Saturday, October 19, 2024
Homeຂ່າວຕ່າງປະເທດເວທີປຶກສາຫາລືສາກົນວ່າດ້ວຍ ການຮ່ວມມື ສປ ຈີນ-ຍີ່ປຸ່ນ-ສ ເກົາຫລີ ປີ 2024

ເວທີປຶກສາຫາລືສາກົນວ່າດ້ວຍ ການຮ່ວມມື ສປ ຈີນ-ຍີ່ປຸ່ນ-ສ ເກົາຫລີ ປີ 2024

ວິທະຍຸສາກົນແຫ່ງ ສປ ຈີນ, ເວທີປຶກສາຫາລືສາກົນວ່າດ້ວຍການຮ່ວມມື ລະຫວ່າງ ສປ ຈີນ-ຍີ່ປຸ່ນ-ສ ເກົາຫລີ ປີ 2024 ທີ່ຈັດ ໂດຍກອງເລຂາການຮ່ວມມື ສປ ຈີນ-ຍີ່ປຸ່ນ-ສ ເກົາຫລີ ໄດ້ຈັດຂຶ້ນຢູ່ນະຄອນຫລວງເຊອູນຂອງ ສ ເກົາຫລີ ເມື່ອບໍ່ດົນມານີ້ ເວທີປຶກສາຫາລືຄັ້ງນີ້ແມ່ນຈັດຂຶ້ນ ຫລັງຈາກຈັດກອງປະຊຸມ ຜູ້ນຳ ສປ ຈີນ-ຍີ່ປຸ່ນ-ສເກົາຫລີ ຄັ້ງທີ 9 ພາຍໃຕ້ຫົວຂໍ້ “ຫັນການຮ່ວມມືເປັນກົນໄກ, ເປີດກວ້າງການແລກປ່ຽນ: ສ້າງອະນາຄົດທີ່ດີງາມກວ່າເກົ່າ”. ຈາກນັ້ນທ່ານ ລີຮີຊຸບ ເລຂາ ທິການໃຫຍ່ ກອງເລຂາການຮ່ວມມື ສປ ຈີນ-ຍີ່ປຸ່ນ-ສ ເກົາຫລີ ກ່າວວ່າ: ສາມປະເທດ ໄດ້ຫັນສິ່ງທ້າທາຍເປັນໂອກາດຢູ່ເລື້ອຍໆ ໃນເວລາຮ່ວມກັນ ຮັບມືກັບສະພາບການທີ່ສັບສົນ ແລະ ບັນຫາທີ່ມີລັກສະນະທົ່ວໂລກ, ຊຸກຍູ້ການຮ່ວມມືສາມຝ່າຍ ໃຫ້ກາຍເປັນເວທີສຳຄັນທີ່ປົກປັກຮັກສາສັນຕິພາບ ແລະ ສະຖຽນລະພາບຂອງພາກພື້ນ ແລະ ບັນລຸການພັດທະນາ ພ້ອມກັນ. ເມື່ອຈ້ອງມອງເບິ່ງ ອະນາຄົດ, ການຮ່ວມມື ສປ ຈີນ-ຍີ່ປຸ່ນ-ສ ເກົາຫລີ ຈະສືບຕໍ່ ຍຶດໝັ້ນ ແນວຄິດ ທີ່ເປີດປະຕູ ສູ່ພາຍນອກ, ກວມລວມ, ເຄົາລົບ ເຊິ່ງກັນ ແລະ ກັນ ແລະ ຄົງຕົວ ຢູ່ຮ່ວມກັນ ຢ່າງປອງດອງ, ຊຸກຍູ້ໃຫ້ຮ່ວມມືກັນຕິດແທດຕົວຈິງຫລາຍກວ່າເກົ່າ.

(ບັນນາທິການຂ່າວ: ຕ່າງປະເທດ)

ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments