Saturday, October 19, 2024
Homeຂ່າວການເມືອງຫົວໜ້າຫ້ອງວ່າການສູນກາງພັກ ຕ້ອນຮັບທູດຫວຽດນາມປະຈຳລາວ ເຂົ້າຢ້ຽມອຳລາ

ຫົວໜ້າຫ້ອງວ່າການສູນກາງພັກ ຕ້ອນຮັບທູດຫວຽດນາມປະຈຳລາວ ເຂົ້າຢ້ຽມອຳລາ

ສະຫາຍ ທອງສະລິດ ມັງໜໍ່ເມກ ຄະນະເລຂາທິການສູນກາງພັກ ຫົວໜ້າຫ້ອງວ່າການສູນກາງພັກ ໄດ້ຕ້ອນຮັບການເຂົ້າຢ້ຽມອຳລາ ຂອງ ສະຫາຍ ຫງວຽນ ບ໋າ ຮຸ່ງ ເອກອັກຄະລັດຖະທູດວິສາມັນ ຜູ້ມີອຳນາດເຕັມ ແຫ່ງ ສສ ຫວຽດນາມ ປະຈຳ ສປປ ລາວ ໃນວັນທີ 18 ມິຖຸນາ ນີ້ ທີ່ຫ້ອງວ່າການສູນກາງພັກ ໃນໂອກາດສຳເລັດການປະຕິບັດໜ້າທີ່ການທູດ ຢູ່ ສປປ ລາວ.

ໂອກາດນີ້, ສະຫາຍ ທອງສະລິດ ມັງໜໍ່ເມກ ໄດ້ສະແດງຄວາມຍິນດີຕ້ອນຮັບ ແລະ ຕີລາຄາສູງ ຕໍ່ຜົນງານການເຄື່ອນໄຫວການທູດຂອງ ສະຫາຍ ຫງວຽນ ບ໋າ ຮຸ່ງ ຢູ່ ສປປ ລາວ ຕະຫຼອດໄລຍະທີ່ ສະຫາຍດຳລົງຕຳແໜ່ງເປັນ ເອກອັກຄະລັດຖະທູດ ເປັນເວລາ 7 ປີກວ່າ ຊຶ່ງເປັນການປະກອບສ່ວນສຳຄັນ ເຂົ້າໃນການເພີ່ມທະວີສາຍພົວພັນມິດຕະພາບ, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງສອງພັກ, ສອງລັດ ແລະ ປະຊາຊົນສູງຊາດລາວ-ຫວຽດນາມ ໃຫ້ນັບມື້ເຕີບໃຫຍ່ຂະຫຍາຍຕົວຢ່າງບໍ່ຢຸດຢັ້ງ.

ສະຫາຍ ຫງວຽນ ບ໋າ ຮຸ່ງ ໄດ້ສະແດງຄວາມຂອບໃຈ ຕໍ່ການຕ້ອນຮັບອັນອົບອຸ່ນ ຂອງ ສະຫາຍ ທອງສະລິດ ມັງໜໍ່ເມກ ພ້ອມທັງໄດ້ສະແດງຄວາມຂອບໃຈຢ່າງສູງ ມາຍັງການນຳພັກ-ລັດ ແລະ ປະຊາຊົນລາວ ທີ່ໄດ້ອຳນວຍຄວາມສະດວກ, ຊ່ວຍເຫຼືອ ແລະ ສະໜັບສະໜູນຕະຫຼອດໄລຍະການປະຕິບັດໜ້າທີ່ ເອກອັກຄະລັດຖະທູດ ຢູ່ ສປປ ລາວ ໂດຍສຳເລັດຢ່າງຈົບງາມ. ພ້ອມກັນນີ້, ສະຫາຍຍັງໄດ້ຢືນຢັນວ່າ ເຖິງວ່າຈະສຳເລັດໜ້າທີ່ການທູດຢູ່ ສປປ ລາວ ແລະ ກັບຄືນປະເທດຈະຢູ່ໃນຕຳແໜ່ງ ຫຼື ສະຖານະໃດກໍຕາມ ຈະສືບຕໍ່ເປັນຂົວຕໍ່ປະກອບສ່ວນເຂົ້າໃນການຮັດແໜ້ນ ແລະ ເສີມຂະຫຍາຍສາຍພົວພັນທີ່ມີລັກສະນະພິເສດ ທີ່ມີໜຶ່ງບໍ່ມີສອງໃນໂລກນີ້ ໃຫ້ນັບມື້ແໜ້ນແຟ້ນຍິ່ງໆຂຶ້ນ.

ຂ່າວ: ຂປລ, ພາບ: ຫ້ອງວ່າການສູນກາງພັກ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments