Friday, October 18, 2024
Homeຂ່າວຕ່າງປະເທດທ່ານ ເຈິ່ນແທັງເໝີນ ໄດ້ຮັບເລືອກຕັ້ງເປັນປະທານສະພາແຫ່ງຊາດຫວຽດນາມ

ທ່ານ ເຈິ່ນແທັງເໝີນ ໄດ້ຮັບເລືອກຕັ້ງເປັນປະທານສະພາແຫ່ງຊາດຫວຽດນາມ

…..

ວິທະຍຸກະຈາຍສຽງຫວຽດນາມລາຍງາຍວ່າ: ໃນວັນທີ 20 ພຶດສະພາ ຜ່ານມາ ໃນກອງປະຊຸມສະໄໝສາມັນ ຄັ້ງທີ 7 ສະພາແຫ່ງຊາດ ຫວຽດນາມ ຊຸດທີ XV, ບັນດາ ສສຊ ໄດ້ລົງຄະແນນສຽງຮັບຮອງເອົາມະຕິເລືອກຕັ້ງປະທານສະພາແຫ່ງຊາດ ຂອງ ທ່ານ ເຈິ່ນແທັງເໝີນ ຮອງປະທານຜູ້ປະຈຳການສະພາແຫ່ງຊາດ ແລະ ສສຊ ຊຸດທີ XV ດຳລົງຕຳແໜ່ງເປັນປະທານສະພາແຫ່ງຊາດຊຸດທີ XV ອາຍຸການ 2021 – 2026.

ຂ່າວລະບຸວ່າ: ໃນພິທີສາບານຕົວເຂົ້າດຳລົງຕຳແໜ່ງຕໍ່ສະພາແຫ່ງຊາດ ແລະ ບັນດາຜູ້ມີສິດເລືອກຕັ້ງທົ່ວປະເທດ, ທ່ານ ເຈິ່ນແທັງເໝີນ ຢັ້ງຢືນວ່າ: ໃຕ້ທຸງຊາດທີ່ສັກກາຫຼະບູຊາຂອງປະເທດຊາດ, ຕໍ່ໜ້າສະພາແຫ່ງຊາດ ແລະ ພໍ່ແມ່ພີ່ນ້ອງຜູ້ມີສິດເລືອກຕັ້ງໃນທົ່ວປະເທດ, ຂ້າພະເຈົ້າ ປະທານສະພາແຫ່ງຊາດ ສສ ຫວຽດນາມ ຂໍປະຕິຍານຕົນວ່າ: ຈະຈົ່ງຮັກພັກດີຕໍ່ປະເທດຊາດ, ຕໍ່ປະຊາຊົນ, ຕໍ່ລັດຖະທຳມະນູນຂອງ ສສ ຫວຽດນາມ, ພະຍາຍາມ, ສູ້ຊົນປະຕິບັດສຳເລັດໜ້າທີ່ໆ ພັກ, ລັດ ແລະ ປະຊາຊົນມອບໝາຍໃຫ້ເປັນຢ່າງດີ”.

ທ່ານ ເຈິ່ນແທັງເໝີນ ເກີດປີ 1962 ຢູ່ແຂວງເຮົ້າຢາງ, ຮຽນຈົບປະລິຍາເອກເສດຖະກິດ, ປະລິຍາຕີການເມືອງ. ເປັນກຳມະການສຳຮອງສູນກາງພັກຊຸດທີ X; ກຳມະການສູນກາງພັກຊຸດທີ XI, XII, XIII; ເລຂາສູນກາງພັກຊຸດທີ XII; ກຳມະການກົມການເມືອງຊຸດທີ XIII; ເປັນສະມາຊິກສະພາແຫ່ງຊາດຊຸດທີ XIII, XIV, XV.

ໃນກອງປະຊຸມສະໄໝສາມັນຄັ້ງທີ 11 ສະພາແຫ່ງຊາດຊຸດທີ XIV (ເດືອນເມສາ 2021), ທ່ານ ເຈິ່ນແທັງເໝີນ ໄດ້ຮັບເລືອກຕັ້ງໃຫ້ດຳລົງຕຳແໜ່ງເປັນຮອງປະທານສະພາແຫ່ງຊາດຊຸດທີ XIV ແລະ ດຳລົງຕຳແໜ່ງເປັນຮອງປະທານຜູ້ປະຈຳການສະພາແຫ່ງຊາດ. ໃນກອງປະຊຸມສະໄໝສາມັນຄັ້ງທີ 1 ສະພາແຫ່ງຊາດຊຸດທີ XV (ເດືອນກໍລະກົດ 2021) ທ່ານສືບຕໍ່ໄດ້ຮັບການເລືອກຕັ້ງໃຫ້ດຳລົງຕຳ ແໜ່ງດັ່ງກ່າວອີກຄັ້ງໜຶ່ງ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments