Friday, September 20, 2024
Homeແຈ້ງການສໍາຄັນສະພາບອາກາດ ວັນທີ 31 ພຶດສະພາ 2024

ສະພາບອາກາດ ວັນທີ 31 ພຶດສະພາ 2024

ສະພາບອາກາດ ວັນທີ 31 ພຶດສະພາ 2024 ເວລາ 12:00 ໂມງ. ຄວາມກົດດັນຕໍ່າຂອງອາກາດຮ້ອນ ໄດ້ປົກຄຸມຢູ່ທົ່ວທຸກພາກຂອງ ປະເທດລາວ ດ້ວຍກໍາລັງປານກາງ ຫາ ແຮງ, ສົມທົບກັບລົມພາຍຸດີເປຊັນ ທີ່ກໍາລັງເຄື່ອນທີ່ຢູ່ເຂດທະເລຈີນໃຕ້ຕອນເໜືອ ມີຈຸດສນກາງຢູ່ເສັ້ນ ຂະໜານທີ 19.1 ອົງສາເໜືອ ແລະ ເສັ້ນແວງທີ 112.2 ອົງສາຕາເວັນອອກ. ຊຶ່ງຈະເຮັດໃຫ້ຈະມີຝົນຕົກ ຟ້າຮ້ອງ ຟ້າເຫລື້ອມໃນລະດັບຄ່ອຍ ຫາ ປານກາງຢູ່ໃນແຕ່ລະພາກ ແລະ ຕົກໜັກ ພ້ອມມີລົມພັດແຮງຢູ່ບາງ ທ້ອງຖິ່ນ ທີ່ຈະເຮັດໃຫ້ເກີດມີນໍ້າຖ້ວມຊຸ ແລະ ດິນເຈື່ອນ.

ດັ່ງນັ້ນ, ຂໍໃຫ້ປະຊາຊົນ, ອໍານາດການປົກຄອງ ແລະ ອົງການຈັດຕັ້ງ ທຸກພາກສ່ວນ, ຈົ່ງມີສະຕິລະມັດລະວັງຕໍ່ສະພາບອາກາດຮ້າຍແຮງດັ່ງກ່າວ ແລະ ຕິດຕາມຂ່າວພະຍາກອນອາກາດຈາກກົມອຸຕຸນິຍົມ ແລະ ອຸທົກກະສາດຢ່າງຕໍ່ເນື່ອງ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments