Friday, October 18, 2024
Homeຂ່າວໜ້າໜຶ່ງມອບ-ຮັບ ແລະ ເປີດນຳໃຊ້ ອາຄານສະຖາບັນເຕັກໂນໂລຊີການສື່ສານຂໍ້ມູນຂ່າວສານ

ມອບ-ຮັບ ແລະ ເປີດນຳໃຊ້ ອາຄານສະຖາບັນເຕັກໂນໂລຊີການສື່ສານຂໍ້ມູນຂ່າວສານ

ພິທີ ມອບ-ຮັບ ແລະ ເປີດນໍາໃຊ້ ຢ່າງເປັນທາງການ ໂຄງການຊ່ວຍເຫຼືອກໍ່ສ້າງສະຖາບັນເຕັກໂນໂລຊີການສື່ສານຂໍ້ມູນຂ່າວສານ ຢູ່ເຂດບ້ານວັດນາກ ເມືອງສີສັດຕະນາກ, ນະຄອນຫລວງວຽງຈັນ ໄດ້ຈັດຂຶ້ນໃນວັນທີ 20 ພຶດສະພາ ນີ້,​ ຕາງໜ້າ​ມອບ​​ໂດຍທ່ານ ຫວາງ ຊາງ ອຸປະທູດແຫ່ງ ສປ ຈີນ ປະຈຳ ສປປ ລາວ ​ແລະ ຮັບ​ໂດຍ ທ່ານ ບໍ່ວຽງຄໍາ ວົງດາລາ ລັດຖະມົນຕີ​ກະຊວງ​ເຕັກໂນໂລຊີ ​ແລະ ການສື່ສານ. ໃຫ້ກຽດເຂົ້າຮ່ວມຂອງ​ທ່ານ ສະເຫຼີມໄຊ ກົມມະສິດ ກໍາມະການກົມການເມືອງສູນກາງພັກ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງການຕ່າງປະເທດ ຜູ້ຊີ້ນໍາວຽກງານຮ່ວມມື ລາວ-ຈີນ, ພ້ອມ​ດ້ວຍລັດຖະມົນຕີ, ທີ່ປຶກສາດ້ານເສດຖະກິດການຄ້າ ສປ ຈີນ ປະຈຳ ສປປ ລາວ, ຫົວໜ້າ​ກົມ, ຮອງ​ກົມ, ບັນດາກຸ່ມບໍລິສັດ ແລະ ​ພາກສ່ວນ​ທີ່ກ່ຽວຂ້ອງ ຂອງ​ຝ່າຍ​ລາວ ​ແລະ ຈີນ ​ເຂົ້າ​ຮ່ວມ.

ໂອກາດ​ດັ່ງກ່າວ, ທ່ານ ປະດັບໄຊ ໄຊຍະໂຄດ ຫົວຫົວໜ້າ​ສະຖາບັນເຕັກໂນໂລຊີການສື່ສານຂໍ້ມູນຂ່າວສານ ຫົວໜ້າຄະນະຄຸ້ມຄອງໂຄງການຝ່າຍລາວ ກະຊວງເຕັກໂນໂລຊີ ​ແລະ ການສື່ສານ ລາຍ​ງານ​ໃຫ້​ຮູ້​ວ່າ: ໂຄງການຊ່ວຍເຫຼືອກໍ່ສ້າງສະຖາບັນເຕັກໂນໂລຊີການສື່ສານຂໍ້ມູນຂ່າວສານ ແມ່ນໂຄງການທີ່ມີຄວາມໝາຍຄວາມສໍາຄັນຫຼາຍ ໃນການສ້າງ ແລະ ພັດທະນາຊັບພະຍາກອນມະນຸດທາງດ້ານດີຈີຕອນ ໂດຍສະເພາະການສ້າງ ແລະ ຝຶກອົບຮົມພະນັກງານວິຊາການ ຮັບໃຊ້ວຽກງານໄອຊີທີ ຂອງ ສປປ ລາວ. ສະນັ້ນ, ການນຳຂັ້ນສູງຂອງ ສອງລັດຖະບານ ແຫ່ງ ສປປ ລາວ ແລະ ສປ ຈີນ ຈຶ່ງໄດ້ຕົກລົງເຫັນດີ ກໍານົດເອົາ ແຜນການຊ່ວຍເຫຼືອກໍ່ສ້າງສະຖາບັນເຕັກໂນໂລຊີການສື່ສານຂໍ້ມູນຂ່າວສານ ເປັນຍຸດທະສາດໜຶ່ງ ທີ່ສຳຄັນ ເພື່ອປະກອບເຂົ້າ ໃນການສ້າງ ແລະ ພັດທະນາ ຊັບພະຍາກອນມະມຸດ ແບບຄົບວົງຈອນ ໃຫ້ແກ່ໂຄງການຊ່ວຍເຫຼືອກໍ່ສ້າງສະຖາບັນເຕັກໂນໂລຊີການສື່ສານຂໍ້ມູນຂ່າວສານ, ທັງເປັນການຮັດແໜ້ນ ແລະ ເສີມຂະຫຍາຍສາຍພົວພັນມິດຕະພາບ ອັນເປັນມູນເຊື້ອ ແລະ ຄູ່ຮ່ວມຍຸດທະສາດຮອບດ້ານ, ໝັ້ນຄົງຍາວນານ ຕາມທິດ 4 ດີ ລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ແລະ ການເປັນຄູ່ຮ່ວມ ຊະຕາກຳສັງຄົມນິຍົມ ລາວ-ຈີນ, ຈີນ-ລາວ ໃຫ້ນັບມື້ນັບເຂົ້າສູ່ລວງເລິກ ແລະ ເປັນຮູບປະທຳຍິ່ງຂຶ້ນ; ໂຄງການຊ່ວຍເຫຼືອກໍ່ສ້າງສະຖາບັນເຕັກໂນໂລຊີການສື່ສານຂໍ້ມູນຂ່າວສານ ແມ່ນໂຄງການສໍາຄັນຂອງຍຸດທະສາດໃນຂໍ້ລິເລີ່ມ “ໜຶ່ງແລວ, ໜຶ່ງເສັ້ນທາງ” ແມ່ນໂຄງການຕົວແບບທໍາອິດໃນ ສປປ ລາວ ທີ່ມີຄວາມໝາຍ-ຄວາມສໍາຄັນອີກໜຶ່ງໂຄງການ ດ້ວຍຮູບແບບຝ່າຍລາວເປັນຜູ້ຈັດຕັ້ງປະຕິບັດເອງໃນການຄັດເລືອກເອົາບໍລິສັດຮັບເໝົາໂຄງການ ຈາກບັນຊີບໍລິສັດຈີນ ໂດຍຜ່ານຮູບແບບການປະມູນເພື່ອມາຮັບຜິດຊອບ ອອກແບບໂຄງການ ແລະ ຄັດເລືອກເອົາບໍລິສັດຮັບເໝົາຫຼັກ. ໂຄງການດັ່ງກ່າວໄດ້ລິເລີ່ມເກັບກໍາຂໍ້ມູນ ແລະ ສໍາຫຼວດສຶກສາຄວາມເປັນໄປໄດ້ໂດຍ ສະຖາບັນອອກແບບ ວິສະວະກໍາເອເລັກໂຕຣນິກ ສປ ຈີນ ໃນຕົ້ນປີ 2019, ໂຄງການໄດ້ສຳເລັດການເຊັນສັນຍາກັບຜູ້ຮັບເໝົາກໍ່ສ້າງຄື ກຸ່ມບໍລິສັດກໍ່ສ້າງທາງລົດໄຟແຫ່ງປະເທດຈີນ ຈໍາກັດ (China Railway Construction Group Co., Ltd) ໃນວັນທີ 11 ມີນາ 2022.

ໂຄງການຊ່ວຍເຫຼືອກໍ່ສ້າງສະຖາບັນດັ່ງກ່າວ, ເປັນໂຄງການກໍ່ສ້າງອາຄານສູນເຕັກໂນໂລຊີການສື່ສານຂໍ້ມູນຂ່າວສານ ຂຶ້ນກັບສະຖາບັນເຕັກໂນໂລຊີການສື່ສານຂໍ້ມູນຂ່າວສານ ເປັນອາຄານ 5 ຊັ້ນ ຈຳນວນ 1 ຫຼັງ ໂດຍມີເນື້ອທີ່ໃຊ້ສອຍທັງໝົດ 5.524,56 ຕາແມັດ ປະກອບດ້ວຍ ຫ້ອງຮຽນທຳມະດາ, ຫ້ອງຮຽນທັນສະໄໝ, ຫ້ອງທົດລອງ, ຫ້ອງການ, ຫ້ອງສະໝຸດ, ຫ້ອງປະຊຸມໃຫຍ່ ເປັນຕົ້ນ. ໃນອາຄານແມ່ນປະກອບດ້ວຍອຸປະກອນການຮຽນ-ການສອນ, ອຸປະກອນຫ້ອງທົດລອງ ແລະ ສິ່ງອຳນວຍຄວາມສະດວກໃນການສອບເສັງທາງໄກ. ການກໍ່ສ້າງ ແລະ ຕິດຕັ້ງ ອຸປະກອນທັງໝົດ ຊຶ່ງໄດ້ເລີ່ມຈັດຕັ້ງປະຕິບັດໂຄງການແຕ່ວັນທີ 24 ມີນາ 2022 ແລະ ສຳເລັດການກໍ່ສ້າງໃນວັນທີ 20 ມັງກອນ 2024 ທີ່ຜ່ານມານີ້. ພາຍຫຼັງໂຄງການລິເລີ່ມການກໍ່ສ້າງພະນັກງານຄູ-ອາຈານໄດ້ຮັບການຝຶກອົບຮົມ ແລະ ສອບເສັງວັດລະດັບ ໃນບັນດາຫຼັກສູດ ໄອຊີທີ ເພື່ອກຽມພ້ອມຮອງຮັບໃນການເປີດສູນແຫ່ງນີ້. ພ້ອມນັ້ນ, ຜູ້ບໍລິຫານລະດັບສູງ 20 ທ່ານ ກໍໄດ້ຮັບເຊີນເຂົ້າຮ່ວມການຝຶກອົບຮົມ ‘ຜູ້ບໍລິຫານຂັ້ນສູງ’ ທີ່ ສປ. ຈີນ ເປັນເວລາ 5 ວັນອີກດ້ວຍ. ໂຄງການດັ່ງກ່າວມີໄລຍະເວລາການຮັບປະກັນໂຄງການ ທັງໝົດ 2 ປີ, ເພື່ອຮັບປະກັນຄວາມຍືນຍົງຂອງໂຄງການ ຜູ້ຮັບເໝົາໂຄງການຈະຊ່ວຍໃນການຝຶກອົບຮົມດ້ານການດຳເນີນງານ ແລະ ບຳລຸງຮັກສາເປັນເວລາ 1 ປີ ຫຼັງຈາກມອບຮັບໂຄງການ, ອີກ 1 ປີ ຝ່າຍລາວ ຫຼື ເຈົ້າຂອງໂຄງການຈະເປັນຜູ້ຮັບຜິດຊອບຫຼັກໃນການດຳເນີນງານ ແລະ ຈັດຕັ້ງການບຳລຸງຮັກສາ.

ສູນເຕັກໂນໂລຊີການສື່ສານຂໍ້ມູນຂ່າວສານ ຈະໄດ້ຈັດການຮຽນ-ການສອນທາງດ້ານໄອຊີທີ ໃນຫຼາຍຫຼັກສູດຝຶກອົບຮົມໄລຍະສັ້ນ ແລະ ຫຼັກສູດໄລຍະຍາວຫຼາຍສາຂາວິຊາໃນລະດັບວິຊາຊີບ ຊັ້ນສູງ ແລະ ປະລິນຍາຕີ ເຊັ່ນ: ສາຂາວິສະວະກໍາເຕັກໂນໂລຊີຂໍ້ມູນຂ່າວສານ, ສາຂາວິສະວະກໍາເຕັກໂນໂລຊີການສື່ສານ, ສາຂາວິສະວະກໍາຄວາມປອດໄພໄຊເບີ, ສາຂາວິສະວະກໍາບໍລິຫານເຕັກໂນໂລຊີການສື່ສານຂໍ້ມູນຂ່າວສານ ແລະ ສາຂາວິສະວະກໍາເຕັກໂນໂລຊີການສື່ສານຂໍ້ມູນຂ່າວສານ. ໃນອະນາຄົດອັນໃກ້ນີ້ສະຖາບັນເຕັກໂນໂລຊີການສື່ສານຂໍ້ມູນຂ່າວສານ ຈະໄດ້ສ້າງເພີ່ມອີກຫຼາຍໆສາຂາວິຊາ ເຊັ່ນ: ບໍລິຫານເຊີເວີ, ໂລຈິສຕິກ, ການຄ້າເອເລັກໂຕຣນິກ, ປັນຍາປະດິດ ແລະ ອື່ນໆ ເພື່ອປະກອບສ່ວນເຂົ້າໃນວຽກງານການຫັນເປັນດິຈິຕອນ ຂອງ ສປປ ລາວ ເວົ້າລວມ, ເວົ້າສະເພາະ ແມ່ນການສ້າງ ແລະ ພັດທະນາຊັບພະຍາກອນມະນຸດທາງດ້ານດິຈິຕອນໃຫ້ແຕ່ລະຂະແໜງການຕ່າງໆໃນຕໍ່ໜ້າ. (ຂ່າວ-ພາບ: ກຕສ)

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments