ຂ່າວຕ່າງປະເທດລາຍງານ ເມື່ອວັນທີ 30 ມິຖຸນາທີ່ຜ່ານມານີ້, ທ່ານ ດຣ ເທຣໂດສ ອາດຮານອມ ເກເບຣເຢຊຸສ ຜູ້ອຳນວຍການອົງການອະນາໄມໂລກ (WHO) ໄດ້ອອກຖະແຫຼງການກ່ຽວກັບສະຖານະການການແຜ່ລະບາດຂອງພະຍາດໝາກສຸກລິງລະບຸວ່າ ການພົບຜູ້ປ່ວຍເພີ່ມຂຶ້ນຢ່າງຕໍ່ເນື່ອງນັບຕັ້ງແຕ່ຕົ້ນເດືອນພຶດສະພາທີ່ຜ່ານມາເປັນສັນຍານວ່າ ການແຜ່ລະບາດຂອງພະຍາດຍັງຄົງຕົວ ແລະ ການກໍ່ຕົວລັກສະນະນີ້ມີທ່າອ່ຽງເພີ່ມຄວາມສ່ຽງສູງໃຫ້ແກ່ກຸ່ມປະເທດທີ່ອ່ອນແອ ລວມເຖິງເດັກນ້ອຍ ຊຶ່ງມີບັນຫາເລື່ອງລະບົບພູມຄຸ້ມກັນ ແລະ ແມ່ຍິງຖືພາ.

ທັງນີ້, WHO ກໍາລັງຮວບຮວມຂໍ້ມູນເພີ່ມເຕີມກ່ຽວກັບບົດລາຍງານການພົບເດັກນ້ອຍທີ່ປ່ວຍເປັນພະຍາດໝາກສຸກລິງໃນແອັສປາຍ, ຝຣັ່ງ ແລະ ອັງກິດ ເຖິງຢ່າງໃດກໍຕາມ, ອາການຂອງຜູ້ປ່ວຍເດັກ ນ້ອຍບໍ່ຮຸນແຮງປານໃດ. ຂະນະດຽວກັນ, WHO ກໍາລັງຈັດເຮັດກົນໄກການບໍລິຫານຈັດການວັກຊິນປ້ອງກັນພະຍາດໝາກສຸກລິງ ເພື່ອໃຫ້ມີການແຈກຈ່າຍຢ່າງທົ່ວເຖິງສຳລັບກຸ່ມທີ່ສ່ຽງຕໍ່ພະຍາດໝາກສຸກລິງ ຫຼັງຈາກຫຼາຍປະເທດລວມເຖິງອາເມຣິກາ ແລະ ອັງກິດສະແດງຄວາມພ້ອມແບ່ງປັນວັກຊິນດັ່ງກ່າວ ຊຶ່ງມີປະສິດທິພາບຕໍ່ພະຍາດໝາກສຸກລິງໃນລະດັບປະມານ 85%.

LEAVE A REPLY

Please enter your comment!
Please enter your name here