ທ່ານ ບຸນໂຈມ ອຸບົນປະເສີດ ລັດຖະມົນຕີກະຊວງການເງິນ ໄດ້ສະເໜີຮ່າງກົດໝາຍວ່າດ້ວຍຊັບສິນຂອງລັດ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນເທື່ອທີ 3 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 1 ກໍລະກົດ ນີ້, ພາຍໃຕ້ການເປັນປະທານຂອງທ່ານ ນາງ ສູນທອນ ໄຊຍະຈັກ ຮອງປະທານສະພາແຫ່ງຊາດ, ໂດຍມີສະມາຊິກສະພາແຫ່ງຊາດເຂົ້າຮ່ວມຢ່າງພ້ອມພຽງ.

ທ່ານ ບຸນໂຈມ ອຸບົນປະເສີດ ກ່າວວ່າ: ໃນສະພາບການຈັດຕັ້ງປະຕິບັດກົດໝາຍວ່າດ້ວຍຊັບສິນຂອງລັດ ສະບັບເລກທີ 09/ສພຊ 12 ຕຸລາ 2002 ເປັນສະບັບທຳອິດທີ່ຖືກຮັບຮອງ ແລະ ປະກາດໃຊ້ໃນປີ 2002, ໃນປີ 2012 ໄດ້ຖືກປັບປຸງເປັນສະບັບເລກທີ 14/ສພຊ, ລົງວັນທີ 5 ກໍລະກົດ 2012 ຊຶ່ງປະກອບດ້ວຍ 10 ພາກ 7 ໝວດ ແລະ 47 ມາດຕາ.

ອີງໃສ່ສະພາບການຂະຫຍາຍຕົວຂອງເສດຖະກິດ – ສັງຄົມ, ນິຕິກຳໃນການຄຸ້ມຄອງຊັບສິນຂອງລັດ ແມ່ນໄດ້ມີການນຳໃຊ້ມາຫຼາຍປີ ຈຶ່ງເຮັດໃຫ້ມີບາງຂໍ້ຈຳກັດໃນການປະຕິບັດໜ້າທີ່ການເມືອງໃນວຽກງານຊັບສິນຂອງລັດ ແລະ ເພື່ອເປັນການຕອບສະໜອງການຈັດຕັ້ງປະຕິບັດວາລະແຫ່ງຊາດໃຫ້ປະກົດຜົນເປັນຈິງ ດັ່ງນັ້ນ, ສະພາແຫ່ງຊາດ ຈຶ່ງໄດ້ອອກມະຕິ ສະບັບເລກທີ 24/ສພຊ, ລົງວັນທີ 19 ພະຈິກ 2019 ວ່າດ້ວຍມາດຕະການເພື່ອບັບປຸງກົດໝາຍ ແລະ ນິຕິກຳໃຕ້ກົດໝາຍທີ່ຕິດພັນກັບການເກັບລາຍຮັບ ຊຶ່ງໃນນັ້ນແມ່ນກົດໝາຍວ່າດ້ວຍຊັບສິນຂອງລັດ ທີ່ມີເນື້ອໃນຍັງບໍ່ຄົບຖ້ວນ, ສົມບູນໃນການຈັດຕັ້ງປະຕິບັດປະກອບດ້ວຍ 5 ມາດຕາຄື: ມາດຕາ 22, 23, 34, 37, 42 ພ້ອມນັ້ນ ກົດໝາຍວ່າດ້ວຍຊັບສິນຂອງລັດສະບັບນີ້ ກໍແມ່ນໜຶ່ງໃນ 4 ກົດໝາຍ ທີ່ຄະນະປະຈຳສະພາແຫ່ງຊາດ ຈັດຕັ້ງການປະເມີນຜົນການຈັດຕັ້ງປະຕິ ບັດ.

ອີງໃສ່ສະພາບເງື່ອນໄຂຂອງປະເທດ ແລະ ຂອງໂລກມີການປ່ຽນແປງ ຈຶ່ງເລັ່ງທວງໃຫ້ມີການປັບປຸງລະບຽບການໃນການຄຸ້ມຄອງຊັບສິນຂອງລັດໃຫ້ຮັດກຸມ, ໂປ່ງໃສ ແນໃສ່ເຮັດໃຫ້ ການພັດທະນາທີ່ມີມູນຄ່າມະຫາສານ ແລະ ມີຄວາມຍືນຍົງ, ປະກອບສ່ວນເຂົ້າໃນການພັດ ທະນາ ແລະ ສ້າງສາພັດທະນາປະເທດຊາດ ທີ່ຕິດພັນກັບການຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂຄວາມຄວາມຫຍຸ້ງຍາກດ້ານເສດຖະກິດ-ການເງິນ, ສະນັ້ນ, ຈຶ່ງມີຄວາມຈຳ ເປັນຕ້ອງໄດ້ມີການບັບປຸງກົດໝາຍວ່າດ້ວຍຊັບສິນຂອງລັດ.

ດ້ານໂຄງປະກອບ: ຮ່າງກົດໝາຍສະບັບນີ້ ໄດ້ມີການບັບປຸງເນື້ອໃນທັງໝົດ 41 ມາດ ຕາ, ເພີ່ມເຂົ້າໃໝ່ 3 ມາດຕາ, ຕັດອອກ 12 ມາດຕາ, ສະນັ້ນ, ຈຶ່ງເຮັດໃຫ້ໂຄງຮ່າງກົດໝາຍສະບັບປັບປຸງປະກອບດ້ວຍ 9 ພາກ, 7 ໝວດ, 65 ມາດຕາ ລາຍລະອຽດດັ່ງນີ້:

ພາກທີ I ບົດບັນຍັດທົ່ວໄປ ປະກອບດ້ວຍ 10 ມາດຕາ.

ພາກທີ II ປະເພດຊັບສິນຂອງລັດ ປະກອບດ້ວຍ 5 ມາດຕາ

ພາກທີ III ການຄຸ້ມຄອງ, ການນຳໃຊ້, ການປົກປັກຮັກສາ, ການະພັດທະນາ ແລະ ການສະສາງຊັບສິນຂອງລັດ ປະກອບດ້ວຍ 4 ໝວດ, 28 ມາດຕາ.

ພາກທີ IV ລາຍຮັບຊັບສິນຂອງລັດ ປະກອບດ້ວຍ 2 ມາດຕາ.

ພາກທີ V ຂໍ້ຫ້າມ ປະກອບດ້ວຍ 3 ມາດຕາ.

ພາກທີ VI ການຄຸ້ມຄອງ ປະກອບດ້ວຍ 3 ມາດຕາ.

ພາກ VII ງົບປະມານ, ເຄື່ອງແບບ, ກາໝາຍ ແລະ ຕາປະທັບ ປະກອບດ້ວຍ 2 ມາດຕາ.

ພາກທີ VIII ນະໂຍບາຍຕໍ່ຜູ້ມີຜົນງານ ແລະ ມາດຕະການຕໍ່ຜູ້ລະເມີດ ປະກອບດ້ວຍ 2 ມາດຕາ.

ພາກທີ IX ບົດບັນຍັດສຸດທ້າຍ ປະກອບດ້ວຍ 2 ມາດຕາ.

(ຂ່າວ-ພາບ: ຕຸໄລເພັດ ພິມເມືອງ )

LEAVE A REPLY

Please enter your comment!
Please enter your name here