Friday, October 18, 2024
Homeທຸລະກິດຈໍາປາສັກ ເຫັນດີໃຫ້ບໍລິສັດເອກະຊົນສຶກສາປູກສາລີ ແລະ ໝາກມ່ວງຫິມະພານ

ຈໍາປາສັກ ເຫັນດີໃຫ້ບໍລິສັດເອກະຊົນສຶກສາປູກສາລີ ແລະ ໝາກມ່ວງຫິມະພານ

ພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ວ່າດ້ວຍການສຶກສາສໍາຫຼວດຄວາມເປັນໄປໄດ້ໃນການລົງທຶນພັດທະນາປູກສາລີ ແລະ ໝາກມ່ວງຫິມະພານ ໃນເນື້ອທີ່ 150 ເຮັກຕາ, ຢູ່ເຂດບ້ານສົ້ມໂຮງ ເມືອງມຸນລະປາໂມກ ແຂວງຈໍາປາສັກ ລະຫວ່າງ ແຂວງຈໍາປາສັກ ຕາງໜ້າໂດຍພະແນກແຜນການ ແລະ ການລົງທຶນແຂວງ ກັບ ບໍລິສັດ ຊິຊິນ ການຄ້າສາກົນ ຂາອອກ-ຂາເຂົ້າ ຈໍາກັດຜູ້ດຽວ ຈັດຂຶ້ນໃນວັນທີ 13 ມິຖຸນາ 2024 ຢູ່ທີ່ພະແນກແຜນການ ແລະ ການລົງທຶນແຂວງ ໂດຍການໃຫ້ກຽດເຂົ້າຮ່ວມຂອງທ່ານ ອາລຸນໄຊ ສູນນະລາດ, ເຈົ້າແຂວງຈຳປາສັກ,

ບົດບັນທຶກຄວາມເຂົ້າໃຈ (MOU) ສະບັບນີ້ ສ້າງຂຶ້ນນບົນພື້ນຖານ ຜົນກອງປະຊຸມ ເຈົ້າແຂວງ-ຮອງເຈົ້າແຂວງ ຄັ້ງວັນທີ 21 ມີນາ 2024 ແລະ ຂໍ້ ຕົກລົງທ່ານເຈົ້າແຂວງໆຈໍາປາສັກ ສະບັບເລກທີ 508/ຈຂ.ຈສ ລົງວັນທີ 07/05/2024, ເຊິ່ງເປັນຈຸດເຂດເນື້ອທີ່ດິນນອນໃນບັນຊີຮຽກການລົງທຶນຂອງແຂວງ ລົງທຶນບໍ່ມີປະສິດທິຜົນໃນການລົງທຶນ ທີ່ໄດ້ຈາກການຍົກເລີກໂຄງການ ແລະ ການເຊັນບົດບັນທຶກຄວາມເຂົ້າໃຈ (MOU) ດັ່ງກ່າວແມ່ນໄດ້ຜ່ານກອງປະຊຸມເຈລະຈາຂອງຂະແໜງການທີ່ກ່ຽວຂ້ອງຂອງແຂວງ ແລະ ບໍລິສັດ ໃນຄັ້ງວັນທີ 07 ກຸມພາ 2024, ປະກອບດ້ວຍ 18 ມາດຕາ, ເພື່ອສຶກສາສໍາຫຼວດຄວາມເປັນໄປໄດ້ໃນການລົງທຶນພັດທະນາໂຄງການ ປູກສາລີ ແລະ ໝາກມ່ວງຫິມະພານ ຢູ່ເຂດບ້ານສົ້ມໂຮງ, ເມືອງມຸນລະປະໂມກ, ຂອບເຂດເນື້ອທີ່ດິນ ຈໍານວນ 150 ເຮັກຕາ, ໄລຍະເວລາໃນການສຶກສາສໍາຫລວດ 12 ເດືອນ, ຕ້ອງວາງເງິນຄໍ້າປະ ກັນ ຈໍານວນ 30.000 ໂດລາສະຫະ ລັດ, ຈະຕ້ອງໄດ້ສຶກສາຄວາມເປັນໄປໄດ້ທາງດ້ານເສດຖະກິດ- ເຕັກນິກ, ການສຶກສາຜົນກະທົບສິ່ງແວດລ້ອມເບື້ອງຕົ້ນທາງສັງຄົມ ແລະ ທຳມະຊາດ, ກວດກາຄືນ ຈຸດຂອບເຂດເນື້ອທີ່ດິນ ແລະ ແຜນວາດການຈັດສັນນໍາໃຊ້ເນື້ອທີ່ດິນໃນການລົງທຶນ.

ຂ່າວ-ພາບ: ຈັນທະວີສັກ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments