ຂ່າວຕ່າງປະເທດລາຍງານ ເມື່ອວັນທີ 4 ກໍລະກົດທີ່ຜ່ານມາ, ທະນາຄານກາງອາເມຣິກາ (ເຟດ) ໄດ້ເປີດເຜີຍວ່າ ແບບຈຳລອງການຄາດຄະເນ GDPNow ຫຼ້າສຸດສະແດງໃຫ້ເຫັນວ່າ ເສດຖະ ກິດອາເມຣິກາຫົດຕົວລົງ 2,1% ໃນໄຕມາດທີ 2 ຂອງປີ 2022 ຈາກເດີມທີ່ຊີ້ໃຫ້ເຫັນວ່າ ມີທ່າອ່ຽງຫົດຕົົວ 1%.

ໂຕເລກການຄາດຄະເນ GDPNow ຊີ້ໃຫ້ເຫັນວ່າ ເສດຖະກິດອາເມຣິກາຫົດຕົວໃນໄຕມາດທີ 2 ຢ່າງຮຸນແຮງກວ່າໄຕມາດທຳອິດ ຊຶ່ງຫົດຕົວລົງ 1,6% ແລະ ສະແດງວ່າ ເສດຖະກິດອາເມຣິກາໄດ້ເຂົ້າສູ່ພາວະຖົດຖອຍແລ້ວ ເນື່ອງຈາກເສດຖະກິດຫົດຕົວ 2 ໄຕມາດຕິດຕໍ່ກັນ. ທ່ານ ເຈໂຣມ ພາວເວວ ປະເທດເຟດກ່າວວ່າ ເຟດມີຄວາມມຸ່ງໝັ້ນໃນການສະກັດກັ້ນເງິນເຟີ້ ເຖິງແມ່ນວ່າການໃຊ້ນະໂຍບາຍຄຸມເຂັ້ມທາງດ້ານການເງິນຈະຖ່ວງດຶງການຂະຫຍາຍຕົວທາງດ້ານເສດຖະກິດ ແຕ່ກໍຈະບໍ່ສ້າງຄວາມສ່ຽງທີ່ຮຸນແຮງ.

ກ່ອນໜ້ານີ້, ທ່ານ ພາວເວວ ກ່າວວ່າ ພວກເຮົາມີຄວາມມຸ່ງໝັ້ນທີ່ຈະໃຊ້ເຄື່ອງມືທັງໝົດທີ່ພວກເຮົາມີເພື່ອເຮັດໃຫ້ເງິນເຟີ້ປັບຕົວຫຼຸດລົງ ຊຶ່ງການກະທຳດັ່ງກ່າວກໍຄືການຖ່ວງດຶງການຂະຫຍາຍຕົວທາງດ້ານເສດຖະກິດ ເຖິງແມ່ນວ່າຈະມີຄວາມສ່ຽງ ແຕ່ທ່ານກໍເຫັນວ່ານີ້ບໍ່ແມ່ນຄວາມສ່ຽງທີ່ໃຫຍ່ທີ່ສຸດຕໍ່ເສດຖະກິດ ໂດຍຄວາມຜິດພາດຫຼາຍກວ່າທີ່ອາດຈະເກີດຂຶ້ນກໍຄືຄວາມຫຼົ້ມເຫຼວໃນການຮັກສາສະຖຽນລະພາບໃນການຕ້ານລາຄາ.

LEAVE A REPLY

Please enter your comment!
Please enter your name here