Thursday, September 19, 2024
Homeຂ່າວໜ້າໜຶ່ງເຜີຍແຜ່ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ ໃຫ້ບັນດາແຂວງພາກເໜືອ

ເຜີຍແຜ່ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ ໃຫ້ບັນດາແຂວງພາກເໜືອ

ກະຊວງການຕ່າງປະເທດ ຈັດກອງປະຊຸມເຜີຍແຜ່ ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024 ໃຫ້ບັນດາການນຳ ແລະ ພະນັກງານຫລັກແຫລ່ງ ແລະ ພະແນກການກ່ຽວຂ້ອງ ບັນດາແຂວງພາກເໜືອ ຂອງ ສປປ ລາວ ໃນວັນທີ 20 ທັນວາ 2023 ຢູ່ແຂວງຫລວງພະບາງ ໂດຍ ເຜີຍແຜ່ຂອງ ທ່ານ ສະເຫລີມໄຊ ກົມມະສິດ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ, ຮອງປະທານຜູ້ປະຈໍາການ ຄະນະຊີ້ນໍາລະດັບຊາດ ເພື່ອກະກຽມ ແລະ ດຳເນີນການເປັນປະທານອາຊຽນ ຂອງ ສປປ ລາວ ເພື່ອສ້າງຄວາມຮັບຮູ້ ແລະ ເຂົ້າໃຈ ໃຫ້ແກ່ພາກສ່ວນຕ່າງໆກ່ຽວກັບ ການກະກຽມຄວາມພ້ອມຮອບດ້ານ ແລະ ຄວາມໝາຍຄວາມສໍາຄັນ ໃນການເປັນປະທານອາຊຽນ ລວມທັງຄວາມສຳຄັນຂອງຄຳຂວັນ ແລະ ບູລິມະສິດ ສຳລັບການເປັນປະທານອາຊຽນ ຂອງ ສປປ ລາວ.

ການເຜີຍແຜ່ຄັ້ງນີ້, ຜູ້ເຂົ້າຮ່ວມໄດ້ຮັບຟັງການບັນຍາຍ ກ່ຽວກັບ ເປົ້າໝາຍໃນການເປັນປະທານອາຊຽນ ຂອງ ສປປ ລາວ ໃນປີ 2024 ພາຍໃຕ້ຄຳຂວັນ: “ເພີ່ມທະວີການເຊື່ອມຈອດ ແລະ ຄວາມເຂັ້ມແຂງ ອາຊຽນ” ແລະ ບັນດາບູລິມະສິດປີ່ນອ້ອມຄຳຂວັນ ພາຍໃຕ້ 3 ເສົາຄໍ້າປະຊາຄົມອາຊຽນຄື: ເສົາຄໍ້າປະຊາຄົມການເມືອງ-ຄວາມໝັ້ນຄົງອາຊຽນ, ເສົາຄໍ້າປະຊາຄົມເສດຖະກິດອາຊຽນ ແລະ ເສົາຄໍ້າປະຊາຄົມວັດທະນະທໍາ-ສັງຄົມອາຊຽນ. ພ້ອມນີ້, ທ່ານປະທານ ຍັງໄດ້ຍົກໃຫ້ເຫັນບົດບາດອັນສໍາຄັນຂອງ ສປປ ລາວ ໃນການເປັນປະທານກອງປະຊຸມລະດັບຕ່າງໆ ໂດຍສະເພາະລະດັບຜູ້ນໍາຂອງປະເທດສະມາຊິກອາຊຽນ ແລະ ລະຫວ່າງ ອາຊຽນ ແລະ ຄູ່ເຈລະຈາ ເຊິ່ງ ສປປ ລາວ ຈະໄດ້ນໍາພາ ແລະ ເຮັດວຽກຮ່ວມກັບປະເທດສະມາຊິກອາຊຽນ ໃນການປຶກສາຫາລືການຮ່ວມມືໃນຂົງເຂດຕ່າງໆ ລວມທັງການຮັບຮອງບັນດາເອກະສານສໍາຄັນ ແລະ ການຈັດຕັ້ງປະຕິບັດບັນດາກິດຈະກຳ ພາຍໃຕ້ກົນໄກການຮ່ວມມືອາຊຽນ ເພື່ອນໍາຜົນປະໂຫຍດສູງສຸດມາສູ່ອາຊຽນ ໂດຍສະເພາະແມ່ນ ສປປ ລາວ.

ສປປ ລາວ ເຂົ້າເປັນສະມາຊິກ ອາຊຽນ ໃນວັນທີ 23 ກໍລະກົດ 1997, ຕະຫລອດໄລຍະ 26 ປີ ຂອງການເປັນສະມາຊິກອາຊຽນ, ສປປ ລາວ ໄດ້ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນວຽກງານອາຊຽນ ກໍຄື ການສ້າງປະຊາຄົມອາຊຽນ. ໃນນີ້, ສປປ ລາວ ໄດ້ສໍາເລັດການເປັນປະທານ ອາຊຽນ ມາແລ້ວ 2 ຄັ້ງຄື: ຄັ້ງທຳອິດ ໃນປີ 2004-2005 ແລະ ຄັ້ງທີ 2 ໃນປີ 2016. ສໍາລັບການເປັນປະທານ ອາຊຽນ ຄັ້ງທີ 3 ຂອງ ສປປ ລາວ ຈະເລີ່ມແຕ່ ວັນທີ 1 ມັງກອນ ເຖິງ ວັນທີ 31 ທັນວາ 2024.

ໃນໂອກາດນີ້, ທ່ານ ສະເຫລີມໄຊ ກົມມະສິດ ໄດ້ຮຽກຮ້ອງໃຫ້ທຸກພາກສ່ວນໃນສັງຄົມ ໂດຍສະເພາະບັນດາແຂວງພາກເໜືອ ທັງພາກລັດ, ພາກເອກະຊົນ ແລະ ປະຊາຊົນ ນັບແຕ່ສູນກາງຈົນຮອດທ້ອງຖິ່ນ ພ້ອມກັນເປັນເຈົ້າພາບທີ່ດີ ເພື່ອເຮັດໃຫ້ການເປັນປະທານອາຊຽນຂອງ ສປປ ລາວ ສາມາດບັນລຸຈຸດປະສົງ ແລະ ເປົ້າໝາຍທີ່ວາງອອກ, ລວມທັງການເປັນ ເຈົ້າພາບທີ່ດີ ເພື່ອດຶງດູດນັກທ່ອງທ່ຽວ ສຳລັບປີທ່ອງທ່ຽວລາວ 2024.

ຂ່າວ-ພາບ: ກະຊວງການຕ່າງປະເທດ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments