Saturday, October 19, 2024
Homeຂ່າວຕ່າງປະເທດການບໍ່ໄດ້ເຂົ້າໂຮງຮຽນ ແລະ ຮຽນບໍ່ຈົບ ເຮັດໃຫ້ເສດຖະກິດໂລກເສຍຫາຍ 10,000 ຕື້ໂດລາຕໍ່ປີ

ການບໍ່ໄດ້ເຂົ້າໂຮງຮຽນ ແລະ ຮຽນບໍ່ຈົບ ເຮັດໃຫ້ເສດຖະກິດໂລກເສຍຫາຍ 10,000 ຕື້ໂດລາຕໍ່ປີ

ຂ່າວສານຊີອາໄອລາຍງານ ໃນວັນທີ 18 ມິຖຸນາ ຜ່ານມາ, ອົງການເພື່ອການສຶກສາວິທະຍາສາດ ແລະ ວັດທະນະທຳແຫ່ງສະຫະປະຊາຊາດ ຫຼື ອຸຍເນັສໂກ ປະກາດບົດລາຍງານໂດຍລະບຸວ່າ: ຄາດວ່າກ່ອນປີ 2030, ຄວາມເສຍຫາຍຂອງເສດຖະກິດໂລກຍ້ອນບັນຫາບໍ່ໄດ້ເຂົ້າໂຮງຮຽນ ແລະ ການຮຽນບໍ່ຈົບ ຈະບັນລຸເຖິງ 10,000 ຕື້ໂດລາຕໍ່ປີ. ບົດລາຍງານຄາດວ່າ: ຢູ່ປະເທດໜຶ່ງ ຂໍພຽງແຕ່ອັດຕາຊາວໜຸ່ມທີ່ປະລະການຮຽນໄວເກີນໄປ ຫຼື ຂາດເຂີນວິຊາການພື້ນຖານຫຼຸດລົງ 10%, ລວມຍອດຜະລິດຕະພັນພາຍໃນ ຫຼື GDP ຂອງປະເທດນັ້ນ ກໍຈະຍົກສູງຂຶ້ນ 1-2% ຕໍ່ປີ. ບົດລາຍງານຂອງອົງການອຸຍເນັສໂກໃຫ້ຮູ້ຕື່ມວ່າ: ການສຶກສາເປັນການລົງທຶນທີ່ດີທີ່ສຸດຢ່າງໜຶ່ງຕໍ່ບຸກຄົນ, ເສດຖະກິດ ແລະ ທົ່ວສັງຄົມ, ຈຶ່ງຮຽກຮ້ອງໃຫ້ປະເທດສະມາຊິກຕ່າງໆຈົ່ງໃຊ້ມາດຕະການຮັບມືໂດຍໄວເທົ່າທີ່ຈະໄວໄດ້.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments