ລາຄານໍ້າມັນເຊື້ອໄຟເພີ່ມຂຶ້ນສູງ ຍ້ອນລາຄາ CIF ຫຼື ຕົ້ນທຶນນໍາເຂົ້າ ສູງຂຶ້ນ ແລະ ປັດໄຈອື່ນໆ ແຕ່ລັດຖະບານ ໄດ້ໃຊ້ຫຼາຍມາດຕະການ ເພື່ອຄຸ້ມຄອງລາຄານໍ້າມັນເຊື້ອໄຟ ບໍ່ໃຫ້ສູງເກີນໄປ ເພືຶ່ອໃຫ້ບັນດາຜູ້ປະກອບການຢູ່ໄດ້ ແລະ ຮັບປະກັນໃຫ້ປະຊາຊົນ ມີນໍ້າມັນພຽງພໍກັບການຮັບໃຊ້ໃນການຜະລິດ ແລະ ການດໍາລົງຊີວິດ; ພ້ອມນີ້, ກໍຍັງຊຸກຍູ້ໃຫ້ບັນດາໂຮງງານປຸງແຕ່ງ/ໂຮງງານປະສົມນໍ້າມັນເຊື້ອໄຟ ພາຍໃນປະເທດ ເພີ່ມການສະໜອງນໍ້າມັນຕື່ມອີກ.

ກອງປະຊຸມປຶກສາຫາລື ກ່ຽວກັບການຄຸ້ມຄອງລາຄານໍ້າມັນເຊື້ອໄຟ ແລະ ການຄິດໄລ່ໂຄງສ້າງລາຄານໍ້າມັນເຊື້ອໄຟ ຢູ່ ສປປ ລາວ ໄດ້ຈັດຂຶ້ນໃນວັນທີ 1 ກໍລະກົດ ນີ້ ທີ່ກະຊວງອຸດສາຫະກຳ ແລະ ການຄ້າ (ອຄ) ພາຍໃຕ້ການເປັນປະທານຂອງ ທ່ານ ພູວຽງ ພົງສາ ຫົວໜ້າກົມການຄ້າພາຍໃນ ກະຊວງ ອຄ ໂດຍມີພາກສ່ວນກ່ຽວຂ້ອງເຂົ້າຮ່ວມ; ໃນນີ້, ໄດ້ມີຂໍ້ມູນຈາກກົມການຄ້າພາຍໃນ ໃຫ້ຮູ້ເຖິງສາເຫດທີ່ລາຄາຂາຍຍ່ອຍນໍ້າມັນເຊື້ອໄຟ ຢູ່ພາຍໃນສູງຂຶ້ນ ແລະ ການແກ້ໄຂບັນຫາຂອງລັດຖະບານໃນໄລຍະຜ່ານມາ ແລະ ຕໍ່ໜ້າ.

ທ່ານ ອັກຄະວົງ ວຽນເຮືອງໄຜ່ ຫົວໜ້າພະແນກຄຸ້ມຄອງສິນຄ້າ ແລະ ລາຄາ ໄດ້ກ່າວວ່າ: ລາຄາຂາຍຍ່ອຍນໍ້າມັນພາຍໃນປະເທດ ເພີ່ມສູງຂຶ້ນ ຍ້ອນຫຼາຍປັດໄຈ ໂດຍສະເພາະແມ່ນລາຄາ ນໍ້າມັນເຊື້ອໄຟໃນຕະຫຼາດໂລກ ມີລາຄາເໜັງຕີງຂຶ້ນສູງສຸດເປັນປະຫວັດການ ຊຶ່ງໂດຍລວມແລ້ວແມ່ນຕົ້ນທຶນການນຳເຂົ້າ ຫຼື ລາຄາ CIF ແມ່ນລາຄານໍ້າມັນເຊື້ອໄຟຕະຫຼາດສິງກະໂປ ຫຼື ລາຄາ PLATTS ສິງກະໂປ = (+ ຫຼື -) ຄ່າທຳນຽມ (+) ການປະກັນໄພ (+) ຄ່າຂົນສົ່ງຮອດສາງບໍລິສັດນໍ້າມັນເຊື້ອໄຟຂອງ ສປປ ລາວ. ສ່ວນການຄິດໄລ່ໂຄງສ້າງລາຄານໍ້າມັນ ແມ່ນຄິດໄລ່ບົນພື້ນຖານ ລາຄາ CIF (x) ອັດຕາແລກປ່ຽນ (+) ພາສີນໍາເຂົ້າ ໃນນີ້ ແອັດຊັງພິເສດ 20%, ແອັດຊັງທໍາມະດາ 15% ແລະ ກາຊວນ 5% (+) ອາກອນຊົມໃຊ້ ຄື ແອັດຊັງພິເສດ 40%, ແອັດຊັງທໍາມະດາ 5% ແລະ ກາຊວນ 0% (+) ອາກອນມູນຄ່າເພີ່ມ 7% (+) ກອງທຶນບູລະນະທາງ 520 ກີບ/ລິດ/ຊະນິດ (+) ຄ່າບໍລິການທຸລະກິດ ຄື ບໍລິສັດ ນໍາເຂົ້າ-ສົ່ງອອກ ນໍ້າມັນເຊື້ອໄຟ 350 ກີບ/ລິດ, ບໍລິສັດ ຈໍາໜ່າຍພາຍໃນ 300 ກີບ/ລິດ ແລະ ປໍ້ານໍ້າມັນເຊື້ອໄຟ 300 ກີບ/ລີດ ຊຶ່ງການຄິດໄລ່ລາຄາແຕ່ລະຄັ້ງໃນປັດຈຸບັນ ແມ່ນຄິດໄລ່ໂດຍສະເລ່ຍ 5-7 ວັນ ເນື່ອງຈາກສະພາບການສະໜອງນໍ້າມັນເຊື້ອໄຟໃນໂລກແມ່ນໄດ້ມີການປັບການຄິດໄລ່.

ທ່ານ ນາງ ຖະໜອມ ແກ້ວໄຊຍະຈັກ ຮອງຫົວໜ້າກົມການຄ້າພາຍໃນ ໄດ້ກ່າວວ່າ: ເນື່ອງຈາກລາຄານໍ້າມັນໃນຕະຫຼາດໂລກສູງຂຶ້ນ ບວກກັບບັນຫາເງິນກີບອ່ອນຄ່າ ການຄິດໄລ່ໂຄງສ້າງລາຄາອອກມາຈຶ່ງສູງ ແຕ່ລັດ​ຖະ​ບານ​ກໍ​ໄດ້​ຫາ​ວິ​ທີ​ແກ້​ໄຂ ຊຶ່ງຜ່ານມາລັດຖະບານໄດ້ຕັດສິນໃຈສູງ ໃນດ້ານຂອງພັນທະ ເຖິງວ່າຈະມີບັນຫາດ້ານລາຍຮັບງົບປະມານ ແຕ່ກໍໄດ້ຫຼຸດອາກອນຊົມໃຊ້ລົງ, ມາເຖິງປັດຈຸບັນ ໄດ້ຫຼຸດອາ​ກອນ​ຊົມ​ໃຊ້​ລົງ 2 ຄັ້ງ (ຫຼຸດອາກອນຊົມໃຊ້ແອັດຊັງທໍາມະດາ ຈາກ 31% ລົງມາເປັນ 16% ແລະ ຫຼຸດລົງມາເປັນ 5% ໃນປັດຈຸບັນ; ສ່ວນ ກາຊວນ ແມ່ນຫຼຸດຈາກ 21% ມາເປັນ 11% ແລະ ມາເປັນ 0% ໃນປັດຈຸບັນ) ແລະ ບໍ່ເກັບສ່ວນຂອງຄັງແຮ. ນອກນີ້, ລັດຖະບານ ຍັງໄດ້ແຊກແຊງດ້ານອັດຕາແລກປ່ຽນ ແລະ ຄຸ້ມຄອງ, ກຳນົດອັດຕາແລກປ່ຽນ ຊຶ່ງເຮັດໃຫ້ລັດໄດ້ສູນເສຍໃນດ້ານງົບປະມານ ແລະ ການຜິດດ່ຽງຂອງອັດຕາແລກປ່ຽນ ແຕ່ເພື່ອແກ້ໄຂບັນຫານໍ້າມັນໄລຍະຜ່ານມາ ໄດ້ອັດສີດເງິນ 60 ລ້ານໂດ​ລາ ເຂົ້າໄປ ຊຶ່ງເຮັດໃຫ້ລາຄານໍ້າບໍ່ກ້າວກະໂດດສູງ ເຮັດໃຫ້ໄລຍະເດືອນມິ​ຖຸ​ນາ​ ຜ່ານມາ ສາມາດແກ້ໄຂໄດ້ເປັນຢ່າງດີ. ລັດຖະບານ ຍັງໄດ້ອະນຸມັດຕື່ມອີກ 200 ລ້ານໂດລາ ເພື່ອກຽມພ້ອມໃຫ້ກຸ້ມການ​ນຳ​ເຂົ້າ​ນ້ຳ​ມັນ​ເຊື້ອ​ໄຟເດືອນກໍ​ລະ​ກົດ ກັບ ເດືອນ​ສິງ​ຫາ ນີ້ ຊຶ່ງລັດຖະບານໄດ້ພະຍາຍາມສູ້ຊົນຈັດຕັ້ງປະຕິບັດໃຫ້ໄດ້ໄວເທົ່າທີ່ຈະໄວໄດ້.

ໂອກາດດັ່ງກ່າວ, ທ່ານ ທ່ານ ພູວຽງ ພົງສາ ຍັງໄດ້ກ່າວໃຫ້ຮູ້ວ່າວ່າ: ນອກຈາກບັນດາມາດຕະການຕ່າງໆນັ້ນ, ກະຊວງ ອຄ ຍັງໄດ້ຮ່ວມກັບຂະແໜງການກ່ຽວຂ້ອງ ເພື່ອຊຸກຍູ້ໃຫ້ບັນດາໂຮງງານປຸງແຕ່ງ/ໂຮງງານປະສົມນໍ້າມັນເຊື້ອໄຟ ພາຍໃນປະເທດ ເຊັ່ນ ໂຮງງານກັ່ນນໍ້າມັນລາວເປັກ, ໂຮງງານປະສົມນໍ້າມັນເຊື້ອໄຟ ຍອດງື່ມພາວເວີ ແລະ ໂຮງງານນໍ້າມັນກາຊວນຊີວະພາບ ອາໂກຣເທັກ ເພື່ອເພີ່ມການສະໜອງນໍ້າມັນພາຍໃນປະເທດເຮົາຕື່ມ ຮັບປະກັນການສະໜອງນໍ້າມັນພາຍໃນປະເທດ ໃຫ້ພຽງພໍ ເພື່ອມາຮັບໃຊ້ການຜະລິດ ແລະ ການດຳລົງຊີວິດ​ຂອງ​ປະ​ຊາ​ຊົນ.

ຂ່າວ-ພາບ: ສຸກສະຫວັນ

#Medialaos MMD (ແຫຼ່ງຂໍ້ມູນຈາກ: ໜັງສືພິມ ປະຊາຊົນ)

LEAVE A REPLY

Please enter your comment!
Please enter your name here