ງານຕະຫຼາດນັດແຮງງານປະຈຳປີ 2022

0
348

ງານຕະຫຼາດນັດແຮງງານ ແລະ ງານວາງສະແດງສິນຄ້າປະຈຳປີ 2022 ໄດ້ຈັດຂຶ້ນໃນວັນທີ 1 ກໍລະກົດ ນີ້ ທີ່ສະຖາບັນຂົງຈື ມະຫາວິທະຍາໄລແຫ່ງຊາດ (ມຊ), ໂດຍເປັນກຽດເຂົ້າຮ່ວມຂອງ ທ່ານ ຮຸ່ງເພັດ ຈັນທະວົງ ຮອງອະທິການບໍດີ ມຊ, ທ່ານ ເສີນຊິນຫຼູ ປະທານສະພາການຄ້າກວາງຊີ ປະຈໍາລາວ, ຫົວໜ້າຫ້ອງການ, ຜູ້ອຳນວຍການສະຖາບັນ, ຫົວໜ້າບໍລິສັດ-ລັດວິສາຫະກິດລາວ-ຈີນ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ທ່ານ ຮຸ່ງເພັດ ຈັນທະວົງ ກ່າວວ່າ: ງານຕະຫຼາດນັດແຮງງານຂອງສະພາການຄ້າກວາງຊີໄດ້ຈັດທຸກປີ ຊຶ່ງເລີ່ມຈັດຄັ້ງທໍາອິດໃນປີ 2020, ມີນັກຮຽນນັກສຶກສາໄດ້ເຂົ້າເຮັດວຽກນໍາບັນດາບໍລິສັດ ເຖິງຈໍານວນ 400 ກວ່າຕໍາແໜ່ງ ຫຼາຍກວ່າ 24 ບໍລິສັດເຂົ້າຮ່ວມ, ປີ 2021 ຜ່ານມາເນື່ອງຈາກສະພາບການແຜ່ລະບາດຂອງເຊື້ອພະຍາດໂຄວິດ-19 ຈຶ່ງເຮັດໃຫ້ງານໄດ້ຖືກເລື່ອນມາຈັດໃນຄັ້ງນີ້ ຊຶ່ງເປັນຄັ້ງທີ 2 ມີບໍລິສັດເຂົ້າຮ່ວມຈໍານວນ 29 ບໍລິສັດ, ມີຄວາມຕ້ອງການພະນັກງານຈໍານວນບໍ່ຫຼຸດ 1.000 ຕໍາແໜ່ງງານ ໃນທຸກສາຂາວິຊາຊີບ ຖືເປັນໂອກາດອັນດີທີ່ສຸດໃຫ້ແກ່ນັກສຶກສາທີ່ກໍາລັງຈະຈົບການສຶກສາ ແລະ ຜູ້ທີ່ຊອກວຽກເຮັດງານທໍາໄດ້ມີໂອກາດມາບ່ອນດຽວ ເພື່ອມາຊອກວຽກທີ່ຖືກຕ້ອງກັບຄວາມມຸ່ງຫວັງຂອງຕົນເອງ ແລະ ກໍເປັນການເປີດໂອກາດໃຫ້ແກ່ນັກສຶກສາ ມຊ ທົ່ວໄປໄດ້ເປີດໂລກະທັດ ແລະ ຮູ້ຈັກບັນດາບໍລິສັດຕ່າງໆ ເພື່ອເປັນເປົ້າໝາຍໃຫ້ຕົນເອງໃນອະນາຄົດ. ການຈັດງານຕະຫຼາດນັດແຮງງານໃນຮູບແບບນີ້ຫວັງໃຫ້ມີການຈັດເປັນປະຈໍາໃນແຕ່ລະປີຢູ່ຕາມແຕ່ລະຄະນະວິຊາເພື່ອຍາດແຍ່ງການຊ່ວຍເຫຼືອຕ່າງໆມາໃຫ້ແກ່ນັກຮຽນນັກສຶກສາ ມຊ.

ທ່ານ ເສີນຊິນຫຼູ ກ່າວວ່າ: ປັດຈຸບັນສະພາການຄ້າກວາງຊີໄດ້ມີຄວາມພະຍາຍາມສ້າງສາພັດທະນາເສດຖະກິດລາວໃຫ້ມີຄວາມຈະເລີນກ້າວໜ້າຂຶ້ນເລື້ອຍໆ. ການຈັດງານຕະຫຼາດນັດແຮງງານຮ່ວມມືກັບສະຖາບັນຂົງຈື ມຊ ເປັນງານໜຶ່ງທີ່ມີຄວາມໝາຍຄວາມສໍາຄັນຫຼາຍ, ການເປີດຕະຫຼາດນັດແຮງງານເປັນການສ້າງໂອກາດໃຫ້ນັກສຶກສາມີວຽກເຮັດງານທໍາ, ເປັນເວທີໃຫ້ບໍລິສັດເຄືອຂ່າຍຕ່າງໆ ແລະ ນັກສຶກສາໄດ້ມີໂອກາດສ້າງສັນແນວຄິດປະດິດສ້າງຂອງຕົນເອງໃຫ້ກ້າວສູ່ຄວາມຝັນ, ເປັນຂົວຕໍ່ເສດຖະກິດ ແລະ ຮັບໃຊ້ຊາດລາວ. ເພາະການສຶກສາແມ່ນການພັດທະນາຊັບພະຍາກອນໜຶ່ງທີ່ສໍາຄັນທີ່ສຸດ ຊຶ່ງຜູ້ຄົນທີ່ມີຄວາມຮູ້-ຄວາມສາມາດແມ່ນຊັບພະຍາກອນທີ່ສຳຄັນຕໍ່ປະເທດຊາດ ແລະ ປັດຈຸບັນນີ້, ມີນັກສຶກສາຈໍານວນຫຼວງຫຼາຍຕັ້ງໃຈຮໍ່າຮຽນ, ຕັ້ງໃຈພັດທະນາຕົນເອງ, ການຮຽນຂອງເຂົາເຈົ້າແມ່ນຢູ່ໃນລະດັບດີສົມຄວນ, ຮຽນດີ, ຮຽນເກັ່ງ, ແຕ່ເນື່ອງຈາກວ່າຄອບຄົວທຸກຍາກ ຈຶ່ງເຮັດໃຫ້ການຮຽນ, ການດໍາລົງຊີວິດພົບຄວາມຫຍຸ້ງຍາກບໍ່ສາມາດຕອບສະໜອງເຂົ້າໃນການຮຽນ. ສະນັ້ນ, ສະພາການຄ້າກວາງຊີ ຈຶ່ງໄດ້ມອບທຶນໃຫ້ນັກສຶກສາທຸກຍາກທີ່ກໍາລັງຮຽນພາສາຈີນຢູ່ສະຖາບັນຂົງຈືຈໍານວນ 100 ທຶນ.

ຂ່າວ: ບຸນອູ້ມ, ພາບ: ບຸນຕອມ

LEAVE A REPLY

Please enter your comment!
Please enter your name here