Friday, October 18, 2024
Homeຂ່າວໜ້າໜຶ່ງປະທານປະເທດ ແຫ່ງ ສປປ ລາວ ສໍາເລັດການຢ້ຽມຢາມລັດຖະກິດ ທີ່ມົງໂກລີ

ປະທານປະເທດ ແຫ່ງ ສປປ ລາວ ສໍາເລັດການຢ້ຽມຢາມລັດຖະກິດ ທີ່ມົງໂກລີ

ໃນລະຫວ່າງວັນທີ 11-12 ມິຖຸນາ 2024, ພະນະທ່ານ ທອງລຸນ ສີສຸລິດ, ປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ ແລະ ຄະນະ ໄດ້ເດີນທາງຢ້ຽມຢາມລັດຖະກິດ ທີ່ ມົງໂກລີ, ໂດຍຕອບສະໜອງຕາມການເຊື້ອເຊີນຂອງ ພະນະທ່ານ ຄູເຣລສຸກຄ໌ ໂອຄະນາ, ປະທານາທິບໍດີ ແຫ່ງ ມົງໂກລີ, ເພື່ອສືບຕໍ່ຮັດແໜ້ນ ແລະ ເສີມຂະຫຍາຍສາຍພົວພັນມິດຕະພາບອັນເປັນມູນເຊື້ອ ແລະ ການຮ່ວມມືທີ່ດີ ລະຫວ່າງ ສອງປະເທດ ລາວ-ມົງໂກລີ ໃຫ້ນັບມື້ນັບເພີ່ມທະວີຍິ່ງໆຂຶ້ນ.

ໃນຕອນບ່າຍຂອງວັນທີ 11 ມິຖຸນາ 2024, ພະນະທ່ານ ປະທານປະເທດ ແຫ່ງ ສປປ ລາວ ແລະ ຄະນະ ໄດ້ເຂົ້າຮ່ວມພິທີຕ້ອນຮັບຢ່າງເປັນທາງການ ທີ່ ສະໜາມຫຼວງ ສຸກຄ໌ບາທາຣ໌ ແລະ ໄດ້ພົບປະສອງຝ່າຍກັບ ພະນະທ່ານ ປະທານາທິບໍດີ ຄູເຣລສຸກຄ໌ ໂອຄະນາ ແລະ ຄະນະ. ໃນໂອກາດພົບປະຄັ້ງນີ້, ສອງຝ່າຍ ໄດ້ເຫັນດີໃຫ້ສືບຕໍ່ດໍາເນີນການທາງດ້ານຂັ້ນຕອນພາຍໃນ ເພື່ອໃຫ້ສາມາດເປີດຖ້ຽວບິນໂດຍກົງຮ່ວມ ກັນໃນອະນາຄົດ.

ພາຍຫຼັງສໍາເລັດການພົບປະ, ພະນະທ່ານ ຄູເຣລສຸກຄ໌ ໂອຄະນາ, ປະທານາທິບໍ ດີ ແຫ່ງ ມົງໂກລີ ແລະ ພະນະ ທ່ານ ທອງລຸນ ສີສຸລິດ, ປະທານປະເທດ ແຫ່ງ ສປປ ລາວ ໄດ້ເຂົ້າຮ່ວມເປັນສັກຂີພິຍານໃນພິທີລົງນາມເອກະສານຮ່ວມກັນ 03 ສະບັບ ຄື: 1) ບົດບັນທຶກຄວາມເຂົ້າໃຈ ວ່າດ້ວຍ ການຮ່ວມມືດ້ານສາທາລະນະສຸກ ແລະ ການບໍລິການດ້ານການແພດ ລະຫວ່າງ ກະຊວງສາທາລະນະສຸກ ແຫ່ງ ສປປ ລາວ ແລະ ກະຊວງສາທາລະນະສຸກ ແຫ່ງ ມົງໂກລີ; 2) ບົດບັນທຶກຄວາມເຂົ້າໃຈ ການຮ່ວມມືໃນຂົງເຂດວຽກງານຄຸ້ມຄອງລັດຖະກອນ ລະຫວ່າງ ກະຊວງພາຍໃນ ແຫ່ງ ສປປ ລາວ ແລະ ສະພາຄຸ້ມຄອງລັດຖະກອນ ແຫ່ງ ມົງໂກລີ; ແລະ 3) ອານຸສັນຍາກ່ຽວກັບສຸຂານາໄມສັດ ສໍາລັບການສົ່ງອອກຊີ້ນງົວ, ຊີ້ນມ້າ, ຊີ້ນແກະ ແລະ ຊີ້ນແບ້ ຈາກມົງໂກລີ ເຂົ້າມາ ສປປ ລາວ ລະຫວ່າງ ກະຊວງກະສິກໍາ ແລະ ປ່າໄມ້ ແຫ່ງ ສປປ ລາວ ແລະ ກະຊວງ ອາຫານ, ກະສິກໍາ ແລະ ອຸດສາຫະກໍາເບົາ ແຫ່ງ ມົງໂກລີ.

ໃນຕອນຄໍ່າຂອງວັນດຽວກັນ, ພະນະທ່ານ ປະທານປະເທດ ທອງລຸນ ສີສຸລິດ ພ້ອມດ້ວຍພັນລະຍາ ໄດ້ເຂົ້າຮ່ວມງານລ້ຽງອາຫານຄໍ່າ ຈັດໂດຍ ພະນະທ່ານ ປະທານາ ທິບໍດີ ຄູເຣລສຸກຄ໌ ໂອຄະນາ ແລະ ພັນລະຍາ ທີ່ ໂຮງແຮມ ແຊງກຣີລາ.

ຕໍ່ມາ ໃນວັນທີ 12 ມິຖຸນາ 2024, ພະນະທ່ານ ທອງລຸນ ສີສຸລິດ, ປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ ແລະ ຄະນະ ໄດ້ໄປຢ້ຽມຊົມ ຫໍພິພິຕະພັນ ຈິງກິສຄານ ແລະ ຖືກຕ້ອນຮັບໂດຍ ທ່ານ ຈ. ນໍມິງ, ລັດຖະມົນຕີກະຊວງວັດທະນະທໍາ ແລະ ທ່ານ ສ. ໂຈໂລງ, ອໍານວຍການ ຫໍພິພິຕະພັນ ຈິງກິສຄານ. ຈາກນັ້ນ, ກໍ່ໄດ້ເດີນທາງໄປ ສວນສາທາລະນະ ວັດທະນະທໍາ ມົງໂກລີ ໂດຍການຕ້ອນຮັບຂອງ ພະນະທ່ານ ຄູເຣລສຸກຄ໌ ໂອຄະນາ, ປະທານາທິບໍດີ ແຫ່ງ ມົງໂກລີ ແລະ ພັນລະຍາ ເພື່ອເຂົ້າຢ້ຽມຊົມເຮືອນພື້ນເມືອງ ແລະ ຊົມການສາທິດບຸນມະໂຫລານ ນາດໍາ (The Mini Naadam Festival), ພ້ອມທັງໄດ້ໃຫ້ກຽດປູກຕົ້ນໄມ້ ເພື່ອເປັນອານຸສອນ ຢູ່ ສວນສາທາລະນະວັດທະນະທໍາ ດັ່ງກ່າວ.

ການຢ້ຽມຢາມລັດຖະກິດ ທີ່ ມົງໂກລີ ຂອງ ພະນະທ່ານ ທອງລຸນ ສີສຸລິດ, ປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ ແລະ ຄະນະຜູ້ແທນຂັ້ນສູງ ໃນຄັ້ງນີ້ ໄດ້ຮັບການຕ້ອນຮັບຢ່າງອົບອຸ່ນ, ສະໜິດສະໜົມ ແລະ ດໍາເນີນໄປດ້ວຍບັນຍາກາດແຫ່ງໄມຕີຈິດມິດຕະພາບ, ເຊິ່ງສາມາດບັນລຸຄວາມເຂົ້າໃຈ ແລະ ຄວາມເປັນເອກະພາບຮ່ວມກັນ ໃນທຸກບັນຫາທີ່ຍົກຂຶ້ນປຶກສາຫາລື ແລະ ມີຜົນສໍາເລັດຢ່າງຈົບງາມ.

ທີ່ມາ: ກົມການຂ່າວ, ກະຊວງການຕ່າງປະເທດ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments