Thursday, September 19, 2024
Homeຂ່າວຕ່າງປະເທດກອງປະຊຸມໃຫຍ່ອົງການອະນາໄມໂລກ ຄັ້ງທີ 77 ປິດລົງດ້ວຍຜົນສຳເລັດ

ກອງປະຊຸມໃຫຍ່ອົງການອະນາໄມໂລກ ຄັ້ງທີ 77 ປິດລົງດ້ວຍຜົນສຳເລັດ

ຂ່າວສານຊີອາໄອລາຍງານ ໃນວັນທີ 3 ມິຖຸນາ ຜ່ານມາວ່າ: ກອງປະຊຸມໃຫຍ່ອົງການອະນາໄມໂລກຄັ້ງທີ 77 ທີ່ຈັດຂຶ້ນຢູ່ນະຄອນເຊີແນວ ປະເທດສະວິດ ໄດ້ປິດລົງດ້ວຍຜົນສຳເລັດ ຊຶ່ງກອງປະຊຸມຄັ້ງນີ້ໄດ້ບັນລຸມະຕິຫຼາຍສະບັບ. ໃນນັ້ນ, ການດັດແກ້ “ຂໍ້ກຳນົດສາທາລະນະສຸກສາກົນ” ແມ່ນໜຶ່ງໃນມະຕິສຳຄັນເຫຼົ່ານີ້. ໂດຍຜ່ານການເຈລະຈາເປັນເວລາ 2 ປີ, ປະເທດຕ່າງໆໄດ້ຮັບຮອງຜ່ານແຜນການດັດແກ້ຕ່າງໆທີ່ມີເປົ້າໝາຍເພື່ອເພີ່ມທະວີຄວາມສາມາດຂອງໂລກໃນການປ້ອງກັນ, ຕິດຕາມວັດແທກ ແລະ ຮັບມືກັບເຫດການສຸກເສີນດ້ານສາທາລະນະສຸກ ຊຶ່ງລວມທັງພະຍາດຕິດແປດ.

ກອງປະຊຸມຍັງໄດ້ຮັບຮອງຜ່ານມະຕິກ່ຽວກັບຄວາມດື້ຢາຂອງຢາປະຕິຊີວະນະ, ການປ່ຽນແປງຂອງດິນຟ້າອາກາດ ແລະ ສຸຂະພາບ, ການປ້ອງກັນ ແລະ ຄວບຄຸມການຕິດເຊື້ອ, ສຸຂະພາບຂອງແມ່ ມານ, ເດັກເກີດໃໝ່ ແລະ ເດັກນ້ອຍ. ປະເທດສະມາຊິກໄດ້ຮັບຮອງແຜນການວຽກງານລວມຄັ້ງທີ 14 ຂອງອົງການອະນາໄມໂລກ, ແຜນການນີ້ຈະເປັນຍຸດທະສາດສາທາລະນະສຸກທົ່ວໂລກລະຫວ່າງປີ 2025-2028 ຂອງອົງການອະນາໄມໂລກ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments