Thursday, September 19, 2024
Homeທ່ອງທ່ຽວວັນທີ 26 ທັນວາ ທ່ຽວທ່າແຕງ ທ່ານຈະໄດ້ສໍາຜັດກັບເອກະລັກເຜົ່າ ຢ້ຽມຊົມວັດທະນະທໍາ ຫັດຖະກໍາຕໍ່າຫູກກັນດອນ

ວັນທີ 26 ທັນວາ ທ່ຽວທ່າແຕງ ທ່ານຈະໄດ້ສໍາຜັດກັບເອກະລັກເຜົ່າ ຢ້ຽມຊົມວັດທະນະທໍາ ຫັດຖະກໍາຕໍ່າຫູກກັນດອນ

ບ້ານກັນດອນໃໝ່ ເປັນບ້ານຊົນເຜົ່າກະຕູທີ່ກວມຈໍານວນຫຼາຍກວ່າໝູ່ ຍ້າຍຈາກເມືອງກະລຶມ ມາຕັ້ງຖິ່ນຖານຢູ່ເມືອງທ່າແຕງ, ຫ່າງຈາກເມືອງທ່າແຕງ ໄປທາງທິດໃຕ້ປະມານ 21 ກິໂລແມັດ, ຫ່າງຈາກເສັ້ນທາງ 16E ປະມານ 4 ກິໂລແມັດ ແລະ ຫ່າງຈາກເທສະບານ ແຂວງເຊກອງ ໄປທາງທິດເໜືອ 32 ກິໂລແມັດ. ຊຶ່ງ ເມືອງທ່າແຕງ ມີ 8 ຊົນເຜົ່າຄື: ເຜົ່າອາຣັກ, ເຜົ່າຕະໂອ້ຍ, ເຜົ່າກຣຽງ(ແງະ), ເຜົ່າຕຣຽງ, ເຜົ່າສ່ວຍ,ເຜົ່າກະຕູ, ເຜົ່າຢຣຸ(ລະເວນ), ແລະ ເຜົ່າລາວ ມີຮີດຄອງປະເພນີທີ່ແຕກຕ່າງກັນ. ໃນນີ້ ບ້ານກັນດອນໃໝ່ ກໍ່ແມ່ນບ້ານໜຶ່ງທີ່ຂຶ້ນກັບເມືອງທ່າແຕງ ເປັນບ້ານຂອງຊົນເຜົ່າກະຕູ ມີຮີດຄອງປະເພນີອັນດີງາມ ທີ່ຍັງອະນຸລັກຮັກສາຮີດຄອງປະເພນີແບບດັ້ງເດີມໄວ້, ດ້ວຍເຫດນີ້ ຄະນະພັກອໍານາດການປົກຄອງເມືອງທ່າແຕງ ກໍຄືແຂວງເຊກອງ ຈິ່ງໄດ້ຮັບຮອງເອົາບ້ານດັ່ງກ່າວ ເປັນບ້ານທ່ອງທ່ຽວທາງດ້ານວັດທະນະທໍາ ໃນປີ 2008 ເປັນຕົ້ນມາ ເພື່ອໃຫ້ນັກທ່ອງທ່ຽວ ໄດ້ມາທ່ຽວຊົມ ແລະ ສໍາຜັດກັບວິຖີຊີວິດຂອງຊົນເຜົ່າກະຕູ.

ເມື່ອເວົ້າເຖິງແຫຼ່ງທ່ອງທ່ຽວທາງດ້ານວັດທະນະທໍາຂອງ ຊົນເຜົ່າກະຕູບ້ານກັນດອນໃໝ່ ເຫັນວ່າແຫລ່ງທ່ອງທ່ຽວແຫ່ງນີ້ ເປັນແຫຼ່ງທ່ອງທ່ຽວ ທີ່ເຕັມໄປດ້ວຍມົນສະເໜ່, ມີປະເພນີ ແລະ ເອກະລັກສະເພາະເປັນຂອງຕົນເອງ. ໃນແຕ່ລະປີ ຊົນເຜົ່າກະຕູ ຈະມີພິທີກໍາໃຫຍ່ ແລະ ນ້ອຍ ຫຼາຍຄັ້ງ ເພື່ອຂໍຄວາມສັກສິດ,ຄວາມຢູ່ເຢັນເປັນສຸກໃນການດໍາລົງຊີວິດ ກໍຄື : ການຜະລິດ. ແຕ່ພິທີກໍາທີ່ໃຫຍ່ ແລະ ຖືກອະນຸລັກຮັກສາໄວ້ ຂອງຊົນເຜົ່າກະຕູ ບ້ານກັນດອນໃໝ່ ແມ່ນປະເພນີບຸນງະ, ເຊິ່ງຈະສະເຫຼີມສະຫຼອງງານບຸນໃຫຍ່ ປີລະຄັ້ງໃນຕົ້ນເດືອນມີນາ, ງານບຸນດັ່ງກ່າວ ຖືວ່າເປັນຮີດຄອງປະເພນີອັນໜຶ່ງ ທີ່ມີອະລິຍະທໍາເກົ່າແກ່ໃນອາຊີຕາເວັນອອກສຽງໃຕ້, ມີຮີດຄອງປະເພນີ, ຮູບຊົງການດໍາລົງຊີວິດ ທີ່ເປັນເອກະລັກ ທີ່ກາຍເປັນມົນສະເໜ່ສະເພາະຂອງຊົນເຜົ່າກະຕູ ເມືອງທ່າແຕງ ແລະ ກາຍເປັນປະເພນີວັດທະນະທໍາ ອັນດີງາມ ທີ່ຄະນະພັກເມືອງທ່າແຕງ ກໍຄື ແຂວງເຊກອງ ໄດ້ອະນຸລັກຮັກສາໄວ້ ແລະ ໄດ້ຈັດເຂົ້າໃນປະຕິທິນບຸນປະເພນີ ແຂວງເຊກອງ ນັບແຕ່ ປີ 2008 ເປັນຕົ້ນມາ. ແຫຼ່ງທ່ອງທ່ຽວວັດທະນະທໍາບ້ານກັນດອນໃໝ່ ສ້າງຄວາມປະທັບໃຈໃຫ້ກັບນັກທ່ອງທ່ຽວທີ່ເຂົ້າມາທ່ຽວຊົມ ເມືອງທ່າແຕງ ຈໍານວນບໍ່ໜ້ອຍ ເພາະໃນບ້ານດັ່ງກ່າວ ມີຫຼາຍສິ່ງຫຼາຍຢ່າງໃຫ້ເຮົາສໍາຜັດ,ໄດ້ຮັບຮູ້,ໄດ້ສຶກສາ ແບບປະຈັດຕາ ກໍຄື ການນຸ່ງຖືຂອງຊົນເຜົ່າ, ຫັດຖະກໍາຕໍ່າຫູກດ້ວຍກີ່ແອວ,ບຸນປະເພນີຂອງຊົນເຜົ່າກະຕູ ແລະ ການແກະສະຫຼັກໂລງສົບໄມ້ໃຫ້ກັບສະມາຊິກໃນຄອບຄົວແຕ່ລະຄົນກ່ອນທີ່ຈະເສຍຊີວິດເສຍຊີວິດ. ເມື່ອເຫັນແລ້ວສຸດເຫຼືອທີ່ຈະພັນລະນາພາ ບອກໄດ້ເລີຍວ່າລືມຄວາມອິດເມື່ອຍໃນທັນທີທັນໃດ. ເພາະຄວາມປະທັບໃຈ ໃນມົນສະເໜ່ຂອງຊົນເຜົ່າກະຕູ ແລະ ຢາກຈະສໍາຜັດກັບວັດທະນະທໍາດັ່ງກ່າວ.

ແຫລ່ງທ່ອງທ່ຽວວັດທະນະທໍາບ້ານກັນດອນໃໝ່ ຈະເປັນໜ້າທ່ຽວຊົມທີ່ສຸດໃນລະຫວ່າງຕົ້ນເດືອນມີນາ ກໍຄືລະຫວ່າງວັນທີ 5 ເດືອນມີນາ ຂອງທຸກໆປີ, ເພາະເປັນໄລຍະທີ່ບ້ານກັນດອນໃໝ່ ຈັດງານບຸນປະເພນີ ບຸນງະ. ເຊິ່ງຖືກຈັດຂຶ້ນອ້ອມຮອບເຮືອນຊຸມຊົນແບບດັ້ງເດີມ ທີ່ຕັ້ງຢູ່ໃຈກາງຂອງໝູ່ບ້ານ. ການຕັ້ງເຮືອນຊານບ້ານຊ່ອງ ກໍແມ່ນຈັດໃຫ້ເປັນວົງມົນອ້ອມສາລາກວນ.

ນອກນັ້ນ ໃນບຸນປະເພນີ ຂອງແຕ່ລະປີ ເພິ່ນກໍຈັດຫຼາຍກິດຈະກໍາ ເພື່ອຄົບງັນງານບຸນດັ່ງກ່າວ ເປັນຕົ້ນ: ການສະແດງສິລະປະ ປະເພດຟ້ອນເຂນ, ຟ້ອນງ້າວ ແລະ ຂັບລໍາອື່ນໆຫຼາກຫຼາຍສີສັນ ທີ່ເປັນເອກກະລັກຂອງເຜົ່າ ທີ່ເຄີຍປະຕິບັດກັນມາແຕ່ດັ້ງເດີມ ແລະ ມີການວາງສະແດງສິນຄ້າປະເພດວັດຖຸພັນ, ຫັດຖະກຳຈັກສານ ແລະ ຫັດຖະກຳຕໍ່າແຜ່ນໄປພ້ອມໆກັບອາຫານພື້ນບ້ານປະເພດ ເຂົ້າໃບແຂມ,ເຂົ້າແດກງາ ແລະ ຫຼາມໄກ່ລາດ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments