ຕາມສະພາບການຂອງໂລກໃນປະຈຸບັນ ເຮັດໃຫ້ບັນດາປະເທດຕາເວັນຕົກມີຜົນກະທົບຢ່າງໜັກ ຕໍ່ກັບລາຄານ້ຳມັນທີ່ມີລາຄາເພິ່ມຂຶ້ນ ແລະ ການນຳເຂົ້າພະລັງງານແກັດ.

ດັ່ງນັ້ນ, ຫຼາຍໆປະເທດຕາເວັນຕົກຈຶ່ງມີການກະກຽມຈັດແຈງ ຖ້າຫາກອາດເກີດມີການຂາດແຄນພະລັງແກັດແທ້ ເປັນຕົ້ນແມ່ນ: ວຸດທິສະພາດ້ານສິ່ງແວດລ້ອມ ຂອງເມືອງ ແຮັມບຸກ ຂອງປະເທດເຢຍລະມັນ ໄດ້ມີແຜນການກະກຽມຮັບມື ອາດມາການແບ່ງປັນສ່ວນນ້ຳຮ້ອນສຳລັບຄົວເຮືອນປະຊາຊົນ ແລະ ຈຳກັດອຸນຫະພູມຮ້ອນສູງສຸດ ໃນກໍລະນີເກີດການຂາດແຄນພະລັງງານແກັດແບບກະທັນຫັນແທ້ ແລະ ກະກຽມການຮັບມືຈາກການນຳເຂົ້າພະລັງງານແກັດຈາກຣັດເຊຍທີ່ອາດຈະຂຶ້ນ.

ຕາມແຫຼ່ງຂ່າວຊື່ດັ່ງຂອງເຢຍລະມັນໄດ້ບອກອີກວ່າ: ຖ້າມີການຂາດແຄນພະລັງງານແກັດກະທັນຫັນແທ້ ນ້ຳອຸ່ນສາມາດໃຊ້ໄດ້ຕາມຊ່ວງເວລາ ໃນແຕ່ລະວັນໃນກໍລະນີສຸກເສີນເທົ່ານັ້ນ. ເມືອງແຮັມບຸກ ອາດມີການພິຈາລະນາຫລຸດອຸນຫະພູມໃນຫ້ອງສູງສຸດໃນເຄື່ອຂ່າຍການໃຫ້ຄວາມຮ້ອນໃນເຂດພື້ນທີ່ຕ່າງໆ ໂດຍພາວະສຸກເສີນຂອງລັດຖະບານກາງ ໃຫ້ຄົວເຮືອນ ແລະ ເຄຫາສະຖານສະຖາບັນຕ່າງໆ ເຊັ່ນ: ໂຮງໝໍ ແມ່ນຖືໃຫ້ຄວາມສຳຄັນອັນດັບຕົ້ນ ກ່ອນເຂດອຸດສາຫະກຳຕ່າງໆ ແຕ່ບໍ່ສາມາດປະຕິບັດໄດ້ທຸກພື້ນທີ່ຂອງເມືອງ ເນື່ອງຈາກຄວາມພ້ອມເຄື່ອງມື ແລະ ເຕັກນິກ; ເຢຍລະມັນກໍໄດ້ພະຍາຍາມຊອກຫາແຫຼ່ງພະລັງງານແກັດບ່ອນໃໝ່ ແລະ ຊອກຫາແຫຼ່ງພະລັງງນແກັດແບບທຳມະຊາດ ເພື່ອມາທົດແທນ ເນື່ອງຈາກຣັດເຊຍໄດ້ມີການຫລຸດສົ່ງອອກພະລັງງານແກັດໃຫ້ເຢຍລະມັນ.

ໃນຫຼາຍໆເມືອງ ຂອງເຢຍລະມັນ ແມ່ນໄດ້ມີການຫລຸດຈ່າຍອຸນຫະພູມຮ້ອນໃຫ້ບັນດາຜູ້ຊົມໃຊ້ ແຕ່ຜູ້ຊົມໃຊ້ສາມາດໃຊ້ນ້ຳຮ້ອນໄດ້ຕາມເວລາກຳນົດເທົ່ານັ້ນ ຄື: 4 ໂມງ ຫາ 8 ໂມງ, 11 ໂມງ ຫາ 13 ໂມງ, 17 ໂມງ ຫາ 19 ໂມງ ແລະ ຍາມຄ່ຳຄືນ ຫຼື ຊ່ວງເວລາອື່ນໆ ແມ່ນຈ່າຍແຕ່ລະບົບນ້ຳເຢັນແທນ ເຊິ່ງມັນວິທີປັບປ່ຽນການຈ່າຍອຸນຫະພູມແຕ່ນີ້ໄປເຖິງປີໜ້າ.

ເຢຍລະມັນ ຖືວ່າຢູ່ໃນຊ່ວງວິກິດອາດເກີດການຂາດແຄນພະລັງງານແກັດ ແລະ ໄດ້ມີວິທີການໂຄສະນາແນະນຳໃຫ້ແກ່ສັງຄົມ ຕ້ອງໄດ້ມີການປະຢັດການນຳໃຊ້ພະລັງງານແກັດເທົ່າທີ່ຈະປະຢັດໄດ້.

ສະນັ້ນ, ບັນຫາເສດຖະກິດໂລກມັນໄດ້ກະທົບໃສ່ບໍ່ແມ່ນແຕ່ໃນ ສປປ ລາວ ເຮົາ ແຕ່ມັນໄດ້ກະທົບໄປທຸກຍ່ອມຫຍ້າໃນໂລກໜ່ວຍນີ້ ເຊິ່ງທີມງານເຮົາຈະນຳມາສະເໜີອີກໃນຄັ້ງຕໍ່ໄປ

ຕາມແຫຼ່ງຂ່າວ: ຂ່າວດ່ວນ Top News

#Medialaos MMD

LEAVE A REPLY

Please enter your comment!
Please enter your name here