Friday, October 18, 2024
Homeຂ່າວໜ້າໜຶ່ງມອບປຶ້ມ ເສັ້ນທາງປະສານໃຈ ໃຫ້ຫໍສະຫມຸດແຫ່ງຊາດ

ມອບປຶ້ມ ເສັ້ນທາງປະສານໃຈ ໃຫ້ຫໍສະຫມຸດແຫ່ງຊາດ

ໃນວັນທີ 8 ທັນວາ 2023 ທີ່ຫໍສະຫມຸດແຫ່ງຊາດ, ວິທະຍຸໂທລະພາບສູນກາງຈີນ (CMG) ປະຈຳລາວ ຮ່ວມກັບ ສະມາຄົມນັກປະພັນລາວ ໄດ້ຈັດ ພິທີມອບ-ຮັບປື້ມ ເສັ້ນທາງປະສານໃຈ ໃຫ້ແກ່ຫໍສະໝຸດແຫ່ງຊາດ ຂຶ້ນ ໂດຍການເຂົ້າຮ່ວມຂອງທ່ານ ທອງໃບ ໂພທິສານ ປະທານສະມາຄົມນັກປະພັນລາວ, ທ່ານນາງ ແສງແກ້ວ (MO XiaoLing)ຫົວໜ້າວິທະຍຸໂທລະພາບສູນກາງຈີນ (CMG)ປະຈຳລາວ, ທ່ານ ສໍາລານ ຫຼວງອາໄພ ຫົວໜ້າອໍານວຍການຫໍສະໝຸດແຫ່ງຊາດລາວ, ມີນັກຂຽນ, ນັກປະພັນ, ນັກກະວີ ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.

ທ່ານ ທອງໃບ ໂພທິສານ ກ່າວວ່າ: ໂຄງການນີ້ເປັນໂຄງການໃຫຍ່ ທີ່ມີຄວາມໝາຍ ແລະ ຄວາມສໍາຄັນທາງປະຫວັດສາດ ເວົ້າສະເພາະແມ່ນສໍາລັບວົງການນັກປະພັນລາວ ສະນັ້ນທາງສະມາຄົມນັກປະພັນລາວ ຈິ່ງໄດ້ຄັດເລືອກເອົານັກປະພັນຜູ້ທີ່ດີເດັ່ນ ແລະ ມີຊື່ສຽງຂອງລາວຈໍານວນ 15 ທ່ານ ເຂົ້າຮ່ວມ, ໃນນີ້ ມີທັງນັກຂຽນຜູ້ອາວຸໂສ, ນັກຂຽນໜຸ່ມ, ນັກຂຽນຍິງ ແລະ ນັກຂຽນສົງ; ມີນັກປະພັນ ແລະ ນັກກະວີລາງວັນວັນນະກໍາສ້າງສັນຍອດຢ້ຽມແຫ່ງອາຊຽນ ຫຼື ຊີໄຣ 5 ທ່ານ, ຜູ້ໄດ້ຮັບລາງວັນວັນນະກໍາພາກພື້ນແມ່ນໍ້າຂອງ 5 ທ່ານ ແລະ ຜູ້ໄດ້ຮັບລາງວັນຊະນະເລີດສິນໄຊ ແລະ ລາງວັນກວດສອບບົດປະພັນວັນນະຄະດີທົ່ວປະເທດມາແລ້ວທັງນີ້ກໍເພື່ອຮັບປະກັນໝາກຜົນທີ່ຈະໄດ້ຮັບຕາມຈຸດປະສົງເປົ້າໝາຍຂອງໂຄງການທີ່ໄດ້ວາງໄວ້.

ຕະຫຼອດໄລຍະຂອງການເດີນທາງທາງລົດໄຟທີ່ຍາວໄກ ເປັນເວລາເຖິງ 2 ອາທິດ ຊຶ່ງເຕັມໄປດ້ວຍບັນຍາກາດທີ່ຕື່ນເຕັ້ນ ປະທັບໃຈ ຄຶກຄື້ນ ຟົດຟື້ນ ແລະ ມ່ວນຊື່ນໃນຄັ້ງນີ້ ທີ່ບັນດານັກປະພັນ ນັກກະວີທັງໝົດ ມີໂອກາດໄດ້ສໍາຜັດກັບເຫດການຕົວຈິງຜ່ານ 5 ແຂວງທີ່ແລວທາງລົດໄຟລາວ-ຈີນຜ່ານ ເປັນຕົ້ນ: ນະຄອນຫຼວງວຽງຈັນ, ແຂວງວຽງຈັນ,ຫຼວງພະບາງ, ອຸດົມໄຊ ແລະ ຫຼວງນໍ້າທາ, ໄດ້ສໍາຜັດກັບບັນຍາກາດຕົວຈິງ, ໄດ້ສໍາພາດ ແລະ ເກັບກໍາຂໍ້ມູນຕາມສະຖານນີຕ່າງໆ ຢູ່ແຕ່ລະແຂວງ ເພື່ອນໍາມາຂຽນເປັນບົດປະພັນວັນນະຄະດີ: ກະວີ, ບົດບັນທຶກ ແລະ ບົດເລື່ອງສັ້ນ. ຜ່ານການເຄື່ອນໄຫວໂຄງການໃນຄັ້ງນີ້ ພວກເຮົາສາມາດເຮັດສໍາເລັດໜ້າທີ່ເກີນຄາດໝາຍໄດ້ບົດເລື່ອງ ບົດບັນທຶກ ເລື່ອງສັ້ນ ເລື່ອງຍາວ ແລະ ບົດກະວີ ທັງໝົດ 23 ບົດ ຊຶ່ງທັງໝົດນີ້ ທາງວິທະຍຸໂທລະພາບສູນກາງຈີນປະຈໍາລາວ ຜູ້ໃຫ້ການສະໜັບສະໜູນ ແລະ ຮ່ວມມືຂອງໂຄງການ ໄດ້ທໍາການຮິບໂຮມ ແລະ ຈັດພິມເປັນປຶ້ມເພື່ອໂຄສະນາເຜີຍແຜ່ຕໍ່ໄປ ແລະ ໄດ້ໃສ່ຊື່ປຶ້ມທີ່ເຕັມໄປດ້ວຍຄວາມໝາຍວ່າ: ເສັ້ນທາງປະສານໃຈ.

ທ່ານນາງ ແສງແກ້ວ ກ່າວວ່າ: ໂຄງການນີ້ເລີ່ມມີຂຶ້ນໃນເດືອນພະຈິກ ປີ 2022, ແນໃສ່ຈຸດປະສົງທີ່ ບັນທຶກຜົນງານ ແລະຄວາມຮັກຄວາມແພງຕາມເສັ້ນທາງລົດໄຟລາວ-ຈີນໂດຍຜ່ານບົດຂຽນ ຮູບພາບ ແລະຮູບແຕ້ມ ຈາກນັກປະພັນ, ນັກກະວີ, ນັກແຕ້ມ ແລະນັກຖ່າຍພາບ ທີ່ມີຊື່ສຽງ ຂອງສປປລາວ, ເຮັດໃຫ້ປະຊາຊົນສອງຊາດລາວ-ຈີນ ກໍຄືປະຊາຊົນທົ່ວໂລກຮັບຮູ້ເຖິງຜົນສຳເລັດຂອງເສັ້ນທາງສາຍນີ້, ມັກຮັກເສັ້ນທາງສາຍນີ້, ທັງປຸກລະດົມຄວາມກະຕືລືລົ້ນ ແລະຄວາມພາກພູມໃຈຂອງປະຊາຊົນລາວໃນພາລະກິດແຫ່ງການປົກປັກຮັກສາເສັ້ນທາງລົດໄຟລາວ-ຈີນ,​ ເຮັດໃຫ້ການຮ່ວມມືລາວ-ຈີນລົງເລິກເຂົ້າເຖິງໝາກຫົວໃຈຂອງປະຊາຊົນທັງ2ປະເທດ. ຫວັງວ່າ, ປຶ້ມ ເສັ້ນທາງປະສານໃຈເຫຼັ້ມນີ້ຈະສາມາດບອກເລົ່າເຖິງຄວາມຮູ້ສຶກທີ່ປະທັບໃຈຂອງທຸກຊັ້ນຄົນໃນສັງຄົມລາວທີ່ຢູ່ລຽບຕາມທາງລົດໄຟລາວ-ຈີນ, ແລະຫວັງຢ່າງຍິ່ງວ່າ: ປື້ມດັ່ງກ່າວ ຈະກາຍເປັນບົດບັນທຶກໜຶ່ງທີ່ສ່ອງແສງໃຫ້ເຫັນເຖິງຄວາມສະໜິດຕິດພັນທີ່ຮັກແພງກົມກຽວກັນຕະຫຼອດໄປລະຫວ່າງປະຊາຊົນສອງຊາດລາວ-ຈີນຜ່ານເສັ້ນທາງລົດໄຟລາວ-ຈີນ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments