Friday, October 18, 2024
Homeຂ່າວຕ່າງປະເທດສ.ເກົາຫລີ-ຍີ່ປຸ່ນ-ສປ ຈີນ ປັບປຸງການຮ່ວມມືຢູ່ອາຊີຕາເວັນອອກສ່ຽງເໜືອ

ສ.ເກົາຫລີ-ຍີ່ປຸ່ນ-ສປ ຈີນ ປັບປຸງການຮ່ວມມືຢູ່ອາຊີຕາເວັນອອກສ່ຽງເໜືອ

ວິທະຍຸກະຈາຍສຽງແຫ່ງຊາດຫວຽດນາມ, ເມື່ອບໍ່ດົນມານີ້ກອງປະຊຸມສຸດຍອດ 3 ຝ່າຍ ສ.ເກົາຫລີ – ຍີ່ປຸ່ນ – ສປ ຈີນ ຄັ້ງທີ 9 ແມ່ນກອງປະຊຸມ ສຸດຍອດ 3 ຝ່າຍ ຄັ້ງທຳອິດ ທີ່ໄດ້ຈັດຂຶ້ນ ຢູ່ນະຄອນຫລວງ ເຊອູນຂອງ ສ.ເກົາຫລີ ໂດຍມີ ທ່ານ ຢູນ ຊຸກ ຢໍລ(Yoon Suk Yeol) ປະທານາທິບໍດີ ສ.ເກົາຫລີ, , ທ່ານ ຟູມິໂອ ກິຊິດະ(Fumio Kishida), ນາຍົກລັດຖະມົນຕີ ຍີ່ປຸ່ນ ແລະ ທ່ານ ຫລີ ຊຽນ, ນາຍົກລັດຖະມົນຕີຈີນ ເຂົ້າຮ່ວມ ພ້ອມດ້ວຍ ຄະນະ ແລະ ໄຂເວທີປາໄສ ດ້ານເສດຖະກິດ, ບັນດາການນຳ ສ.ເກົາຫລີ, ຍີ່ປຸ່ນ, ສປ ຈີນ ໄດ້ຮັບຮອງ ເອົາ ຖະແຫລງ ການຮ່ວມມື ໃນຫລາຍຂົງເຂດ, ນຳມາເຊິ່ງ ຜົນປະໂຫຍດ ໃຫ້ແກ່ ປະເທດຊາດ ແລະ ປະຊາຊົນ ສາມປະເທດ, ພ້ອມທັງຢັ້ງຢືນວ່າ ນີ້ແມ່ນພື້ນຖານ ທີ່ມີຄວາມໝາຍ ແກ່ການຮ່ວມມື ໃນພາກພື້ນ. ຖະແລງການຮ່ວມ ຂອງກອງປະຊຸມ ສຸດຍອດ ສາມຝ່າຍນີ້ ໄດ້ໃຫ້ບຸລິມະສິດຢ່າງໃຫຍ່ຫລວງ ໃຫ້ແກ່ ບັນດາຄວາມມານະພະຍາຍາມ ຊຸກຍູ້ ການຮ່ວມມື ດ້ານເສດຖະກິດ ລະຫວ່າງ ສອງຝ່າຍ. ລະອຽດແມ່ນ, ສາມຝ່າຍເຫັນດີ ໂດຍຖືວ່າ ບັນດາຄວາມມານະ ພະຍາຍາມລວມ ໃນຂົງເຂດ ເສດຖະກິດ ແລະ ການຄ້າ ລະຫວ່າງ 3 ປະເທດ ສວມບົດບາດ ສຳຄັນ ສຳລັບ ຄວາມວັດທະນາ ຖາວອນ ແລະ ສະຖຽນລະພາບ ຂອງພື້ນຖານ ເສດຖະກິດ ພາກພື້ນ ແລະ ທົ່ວໂລກ. ສ.ເກົາຫລີ, ສປ ຈີນ ແລະ ຍີ່ປຸ່ນ ໄດ້ຢັ້ງຢືນຄືນ ການສະໜັບ ສະໜູນ ຕໍ່ລະບົບ ການຄ້າ ຫລາຍຝ່າຍ ຢ່າງເປີດເຜີຍ, ໂປ່ງໃສ, ຮອບດ້ານ, ບໍ່ຈຳແນກ ການປະພຶດ ແລະ ອີງໃສ່ກົດໝາຍ, ແກ່ນສານແມ່ນ ອົງການ ການຄ້າໂລກ (WTO). ສາມປະເທດ ກໍຢັ້ງຢືນ ຄວາມສຳຄັນຂອງການຮັບປະກັນ ປະຕິບັດ ບັນດາກົນໄກ ຮ່ວມມື ພາກພື້ນ ທີ່ພວມມີຢູ່, ພ້ອມທັງ ຍູ້ໄວການເຈລະຈາ ສັນຍາການຄ້າເສລີ (FTA) ສາມຝ່າຍ. ຈາກນັ້ນ ທ່ານ ປະທານາທິບໍດີ ສ.ເກົາຫລີ ຖະແຫລງວ່າ: ກ່ອນອື່ນໝົດ, ພວກເຮົາຕ້ອງເຮັດໃຫ້ຂົງເຂດການຄ້າ ແລະ ການລົງທຶນຂອງພາກພື້ນຟື້ນຕົວ ຄືນໃໝ່, ດ້ວຍພື້ນຖານ ແມ່ນຄວາມໄວ້ເນື້ອ ເຊື່ອໃຈ ແລະ ເຄົາລົບ ເຊິ່ງກັນ ແລະ ກັນ, ຊຸກຍູ້ການນຳໃຊ້ບັນດາກົນໄກ ການຄ້າ 3 ຝ່າຍ. ສັນຍາຄູ່ຮ່ວມມື ເສດຖະກິດຮອບດ້ານພາກພື້ນ – RCEP, ພ້ອມທັງ ເຊື່ອມຕໍ່ ບັນດາການເຈລະຈາ ສັນຍາການຄ້າເສລີ ສ.ເກົາຫລີ – ສປ ຈີນ – ຍີ່ປຸ່ນ ເຊິ່ງຖືກຢຸດຊົ່ວຄາວ ແຕ່ປີ 2019 ຄືນໃໝ່ ຢ່າງວ່ອງໄວ ເທົ່າທີ່ ຈະໄວໄດ້, ເພື່ອຍົກລະດັບ ບັນດາພື້ນຖານຂອງການຮ່ວມມື ດ້ານເສດຖະກິດ.ເມື່ອແບ່ງປັນກ່ຽວກັບ ທັດສະນະນີ້, ທ່ານ ນາຍົກລັດຖະມົນຕີ ຍີ່ປຸ່ນ ຖືວ່າ 3 ປະເທດ ສ.ເກົາຫລີ, ຍີປຸ່ນ, ສປ ຈີນ ບໍ່ພຽງແຕ່ ແມ່ນ ບັນດາປະເທດ ບ້ານໃກ້ ເຮືອນຄຽງ ທີ່ມີການຮ່ວມສຳພັນກັນ ຢ່າງແໜ້ນແຟ້ນ ໃນດ້ານເສດຖະກິດ, ວັດທະນະທຳ ເທົ່ານັ້ນ, ຫາກພວມຜະເຊີນໜ້າກັບ ບັນດາສິ່ງທ້າທາຍລວມ ທີ່ຕ້ອງເພີ່ມທະວີ ການຮ່ວມມື ເພື່ອເສີມສ້າງ ໃຫ້ແກ່ກັນ: ມີບັນດາ ສິ່ງທ້າທາຍລວມ, ເຊັ່ນ: ອັດຕາ ການເກີດຕ່ຳ, ຜູ້ສູງອາຍຸ ນັບມື້ນັບຫລາຍ, ບັນຫາສິ່ງແວດລ້ອມ ເຊິ່ງ ສ.ເກົາຫລີ, ຍີ່ປຸ່ນ, ສປ ຈີນ ຕ້ອງແກ້ໄຂ ພ້ອມກັບ ການເສີມສ້າງ ກຳລັງແຮງໃຫ້ແກ່ກັນ. ດັ່ງນັ້ນ ຈະຕ້ອງເພີ່ມທະວີ ຄວາມສາມັກຄີ ລະຫວ່າງ ລັດຖະບານ ບັນດາປະເທດ, ລະຫວ່າງ ບັນດາ ວິສາຫະກິດ, ລັດຖະບານ ກັບ ວິສາຫະກິດ ເພື່ອຊຸກຍູ້ ການຮ່ວມມື ລະຫວ່າງ ສ.ເກົາຫລີ – ຍີ່ປຸ່ນ – ສປ ຈີນ ໃນອະນາຄົດ ໃຫ້ຫລາຍກວ່າເກົ່າອີກ.ໃນຕໍ່ໜ້າ, 3 ປະເທດ ກຳນົດໃຫ້ບຸລິມະສິດ ປະຕິບັດ ບັນດາໂຄງການ ຮ່ວມມື ຕ່າງຝ່າຍຕ່າງມີຜົນປະໂຫຍດ, ສຸມໃສ່ 6 ຂົງເຂດ ຕົ້ນຕໍ ທີ່ກ່ຽວຂ້ອງເຖິງ ຊີວິດການເປັນຢູ່ ປະຈຳວັນ ຂອງປະຊາຊົນ ຢ່າງແໜ້ນແຟ້ນ, ເຊິ່ງລວມມີ: ພົບປະແລກປ່ຽນ ປະຊາຊົນ; ພັດທະນາ ແບບຍືນຍົງ, ໃນນັ້ນ ມີການຮັບມືກັບ ການປ່ຽນແປງ ຂອງດິນຟ້າອາກາດ; ຮ່ວມມື ດ້ານເສດຖະກິດ ແລະ ການຄ້າ; ສຸຂະພາບ ວົງຄະນະຍາດ ແລະ ສັງຄົມ ທີ່ມີປະຊາກອນສູງອາຍຸສູງເພີ່ມຂຶ້ນ; ການຮ່ວມມື ດ້ານວິທະຍາສາດ ເຕັກໂນໂລຢີ, ການຫັນເປັນ ດີຈີຕອນ; ການກູ້ໄພກູ້ຊີບ ແລະ ຄວາມປອດໄພ ທາງດ້ານໄພທຳມະຊາດ. ສາມປະເທດກໍຈະຊຸກຍູ້ “ການຮ່ວມມື ສາມຝ່າຍ ເປີດກວ້າງ” ເພື່ອຜົນປະໂຫຍດ ການຮ່ວມມື ເປີດກວ້າງ ໄປສູ່ບັນດາປະເທດອື່ນ; ໃຫ້ຄຳໝັ້ນສັນຍາ ແກ້ໄຂ ບັນດາຜົນກະທົບ ຊ້ອນແຝງ ຂອງປັນຍາປະດິດ (AI) ທີ່ມີຕໍ່ຊີວິດ ການເປັນຢູ່ ປະຈຳວັນ ຂອງມວນມະນຸດ, ພ້ອມທັງເນັ້ນໜັກເຖິງຄວາມສຳຄັນຂອງການຮັກສາ ການແລກປ່ຽນ ກ່ຽວກັບ AI.ໄປຄຽງຄູ່ກັບ ຂົງເຂດ ການຮ່ວມມື ດ້ານເສດຖະກິດແລ້ວ, ຄວາມໝັ້ນຄົງ ກໍແມ່ນຫົວຂໍ້ສຳຄັນ ທີ່ໄດ້ນຳມາ ປຶກສາຫາລື ຢູ່ກອງປະຊຸມສຸດຍອດ ສ.ເກົາຫລີ – ຍີ່ປຸ່ນ – ສປ ຈີນ ຄັ້ງທີ 9, ພິເສດ ແມ່ນບັນຫາ ນິວເຄລຍຂອງ ສປປ.ເກົາຫລີ ກໍຄື ບັນດາ ຄວາມເຄັ່ງຕຶງ ທີ່ກ່ຽວຂ້ອງເຖິງ ເຫດຍິງລູກສອນໄຟ ຄັ້ງຕ່າງໆ ຂອງ ສປປ.ເກົາຫລີ ຫລື ການຊ້ອມຮົບ ຂອງບັນດາປະເທດໃນພາກພື້ນ. ໃນກອງປະຊຸມ, ທ່ານ ນາຍົກລັດຖະມົນຕີ ຍີ່ປຸ່ນ ໃຫ້ຮູ້ວ່າ ການນຳ 3 ປະເທດ ໄດ້ແບ່ງປັນຄວາມຮັບຮູ້ຂອງຕົນ ໂດຍຖືວ່າ ການປອດນິວເຄລຍຂອງ ສປປ.ເກົາຫລີ ກໍຄື ສະຖຽນລະພາບ ໃນແຫລມເກົາຫລີ ແມ່ນຜົນປະໂຫຍດລວມຂອງ 3 ປະເທດ ສ.ເກົາຫລີ-ຍີ່ປຸ່ນ-ສປ ຈີນ. ໃນຂະນະນັ້ນ, ທ່ານ ນາຍົກລັດ ຖະມົນຕີ ຈີນ ໄດ້ເນັ້ນໜັກເຖິງປັດໄຈເຈລະຈາ ແລະ ການອົດກັ້ນ ເພື່ອຮັກສາສະພາບ ແວດລ້ອມແຫ່ງສັນຕິພາບຢູ່ ອາຊີ ຕາເວັນອອກ ສ່ຽງເໜືອ. ສປ ຈີນ ຍາມໃດກໍໃຫ້ຄຳໝັ້ນສັນຍາ ຮັກສາສັນຕິພາບ ແລະ ສະຖຽນລະພາບ ໃນແຫລມເກົາຫລີ ແລະ ຊຸກຍູ້ວິວັດທະນາການບັນລຸ ໄດ້ມາດຕະການ ດ້ານການເມືອງ ໃນແຫລມເກົາຫລີ. ເຖິງຢ່າງໃດກໍຕາມ, ບັນດາຝ່າຍທີ່ກ່ຽວຂ້ອງ ຕ້ອງຮັກສາຄວາມອົດກັ້ນ , ບໍ່ເຮັດໃຫ້ສະພາບການ ສັບສົນຂຶ້ນຕື່ມ.ໂດຍຮັບຮູ້ ການຮ່ວມມື 3 ຝ່າຍ ມີການພັດທະນາ ການພົວພັນ ຄູ່ຮ່ວມມື ກັບ ອາຊຽນ ຢ່າງແໜ້ນແຟ້ນນັ້ນ, ບັນດາການນຳ ສ.ເກົາຫລີ,ສປ ຈີນ ແລະ ຍີ່ປຸ່ນ ກໍເຫັນດີຕໍ່ເລື່ອງ ຕ້ອງສືບຕໍ່ ເປີດກວ້າງການຮ່ວມມື 3 ຝ່າຍໃນບັນດາຂອບເຂດ ອາຊຽນ ເຊັ່ນ ອາຊຽນ + 3, ກອງປະຊຸມຂັ້ນສູງ ອາຊີ ຕາເວັນອອກ (EAS) ແລະ ເວທີປາໄສ ພາກພື້ນ ອາຊຽນ (AFR), ສະແດງ ການສະໜັບ ສະໜູນ ຢ່າງແຮງ ສຳລັບ ບົດບາດ ເປັນໃຈກາງ ແລະ ຄວາມສາມັກຄີ ຂອງ ອາຊຽນ./.

(ບັນນາທິການຂ່າວ: ຕ່າງປະເທດ)

ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments