Friday, October 18, 2024
Homeຂ່າວພາຍໃນການນໍາແຂວງໄຊຍະບູລີ ເຂົ້າຮ່ວມພິທີປະກາດເມືອງມົກເຈົ່າ ແຂວງເຊິນລາເປັນແຫຼ່ງທ່ອງທ່ຽວແຫ່ງຊາດ

ການນໍາແຂວງໄຊຍະບູລີ ເຂົ້າຮ່ວມພິທີປະກາດເມືອງມົກເຈົ່າ ແຂວງເຊິນລາເປັນແຫຼ່ງທ່ອງທ່ຽວແຫ່ງຊາດ

ໃນລະຫວ່າງວັນທີ 17-19 ພຶດສະພາຜ່ານມາ ການນໍາແຂວງໄຊຍະບູລີນໍາໂດຍທ່ານ ເພັດພິໄຊ ສູນວິໄລ ຮອງເຈົ້າແຂວງໄຊຍະບູລີ ຜູ້ຊີ້ນຳວຽກງານຂົງເຂດວັດທະນະທຳ-ສັງຄົມ, ມີທ່ານ ບຸນທະວີ ບຸນຊູຮັກ ຮອງຫົວໜ້າພະແນກຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ, ທ່ານນາງ ສຸດາພອນ ດວງຫຼ້າ ຮອງຫົວໜ້າພະແນກການຕ່າງ ປະເທດແຂວງ ພ້ອມຄະນະໄດ້ເດີນທາງເຂົ້າຮ່ວມພິທີປະກາດເມືອງມົກເຈົ່າ ແຂວງເຊິນລາ ສສ ຫວຽດນາມ ເປັນ ແຫຼ່ງທ່ອງທ່ຽວແຫ່ງຊາດ. ໂດຍການຕ້ອນຮັບຂອງທ່ານນາງ ຈາງທິຊັວນ ຮອງປະທານຄະນະກໍາມະການປະຊາຊົນແຂວງ ຜູ້ປະຈໍາການພ້ອມດ້ວຍການນໍາແຂວງເຊິນລາ ແລະ ການນໍາເມືອງມົກເຈົ່າ ທີ່ໂຮງແຮມເມືອງແທັງມົກເຈົ່າ.

ການປະກາດເມືອງມົກເຈົ່າ ເປັນແຫຼ່ງທ່ອງທ່ຽວແຫ່ງຊາດໃນຄັ້ງນີ້ ໂດຍມີບັນດາກິດຈະກໍາປິ່ນອ້ອມຄື: ໃນວັນທີ 17 ພຶດສະພາຜ່ານມາ ໄດ້ມີການສະແດງສິລະປະວັດທະນະທໍາ, ແນະນໍາຜະລິດຕະພັນທ່ອງທ່ຽວ, ສິນຄ້າໂອ ດັອບ ແລະ ອາຫານຊົນເຜົ່າ, ໃຫ້ການປຶກສາກ່ຽວກັບການທ່ອງທ່ຽວ, ກິດຈະກໍາເກັບໝາກໄມ້ຢູ່ສວນໝາກໝັ້ນນາກາເຂດປ່າແຄນ 1 ເມືອງກະເສດມົກເຈົ່າ, ກິດຈະກໍາສົ່ງເສີມການທ່ອງທ່ຽວພາຍໃຕ້ຫົວຂໍ້: ທິດທາງການພັດທະນາເຂດທ່ອງທ່ຽວແຫ່ງຊາດເມືອງມົກເຈົ່າໃຫ້ເປັນສີຂຽວ ແລະ ໝັ້ນຄົງ, ໃນວັນທີ 18 ພຶດສະພາຜ່ານມາ ທ່ານ ເພັດພິໄຊ ສູນວິໄລ ໄດ້ເຂົ້າຮ່ວມພິທີການແຂ່ງຂັນເກັບໝາກໝັ້ນຢູ່ສວນໝາກໝັ້ນນາກາເຂດປ່າແຄນ 1 ເມືອງກະເສດມົກເຈົ່າ ພາຍໃນງານໄດ້ມີການສະແດງສິລະປະ-ວັນນະຄະດີຂອງເຜົ່າມົ້ງຫວຽດນາມ ຊຶ່ງແຕ່ລະລາຍການແມ່ນສະແດງເຖິງວິຖີຊີວິດຂອງເຜົ່າຕິດພັນກັບການກະເສດ, ເມືອງດັ່ງກ່າວເປັນເມືອງທີ່ປູກພືດເປັນສິນຄ້າເຊັ່ນ: ປູກໝາກໝັ້ນ, ສາລີ, ໝາກນັອດ, ໝາກຊູ ແລະ ພືດຜັກຕ່າງໆຕາມລະດູການ. ນອກນີ້, ຍັງປູກຫຍ້າລ້ຽງງົວນົມເພື່ອຂາຍນົມງົວໃຫ້ກັບໂຮງງານຜະລິດນົມສໍາເລັດຮູບ, ຈາກນັ້ນໄດ້ທ່ຽວຊົມຜົນຜະລິດກະສິກໍາຂອງປະຊາຊົນທີ່ວາງສະແດງໃນງານແຂ່ງຂັນເກັບໝາກໝັ້ນ, ຢ້ຽມຊົມໂຮງງານຜະລິດນົມງົວສໍາເລັດຮູບ, ທ່ຽວຊົມແຫຼ່ງທ່ອງທ່ຽວຂັ້ນໄດແກ້ວ ຊຶ່ງເປັນແຫຼ່ງທ່ອງທ່ຽວທີ່ມີສື່ສຽງຂອງເມືອງມົກເຈົ່າ ແລະ ໃນຕອນຄໍ່າຂອງວັນດຽວກັນໄດ້ເຂົ້າຮ່ວມພິທີປະກາດເມືອງມົກເຈົ່າ ແຂວງເຊິນລາເປັນແຫຼ່ງທ່ອງທ່ຽວແຫ່ງຊາດຢ່າງເປັນທາງການ ທີ່ສະໜາມຫຼວງໃຈກາງເມືອງມົກເຈົ່າ, ໃນພິທີໄດ້ມີການ ສະແດງສິລິປະ, ຊົມສາລະຄະດີສັ້ນ, ມອບໃບຢ້້ງຢືນຮັບຮອງເມືອງມົກເຈົ່າ ເປັນເມືອງທ່ອງທ່ຽວແຫ່ງຊາດ ແລະ ໃນວັນທີ 19 ພຶດສະພາຜ່ານມາ ໄດ້ເຂົ້າຮ່ວມຈັດກິດຈະກໍາປະສົບການທ່ຽວຊົມສະຖານທີ່ທ່ອງທ່ຽວເມືອງມົກເຈົ່າ, ແຫຼ່ງທ່ອງທ່ຽວແຫ່ງຊາດມົກເຈົ່າ, ກິດຈະກໍາແຂ່ງຂັນລົດຖີບຢູ່ເມືອງເວິນໂຮ້ ແລະ ກິດຈະກໍາຂີ່ບອນລູນລອຍຟ້າຢູ່ແຫຼ່ງທ່ອງທ່ຽວແຫ່ງຊາດມົກເຈົ່າ.

ຂ່າວ-ພາບ: ອຸ່ນເຮືອນ ໂພທິລັກ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments