ້ຮັບຜົນດີ ເນື້ອໃນຕົ້ນຕໍຂອງກອງປະຊຸມຄັ້ງນີ້ຈະໄດ້ຮັບຟັງການສະເໜີ ບົດສະຫຼຸບ ຕີລາຄາການຈັດຕັ້ງປະຕິບັດລັດຖະທຳມະນູນ ສະບັບປີ 2015ແລະ ຮັບຟັງການປະກອບຄຳເຫັນ ຂອງບັນດາທ່ານຈາກພາກສ່ວນຕ່າງໆ ລວມທັງຂໍ້ສະເໜີ ຕໍ່ກັບການປັບປຸງເນື້ອໃນ ຂອງລັດຖະທຳມະນູນ.

ທ່ານ ໄຊສົມພອນ ພົມວິຫານ ໄດ້ສະເໜີໃຫ້ບັນດາຜູ້ທີ່ເຂົ້າຮ່ວມຈົ່ງຍົກສູງຄວາມຮັບຜິດຊອບໃນການຄົ້ນຄວ້າ, ປະກອບຄວາມເຫັນໃຫ້ເລິກເຊິ່ງ, ແທດຕົວຈິງ ເພື່ອເຮັດໃຫ້ກອງປະຊຸມ ມີຜົນສຳເລັດຕາມຈຸດປະສົງຄາດໝາຍທີ່ວາງໄວ້.

(ຂ່າວ-ພາບ: ແສງຈັນ)

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments