Friday, October 18, 2024
Homeຂ່າວໜ້າໜຶ່ງການຈັດຕັ້ງປະຕິບັດ ຂອງສື່ມວນຊົນແຂວງຫຼວງນໍ້າທາ ກ່ຽວກັບວຽກງານໂພຊະນາການຂອງແມ່ - ເດັກ ແລະ ການລ້ຽງດູເດັກອ່ອນ

ການຈັດຕັ້ງປະຕິບັດ ຂອງສື່ມວນຊົນແຂວງຫຼວງນໍ້າທາ ກ່ຽວກັບວຽກງານໂພຊະນາການຂອງແມ່ – ເດັກ ແລະ ການລ້ຽງດູເດັກອ່ອນ

ກົມສື່ມວນຊົນ ກະຊວງຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ (ຖວທ) ແລະ ອົງການອຸຍນີເຊັບ ພ້ອມດ້ວຍສື່ມວນຊົນຈາກໜັງສືພິມປະຊາຊົນ, ໜັງສືພິມກອງທັບ, ວິທະຍຸກະຈາຍສຽງແຫ່ງຊາດລາວ ແລະ ໂທລະພາບນະຄອນຫຼວງວຽງຈັນ ໄດ້ເຄື່ອນໄຫວເກັບກໍາຂໍ້ມູນກ່ຽວກັບການຈັດຕັ້ງປະຕິບັດ ວຽກງານໂພຊະນາການຂອງແມ່- ເດັກ ແລະ ການລ້ຽງດູເດັກອ່ອນ ແລະ ເດັກນ້ອຍ ໃນວັນທີ 19 ຫາ 25 ທັນວາ 2023 ທີ່ແຂວງຫຼວງນໍ້າທາ ຊຶ່ງນໍາພາໂດຍ ທ່ານ ວັນນະສິນ ສິມມະວົງ ຮອງຫົວໜ້າກົມສື່ມວນຊົນ ກະຊວງ ຖວທ ແລະ ຜູ້ຕາງໜ້າຈາກອົງການອຸຍນີເຊັບ ຊຶ່ງການລົງເກັບກຳຂໍ້ມູນໃນຄັ້ງນີ້ເປັນສ່ວນໜຶ່ງຂອງການໂຄສະນາໂພຊະນາການ ແມ່-ເດັກ ແລະ ການລ້ຽງດູເດັກອ່ອນ ເດັກນ້ອຍ ລະຫວ່າງລັດຖະບານ ສປປ ລາວ. ສະຫະພາບເອີຣົບ ແລະ ອົງການອຸຍນີເຊັບ ໂດຍໄດ້ຮັບການສະໜັບສະໜູນຈາກສະຫະພາບອີຣົບ ແລະ ອົງການອຸຍນີເຊັບ.

ໃນໂອກາດດັ່ງກ່າວ, ທ່ານ ວຽງຄໍາ ໄຊຍະວົງ ຮອງຫົວໜ້າພະແນກ ຖວທ ແຂວງຫຼວງນໍ້າທາ ກໍໄດ້ໃຫ້ສໍາພາດໃນການຈັດຕັ້ງປະຕິບັດວຽກງານໂພຊະນາການຂອງແມ່- ເດັກ ແລະ ການລ້ຽງດູເດັກອ່ອນ ແລະ ເດັກນ້ອຍ ໃນໄລຍະຜ່ານມາໂດຍຫຍໍ້ວ່າ: ການປະຕິບັດໜ້າທີ່ວຽກງານພາຍໃນ ພະແນກ ກ່ຽວກັບວຽກງານໂຄສະນາແນວທາງ ຂອງພັກ – ລັດ ເວົ້າລວມ ເວົ້າສະເພາະ ໃນໂພຊະນາການຂອງແມ່ – ເດັກ ແລະ ການລ້ຽງດູເດັກອ່ອນ ແລະ ເດັກນ້ອຍ ເພື່ອເຮັດໃຫ້ເຂົາເຈົ້າມີສຸຂະພາບທີ່ແຂງແຮງ, ມີພັດທະນາການທີດີ, ພາຍຫຼັງທີ່ພະນັກງານ ຖວທ ແຂວງ ໄດ້ໄປປະຊຸມຢູ່ທີ່ເມືອງວັງວຽງ, ແຂວງວຽງຈັນ ໃນລະ ຫ່ວາງວັນທີ ວັນທີ 5 ຫາ 6 ກັນຍາ ຜ່ານມາ ກໍໄດ້ເຮັດໃຫ້ພະນັກງານມີຄວາມຮັບຮູ້ ແລະ ເຂົ້າໃຈຕໍ່ວຽກງານນີ້ຫຼາຍຂຶ້ນ, ເປັນຕົ້ນແມ່ນວິທີລົງເກັບກຳຂໍ້ມູນຂ່າວ, ວິທີການສຳພາດ, ວິທີການສ້າງຄຳຖາມສຳພາດ, ຮູບແບບການຂຽນຂ່າວ, ນອກນັ້ນຍັງໄດ້ເອົາເນື້ອໃນຂອງການຝຶກອົບຮົມເປັນຕົ້ນແມ່ນເນື້ອໃນໂພຊະນາການຂອງແມ່ – ເດັກ ແລະ ການລ້ຽງດູເດັກອ່ອນ ແລະ ເດັກນ້ອຍ ມາໂຄສະນາເຜີຍແຜ່ເປັນປົກກະຕິ, ໄດ້ນຳເອົາກົດໝາຍ, ນິຕິກໍາຕ່າງໆ, ທີ່ກ່ຽວພັນເຖິງວຽກງານສາທາລະນາສຸກ ໂຄສະນາຜ່ານສື ວິທະຍຸ ໂທລະພາບ ເຟສບຸກ ແລະ ອື່ນໆ ນອກນັ້ນທາງພະແນກ ຖວທ ກໍໄດ້ຮັບແຈ້ງການ ຂອງຫ້ອງການ ກະຊວງ ຖວທ ເລກທີ 608/ຫກ ເລື່ອງ ຊ່ວຍເຜີຍແຜ່ໂຄສະນາກ່ຽວກັບການສົ່ງເສີມການລ້ຽງດູເດັກອ່ອນ ດ້ວຍນົມແມ່ ເພື່ອໂພຊະນາການທີ່ດີ ລວມທັງ ໝົດ 22 ຫົວຂໍ້ ແລະ ໄດ້ມອບໃຫ້ພາກສ່ວນທີ່ກ່ຽວຂ້ອງເປັນຜູ້ຈັດຕັ້ງປະຕິບັດ, ມອບໃຫ້ກອງວິຊາການວິທະຍຸ-ໂທລະພາບ ໂຄສະນາອອກອາກາດເປັນປົກກະຕິ, ສຳລັບວິທະຍຸແມ່ນໄດ້ເອົາຂໍ້ມູນໂພຊະນາການຊ້ອນເຂົ້າໃນທຸກລາຍການ, ຈະເປັນລາຍການບັນເທິງ, ລາຍການທົ່ວໄປ ແລະ ໄດ້ເລັ່ງໃສ່ຫຼັກໆແມ່ນ ລາຍການຮູ້ໄວ້ໄດ້ປະໂຫຍດ ( ລາຍການຮັກສາສຸຂະພາບ) ອອກອາການທຸກວັນຈັນ ຫາ ວັນສຸກ ເວລາ 8 ໂມງ 00 ຫາ 8 ໂມງ 30 ນາທີ, ນອກນັ້ນຍັງມີລາຍການເພື່ອສຸຂະພາບ ຂອງພະແນກສາທາແຂວງເປັນຜູ້ຈັດເອງ, ສຳລັບໂທລະພາບ ແມ່ນໄດ້ນຳເອົາສະປອດໂຄສະນາ ດັ່ງກ່າວປ່ອຍອອກໂດຍຜ່ານເຟສບຸກ ຂອງໂທລະພາບທຸກໆວັນ.

ທ່ານໄດ້ກ່າວຕື່ມອີກວ່າ: ຜ່ານການໂຄສະນາ ໄດ້ເຮັດໃຫ້ນັກຂ່າວ, ນັກຈັດລາຍການ ແລະ ປະຊາຊົນບັນດາເຜົ່າ ໄດ້ຮັບຮູ້ ແລະ ເຂົ້າໃຈກ່ຽວກັບວຽກງານໂພຊະນາການຂອງແມ່ – ເດັກ ແລະ ການລ້ຽງດູເດັກອ່ອນ ແລະ ເດັກນ້ອຍ, ໃນການຮັກສາສຸຂະພາບ, ການໄດ້ຮັບສານອາຫານທີ່ດີ, ການປົກປ້ອງເດັກ ແລະ ແມ່ຍິງຖືພາ ເພື່ອສ້າງໂອກາດໃຫ້ເຂົາເຈົ້າໄດ້ຮັບຮູ້ ແລະ ເຂົ້າໃຈຕໍ່ວຽກງານນີ້ໃຫ້ຫຼາຍຂຶ້ນ. ດັ່ງນັ້ນການໂຄສະນາວຽກງານໂພຊະນາການຈຶ່ງແມ່ນວຽກສຳຄັນທີ່ສຸດ ໃນການສົ່ງເສີມສຸຂະພາບ, ແມ່ນການໃຫ້ຄວາມຮູ້ ສ້າງຂໍ້ມູນ ຂ່າວສານ, ສ້າງໃຫ້ຄົນເຮົາມີສະຕິຕື່ນຕົວ ໃນການເບິ່ງແຍ່ງດູແລສຸຂະພາບຂອງຕົນ ໂດຍສະເພາະແມ່ນແມ່ຖືພາ ແລະ ເດັກອ່ອນ, ເດັກນ້ອຍໃຫ້ໄດ້ຮັບສານອາຫານຄົບຖ້ວນ ປະຕິບັດຕາມຫຼັກການ, ວິທີການຕ່າງໆໃຫ້ຖືກຕ້ອງ ມີແຜນການດຳລົງຊິວິດທີ່ດີ. ດັ່ງນັ້ນ ການສົ່ງເສີມແມ່ຖືພາ ແລະ ເດັກອ່ອນ, ເດັກນ້ອຍ ແມ່ນມີຄວາມສໍາຄັນຢ່າງຫຼວງຫຼາຍ ທີ່ຈະໃຫ້ເດັກນ້ອຍທຸກຄົນ ມີໂອກາດເລີ່ມຕົ້ນຊີວິດທີ່ດີທີ່ສຸດ ແລະ ພັດທະນາເຕີບໂຕຢ່າງເຕັມທີ່. ສະນັ້ນ, ວຽກງານນີ້ຈຶ່ງຈຳເປັນທີ່ສຸດ ທີ່ຕ້ອງໄດ້ໂຄສະນາໃຫ້ປະຊາຊົນໄດ້ຮັບຮູ້ ແລະ ເຂົ້າໃຈຢ່າງເລິກເຊິ່ງ. ແຂວງຫຼວງນໍ້າທາ ເປັນແຂວງໜຶ່ງທີ່ມີພູດອຍກວມ 85%, ມີຫຼາຍຊົນເຜົ່າ, ປະຊາຊົນສ່ວນຫຼາຍຍັງອາໄສທຳມະຊາດ ໂດຍສະເພາະແມ່ນເຂດຫ່າງໄກສອກຫຼີກ, ເຮັດໃຫ້ການກະຈາຍຄື້ນຂອງວິທະຍຸ ບໍ່ໄປຮອດໄປເຖິງປະຊາຊົນເທົ່າທີ່ຄວນ, ຮູບແບບການໂຄສະນາຍັງຈຳກັດ, ຍ້ອນຂາດງົບປະມານ, ອຸປະກອນຮັບໃຊ້ຕໍ່ວຽກງານສື່ຕ່າງໆ ຍັງຈຳກັດ, ຈຶ່ງເຮັດໃຫ້ວຽກງານນີ້ບໍ່ທັນເຮັດໄດ້ດີເທົ່າທີ່ຄວນ, ເຮັດໃຫ້ປະຊາຊົນບາງເຂດຍັງບໍ່ທັນເຂົ້າໃຈຕໍ່ວຽກງານດັ່ງກ່າວໄດ້ດີ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments