Friday, October 18, 2024
Homeຂ່າວຕ່າງປະເທດຈີນສຸມໃສ່ຊຸກຍູ້ການສ້າງກອງທັບ ດ້ວຍການເມືອງບົນຂະບວນການໃໝ່

ຈີນສຸມໃສ່ຊຸກຍູ້ການສ້າງກອງທັບ ດ້ວຍການເມືອງບົນຂະບວນການໃໝ່

ວິທະຍຸໂທລະພາບສູນກາງຈີນ CMG ໄດ້ລາຍງານວ່າ: ກອງປະຊຸມ ວຽກງານການເມືອງ ຄະນະກຳມະການການທະຫານສູນກາງຈີນ ໄດ້ຈັດຂຶ້ນ ລະຫວ່າງວັນທີ 17-19 ມິຖຸນານີ້ ຢູ່ນະຄອນຢຽນອ່ານ ແຂວງສ້ານຊີ. ໃນກອງປະຊຸມຄັ້ງນີ້, ທ່ານ ສີຈິ້ນຜິງ ເລຂາທິການໃຫຍ່ ຄະນະກຳມະການ ສູນກາງພັກກອມມູນິດຈີນ ປະທານຄະນະກຳມະການການທະຫານສູນກາງ ຈີນ ໄດ້ເນັ້ນໜັກໃຫ້ຜັນຂະຫຍາຍ ແລະຈັດຕັ້ງປະຕິບັດທິດທາງຍຸດທະສາດ ການສ້າງກອງທັບດ້ວຍການເມືອງໃນຍຸກໃໝ່ ເພື່ອສະໜອງການຮັບປະ ກັນດ້ານການເມືອງອັນເຂັ້ມແຂງໃຫ້ແກ່ພາລະກິດສ້າງກອງທັບໃຫ້ເຂັ້ມ ແຂງ.

ເມື່ອ 10 ປີກ່ອນ, ທ່ານປະທານ ສີຈິ້ນຜິງ ໄດ້ຕັດສິນໃຈຮຽກໄຂ ກອງປະຊຸມວຽກງານການເມືອງທົ່ວກອງທັບ ຢູ່ຕາແສງກູຖຽນ ແຂວງ ຟູຈ້ຽນ. ກອງປະຊຸມສອງຄັ້ງນີ້ ມີຫົວຂໍ້ຫລັກອັນດຽວກັນຄືສຸມໃສ່ວຽກງານ ການເມືອງ. ທ່ານ ສີຈິ້ນຜິງ ເຄີຍກ່າວວ່າ: “ການສ້າງກອງທັບດ້ວຍການ ເມືອງເປັນພື້ນຖານແຫ່ງການສ້າງກອງທັບຂອງພວກເຮົາ, ບໍ່ວ່າເວລາໃດ, ໃນສະພາບການໃດກໍຕາມກໍບໍ່ໃຫ້ລົດລະແມ່ນແຕ່ໜ້ອຍດຽວ.”

ຢູ່ບົນຂະບວນການໃໝ່, ຄວນຊຸກຍູ້ການສ້າງກອງທັບດ້ວຍການເມືອງ ຄືແນວໃດ? ທ່ານ ສີຈິ້ນຜິງ ໄດ້ຊີ້ໃຫ້ເຫັນວ່າ: ຕ້ອງກຳແໜ້ນວຽກຈຸດສຸມ 6 ດ້ານໃຫ້ດີຄື: ເພີ່ມທະວີສະຕິຕື່ນຕົວ ແລະລັກສະນະການດັດສ້າງແນວຄິດ ຢ່າງສິ້ນເຊິງ, ຍົກສູງຄວາມສາມາດດ້ານການນຳພາ, ຄວາມສາມາດດ້ານ ການຈັດຕັ້ງ ແລະຄວາມສາມາດດ້ານການປະຕິບັດງານຂອງການຈັດຕັ້ງ ພັກ, ເພີ່ມທະວີການກໍ່ສ້າງຖັນແຖວພະນັກງານ, ກຳຈັດສະພາບແວດລ້ອມ ແລະເງື່ອນໄຂແຫ່ງການເກີດຂຶ້ນຂອງປາກົດການສໍ້ລາດບັງຫລັວງ, ກະຕຸກ ຊຸກຍູ້ຈິດໃຈຫ້າວຫັນໃນການເຮັດວຽກ ແລະສ້າງສາພາລະກິດ, ຟື້ນຟູ ແລະ ເສີມຂະຫຍາຍມູນເຊື້ອອັນດີງາມດ້ານວຽກງານການເມືອງ.

ກອງປະຊຸມສຳຄັນສອງຄັ້ງດັ່ງກ່າວທີ່ຈັດຂຶ້ນໃນຮອບ 10 ປີຜ່ານມານີ້ ລ້ວນແຕ່ມີຄວາມສຳຄັນທີ່ເປັນນິມິດໝາຍໃນປະຫວັດສາດຂອງກອງທັບປະຊາຊົນຂອງຈີນ, ເຊິ່ງໄດ້ຊີ້ທິດເຍືອງທາງອັນຈະແຈ້ງໃຫ້ແກ່ການແກ້ໄຂ ບັນຫາສຳຄັນກ່ຽວກັບການຊຸກຍູ້ການສ້າງກອງທັບດ້ວຍການເມືອງບົນຂະບວນການໃໝ່ໃນຍຸກໃໝ່.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments