Wednesday, October 23, 2024
Homeຂ່າວຕ່າງປະເທດຂະບວນລົດໄຟຜ່ານດ່ານດ່ວນ ຈີນ-ຫວຽດນາມ ຂົນສົ່ງສິນຄ້າຫລາຍກວ່າ500 ຕູ້ເປັນຄັ້ງທຳອິດ

ຂະບວນລົດໄຟຜ່ານດ່ານດ່ວນ ຈີນ-ຫວຽດນາມ ຂົນສົ່ງສິນຄ້າຫລາຍກວ່າ500 ຕູ້ເປັນຄັ້ງທຳອິດ

ວິທະຍຸສາກົນ ແຫ່ງ ສປ ຈີນ ອີງຕາມແຫລ່ງຂ່າວຈາກກຸ່ມບໍລິສັດທາງລົດໄຟຈີນ ສາຂາໜານໜິງຈຳກັດ ແຈ້ງໃຫ້ຮູ້ເມື່ອບໍ່ດົນມານີ້ວ່າ: ຂະບວນລົດໄຟຜ່ານດ່ານດ່ວນຈີນ-ຫວຽດນາມ ໄດ້ຂົນສົ່ງສິນຄ້າຫລາຍກວ່າ 500 ຕູ້ມາດຕະຖານ ໃນເດືອນມີນານີ້ ຊຶ່ງເປັນຄັ້ງທຳອິດທີ່ຂະບວນລົດໄຟຜ່ານດ່ານດ່ວນຈີນ-ຫວຽດນາມ ຂົນສົ່ງສິນຄ້າຫລາຍກວ່າ 500ຕູ້ຕໍ່ເດືອນ. ນັບແຕ່ຕົ້ນປີ 2024ນີ້, ໄປຄຽງຄູ່ກັບການໄປມາຫາສູ່ກັນ ດ້ານເສດຖະກິດການຄ້າຈີນ-ຫວຽດນາມ ໄດ້ເພີ່ມຂຶ້ນຢ່າງຕໍ່ເນື່ອງ ຫລັງຈາກ ການຂົນສົ່ງສິນຄ້າຂອງຂະບວນລົດໄຟຜ່ານດ່ານ ດ່ວນຈີນ-ຫວຽດນາມ ໄດ້ປະຕິບັດງານຢ່າງຫລວງຫລາຍ ໂດຍໄດ້ຂົນສົ່ງ ສິນຄ້າທີ່ຈັດສົ່ງຈາກສູນລວມສິນຄ້າປົກຄຸມທົ່ວເຂດປົກຄອງຕົນເອງ ເຜົ່າຈ້ວງກວາງຊີ ກໍຄື ນະຄອນ ແລະ ແຂວງຕ່າງໆ ຂອງ ສປ ຈີນ ທັງໝົດ 20 ກວ່າແຫ່ງ ເຊັ່ນ: ແຂວງກວາງຕຸ້ງ, ແຂວງເຈີີ້ຈ່ຽງ, ນະຄອນຊຽງໄຮ້ ເປັນຕົ້ນສິນຄ້າຂົນສົ່ງໄດ້ເພີ່ມຂຶ້ນເປັນ 620 ກວ່າຊະນິດ ຊຶ່ງເປັນການເພີ່ມແຮງຂັບເຄື່ອນຢ່າງບໍ່ຂາດສາຍ ໃຫ້ແກ່ ການພັດທະນາການຄ້າ ລະຫວ່າງ ສອງປະເທດ ຈີນ-ຫວຽດນາມ. ປັດຈຸບັນຂະບວນລົດໄຟຂົນສົ່ງສິນຄ້າຈີນ-ຫວຽດນາມ ສາມາດຂົນສົ່ງສິນຄ້າໄດ້ທັງໝົດ 1168 ຕູ້ມາດຕະຖານ, ເພີ່ມຂຶ້ນ 47% ເມື່ອທຽບໃສ່ ໄລຍະດຽວກັນຂອງປີ 2023.

(ບັນນາທິການຂ່າວ: ຕ່າງປະເທດ)

ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments