ອັດຕາເງິນເຟີ້ທີ່ເພີ່ມຂຶ້ນໄດ້ສົ່ງຜົນກະທົບຕໍ່ປະຊາກອນທົ່ວໂລກ ຍ້ອນໄດ້ຮັບຜົນກະທົບຈາກລາຄານ້ຳມັນ, ອາຫານ ແລະ ສິນຄ້າຕ່າງໆ ແພງຂຶ້ນທົ່ວໂລກ ພ້ອມທັງຄ່າເງີນທີ່ອ່ອນຄ່າລົງຢ່າງຫຼວງຫຼາຍ ເຊັ່ນຕົວຢ່າງ: ອັດຕາເງິນເຟີ້ຂອງປະເທດຕຸລະກີ ໃນເດືອນມິຖຸນາ ແມ່ນ 78.62% ອັດຕາເງິນເຟີ້ທີ່ເພີ່ມຂຶ້ນໄດ້ສົ່ງຜົນກະທົບຕໍ່ 84 ລ້ານຄົນຂອງຕຸລະກີ, ລາຄາພະລັງງານ ແລະ ອາຫານສູງ, ລາຄາການຂົນສົ່ງຍັງເພີ່ມຂຶ້ນ 123.37%, ໃນຂະນະທີ່ອາຫານ ແລະ ເຄື່ອງດື່ມບໍ່ມີທາດເຫຼົ້າເພີ່ມຂຶ້ນ 93.93%. ສ່ວນສະກຸນເງິນເອີໂຣຫຼຸດລົງສູ່ລະດັບຕ່ຳສຸດເປັນຄັ້ງທຳອິດ ໃນຮອບ 2 ປີ ເຖິງ 1,19 ໂດລາສະຫະລັດ ຕໍ່ເອີໂຣ ເກືອບເທົ່າກັບໂດລາສະຫະລັດ ເຊີ່ງສະທ້ອນໃຫ້ເຫັນເຖີງຄວາມກັງວົນຂອງນັກລົງທຶນ ກ່ຽວກັບເສດຖະກິດມີທ່າອ່ຽງຖອຍຫລັງ ສ່ວນພະລັງງານຍັງເພີ່ມຂື້ນຢ່າງຕໍ່ເນື່ອງ ແລະ ຄາດວ່າເສດຖະກິດທົ່ວເອີຣົບຍັງສືບຕໍ່ຫລຸດລົງ.
ຕໍ່ກັບບັນຫາດັ່ງກ່າວນີ້ລັດຖະບານລາວ ກໍ່ເຊັ່ນກັນໄດ້ຖະແຫຼງຕໍ່ກອງປະຊຸມສະພາ ຄັ້ງທີ 3 ຊຸດທີ IX ວ່າ: ຈະເອົາໃຈໃສ່ເປັນຢ່າງດີຕໍ່ການຮັກສາສະຖຽນລະພາບຂອງລາຄາ ຜູ້ບໍລິໂພກ ທີ່ຜັນຜວນ ມີສະຖຽນລະພາບ ແລະ ຈະໃຊ້ມາດຕະການທັງຫມົດ ທີ່ເປັນໄປໄດ້ເພື່ອຮັກສາໄພເງິນເຟີ້ ຕໍ່ການຄວບຄຸມໃຫ້ໄດ້.

LEAVE A REPLY

Please enter your comment!
Please enter your name here