Saturday, September 21, 2024
Homeຂ່າວຕ່າງປະເທດກຳລັງການຜະລິດພະລັງງານລົມ ແລະ ແສງອາທິດ ຂອງເອີຣົບ ເພີ່ມຂຶ້ນ

ກຳລັງການຜະລິດພະລັງງານລົມ ແລະ ແສງອາທິດ ຂອງເອີຣົບ ເພີ່ມຂຶ້ນ

ຂ່າວສານຫວຽດນາມລາຍງານຫ່າງບໍ່ດົນມານີ້ວ່າ: ກຳລັງການຜະລິດພະລັງງານລົມ ແລະ ແສງອາທິດ ໃນເອີຣົບ (EU) ເພີ່ມຂຶ້ນ 65% ນັບຕັ້ງແຕ່ປີ 2019. ກຳລັງການຜະລິດພະລັງງານລົມ ເພີ່ມຂຶ້ນ 31%, ເປັນ 219 GW ໃນປີ 2023, ໃນຂະນະທີ່ກຳລັງການຜະລິດພະລັງງານແສງອາທິດ ເພີ່ມຂຶ້ນສອງເທົ່າ ເປັນ 257 GW, ທຽບເທົ່າກັບແຜງພະລັງງານແສງອາທິດ ຫຼາຍກວ່າ 230.000 ແຜງ ທີ່ຕິດຕັ້ງທຸກໆມື້ໃນຕະຫຼອດໄລຍະ 4 ປີ.

ຂ່າວລະບຸວ່າ: ຖ້າຫາກກຳລັງການຜະລິດພະລັງງານໄຟຟ້າທົດແທນບໍ່ມີການເພີ່ມຂຶ້ນ ກຳລັງການຜະລິດໄຟຟ້າຈາກແຫຼ່ງເຊື້ອໄຟຟອດຊິວຈະຫຼຸດລົງພຽງແຕ່ 1,9% (21 TWh), ແທນທີ່ຈະເປັນ 22%. ທ່ານ ຊາຣາ ບຣາວ ຜູ້ອໍານວຍການໂຄງການເອີຣົບຂອງ ແອັມເບີ ໃຫ້ຮູ້ວ່າ: ປັດຈຸບັນ, ກຳລັງການຜະລິດພະລັງງານລົມ ແລະ ແສງອາທິດ ໃນ EU ແມ່ນເພີ່ມຂຶ້ນໃນອັດຕາທີ່ບໍ່ເຄີຍມີມາກ່ອນ, ເຮັດໃຫ້ກຳລັງການຜະລິດຂອງພະລັງງານຖ່ານຫີນ ແລະ ອາຍແກັສ ຫຼຸດລົງເປັນສະຖິຕິຕໍ່າສຸດ. ເອີຣົບ ພວມຢູ່ໃນຂະບວນການປ່ຽນແປງໄລຍະຍາວ ຈາກການເພິ່ງພາອາໄສເຊື້ອໄຟຟອດຊີວເພື່ອຜະລິດກະແສໄຟຟ້າ.

ກຳລັງການຜະລິດພະລັງງານລົມ ແລະ ພະລັງງານແສງອາທິດ ໄດ້ກວມເອົາ 44% ໃນປີ 2023 ຂອງພະລັງງານທົດແທນໃນເອີຣົບ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments