ຕາມ​ຂ່າວ​ຈາກ VOVWORLD, ວັນ​ທີ7 ​ກໍລະກົດ​ນີ້, ຫ້ອງການ ຄົ້ນຄວ້າ ເສດຖະກິດ ມະຫາພາກ ອາຊຽນ+3 (AMRO) (ລວມມີ 10 ປະເທດ ສະມາຊິກ ອາຊຽນ ພ້ອມກັບ ຈີນ, ຍີ່ປຸ່ນ ແລະ ສ.ເກົາຫລີ) ໄດ້ປັບ​ຫລຸດ ລະດັບ ຄາດຄະເນ ການເຕີບໂຕ ເສດຖະກິດປີ 2022 ຂອງ ອາຊຽນ + 3 ຈາກ 4,7% ລົງມາເປັນ 4,3%. ນອກນີ້, AMRO ຍົກລະດັບ ຄາດຄະເນ ໄພເງິນເຟີ້ ຂອງພາກພື້ນ ເພີ່ມຂຶ້ນອີກ 1,7% ມາ​ເປັນ 5,2%, ເມື່ອທຽບໃສ່ ລະດັບ ການຄາດຄະເນ ເມື່ອເດືອນເມສາ ຜ່ານມາ.

ເຖິງຢ່າງໃດກໍຕາມ, AMRO ຄາດຄະເນວ່າ ອັດຕາ ໄພເງິນເຟີ້ ໃນປີໜ້າ ຈະຫລຸດລົງ ໃນລະດັບ 2,8%, ໃນຂະນະນັ້ນ, ການເຕີບໂຕ ເສດຖະກິດ ຢູ່ພາກພື້ນ ຈະບັນລຸ 4,9%, ສູງກວ່າ ລະດັບ ທີ່ໄດ້ ຄາດຄະເນ ກ່ອນໜ້ານັ້ນ 4,6%. ສຳລັບ ບັນດາ ພື້ນຖານ ເສດຖະກິດ ອາຊຽນ+3 ພວມຄ່ອຍໆ ຖືໂລກລະບາດ ໂຄວິດ-19 ແມ່ນພະຍາດ ທົ່ວໄປ, ສະພາບ ການໂລກ ລະບາດ ແລະ ມາດຕະການ ຈຳກັດ ກ່ຽວຂ້ອງເຖິງ ການທ່ອງທ່ຽວ ກໍຈະໄດ້ຮັບ ການຜ່ອນຜັນ ກວ່າອີກ, ຈາກນັ້ນ ຊຸກຍູ້ ການເຄື່ອນ ໄຫວ ຟື້ນຟູ ເສດຖະກິດ ຢ່າງຮອບ ເຮັດ​ໃຫ້ ຄວາມຕ້ອງການ ຢູ່ພາຍໃນປະເທດ ເພີ່ມຂຶ້ນ. ຂະນະ​ທີ່ ການເຕີບໂຕ ຂອງອາຊຽນ + 3 ໃນປີນີ້ ແລະ ປີໜ້າ ຈະຮັກສາ ທ່ວງທ່າ ເພີ່ມຂຶ້ນ ຢ່າງແຮງ, ພິເສດ ແມ່ນອາຊຽນ./. (ພາກ​ຂ່າວ​: ຕ່າງປະ​ເທດ)

ຮຽບຮຽງຂ່າວ​ໂດຍ: ສະ​ໄຫວ ລາດ​ປາກ​ດີ

LEAVE A REPLY

Please enter your comment!
Please enter your name here