Home ຂ່າວພາຍໃນ ແຂວງອຸດົມໄຊ ເປີດງານບັນພະຊາ ສໍາມະເນນ ປະຈຳປີ 2022

ແຂວງອຸດົມໄຊ ເປີດງານບັນພະຊາ ສໍາມະເນນ ປະຈຳປີ 2022

0
629

ແຫລ່ງຂ່າວຈາກ ແຂວງອຸດົມໄຊ ໃຫ້ຮູ້ວ່າ: ງານບັນພະຊາ ສາມະເນນ ແລະ ຝຶກອົບຮົມສິນລະທຳ ໃຫ້ແກ່ເຍົາວະຊົນໃນໄລຍະພັກຮຽນປະຈຳປີ 2022 ຈັດຂຶ້ນເມື່ອບໍ່ດົນມານີ້, ເຊິ່ງກຸ່ມເປົ້າໝາຍເຍົາວະຊົນຊາຍ-ຍິງ ມີອາຍຸແຕ່ 12-25 ປີ, ໄດ້ແບ່ງເປັນປະເພດ ເຍົາວະຊົນຊາຍ ທີ່ເຂົ້າຮັບການບັນພະຊາເປັນສາມະເນນ 61 ອົງ, ກຳນົດເອົາສະຖານທີ່ ແລະ ໄລຍະເວລາໃນການປະຕິບັດ ຢູ່ວັດສັນຕິພາບ ບ້ານເຈງ ເມືອງໄຊ ແຂວງອຸດົມໄຊ ລະຫວ່າງວັນທີ 1-8 ລະກົດ 2022 ໂດຍມີຫລັກສູດຝຶກອົບຮົມ 4 ພາກ ຄື: ພາກວິຊາພຸດທະສາດສະໜາ, ພາກວິຊາສາສະໜາພິທີ, ພາກວິຊາສັງຄົມ, ພາກກິດຈະວັດປະຈຳວັນ.

ການຈັດງານດັ່ງກ່າວ, ກໍເພື່ອປູກຈິດສຳນຶກໃຫ້ນັກຮຽນ ມີຄວາມກະຕັນຍູຮູ້ບຸນຄຸນພໍ່ແມ່ ແລະ ຜູ້ທີ່ມີພະຄຸນ ຕະຫລອດການຮັກຫອມບ້ານເກີດເມືອງນອນ, ໃຫ້ນັກຮຽນສາມາດແຍກໄດ້ລະຫວ່າງຄວາມດີ ແລະ ຄວາມຊົ່ວ ມີຄວາມຮັບຜິດຊອບຕໍ່ການກະທຳຂອງຕົນເອງ, ເສີມສ້າງທັກສະຊີວິດ ປ່ຽນແປງພຶດຕິກຳ, ສ້າງທັດສະນະຄະຕິ ທີ່ດີຂຶ້ນດ້ວຍການສຶກສາອົມຮົມທາງດ້ານ ຈະຣິຍະທັມ ແລະ ສ້າງຕົນເອງໃຫ້ເປັນປະໂຫຍດແກ່ສັງຄົມ.

ທ່ານ ວາລີ ຈືນໍເຢັງ ເຈົ້າເມືອງໄຊ ໄດ້ກ່າວໃນໂອກາດເຂົ້າຮ່ວມໃນພິທີວ່າ: ໃນນາມຕາງໜ້າການນໍາຂັ້ນເມືອງ ຂໍຝາກຝັ່ງນໍາຄູບາອາຈານ ຈົ່ງຕັ້ງໃຈສຶກສາອົບຮົມ, ຖ່າຍທອດວິຊາຄວາມຮູ້ ແລະ ປູກຈິດສຳນຶກໃຫ້ລູກຫລານເຍົາວະຊົນ ໃຫ້ກາຍເປັນຄົນດີ ມີສິນທຳ, ມີຄຸນນະທໍາ, ມີຄຸນສົມບັດທີ່ດີ ແລະ ເປັນພົນລະເມືອງທີ່ດີຂອງສັງຄົມ, ສາມາດສືບທອດພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ. ສ່ວນລູກຫລານເຍົາ ວະຊົນທຸກໆຄົນ ໃນເມື່ອມີໂອກາດເຂົ້າມາບັນພະຊາ ແລະ ອົບຮົມສິນລະທຳ ໃຫ້ແຕ່ລະຄົນເອົາໃຈໃສ່ປະຕິບັດ, ສຶກສາຄົ້ນຄວ້າ, ຮ່ຳຮຽນເອົາຄວາມຮູ້ນຳຄູບາອາຈານ ເພື່ອນໍາໄປໝູນ ໃຊ້ເຂົ້າໃນຊີວິດປະຈຳວັນຂອງຕົນ ໃຫ້ມີຄວາມຈະເລີນງອກງາມ.

ຂ່າວ: ແສງອາທິດ

NO COMMENTS

LEAVE A REPLY

Please enter your comment!
Please enter your name here