Thursday, September 19, 2024
Homeຂ່າວໜ້າໜຶ່ງຫາລືອໍານວຍຄວາມສະດວກທາງດ້ານການຄ້າ ແລະ ການຂົນສົ່ງ

ຫາລືອໍານວຍຄວາມສະດວກທາງດ້ານການຄ້າ ແລະ ການຂົນສົ່ງ

​ຄະນະກໍາມະການອໍານວຍຄວາມສະດວກທາງດ້ານການຄ້າ ແລະ ການຂົນສົ່ງ ໄດ້ຈັດກອງປະຊຸມ ເພື່ອປຶກສາຫາລືແກ້ໄຂບັນຫາທ່າບົກ ຂຶ້ນໃນວັນທີ 14 ພະຈິກ 2023 ທີ່ໂຮງແຮມເມືອງແທັງ ນະຄອນຫຼວງວຽຈັນ ໂດຍເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສີດ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງການຕ່າງປະເທດ ມີ ລັດຖະມົນຕີ ປະຈໍາສໍານັກງານນາຍົກລັດຖະມົນຕີ ລັດຖະມົນຕີກະຊວງອຸດສາຫະກໍາ ແລະ ການຄ້າ ຮອງປະທານກໍາມາທິການເສດຖະກິດ ເຕັກໂນໂລຊີ ແລະ ສິ່ງແວດລ້ອມ ສະພາແຫ່ງຊາດ ຮອງລັດຖະມົນຕີ ຮອງເຈົ້າແຂວງ ເຈົ້າຄອງນະຄອນຫຼວງວຽງຈັນ ຮອງປະທານສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດລາວ ຕາງໜ້າຈາກພາກລັດ ຜູ້ພັດທະນາທ່າບົກ ແລະ ພາກທຸລະກິດກ່ຽວຂ້ອງ ທັງສູນກາງ ແລະ ທ້ອງຖິ່ນ ແລະ ອົງການຈັດຕັ້ງສາກົນ ແລະ ສະພາການຄ້າຕ່າງປະເທດ ເຂົ້າຮ່ວມ. ກອງປະຊຸມຄັ້ງນີ້ຈັດຂຶ້ນເພື່ອລາຍງານຜົນການປຶກສາຫາລືແກ້ໄຂບັນຫາທ່າບົກ ທີ່ໄດ້ເປັນເອກະພາບກັບຂະແໜງການລັດ ທີ່ກ່ຽວຂ້ອງ ແລະ ພ້ອມນີ້ກໍໄດ້ຮັບຟັງການລາຍຈາກຜູ້ພັດທະນາທ່າບົກ 3 ແຫ່ງ​ (ທ່ານາແລ້ງ ສະຫວັນນະເຂດ ແລະ ວັງເຕົ່າ).

​ທ່ານ ສະເຫຼີມໄຊ ກົມມະສີດ ໄດ້ກ່າວວ່າ: ວຽກງານອໍານວຍຄວາມສະດວກທາງດ້ານການຄ້າ ແລະ ການຂົນສົ່ງ ແມ່ນມີພາລະບົດບາດສໍາຄັນຕໍ່ການພັດທະນາເສດຖະກິດ-ສັງຄົມ ເຊິ່ງແມ່ນວຽກຈຸດສຸມຂອງວາລະແຫ່ງຊາດວ່າດ້ວຍການແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ ໂດຍມີຈຸດປະສົງເພື່ອຫຼຸດຜ່ອນເວລາ ແລະ ຕົ້ນທຶນທາງດ້ານການຄ້າ ແລະ ການຂົນສົ່ງ ເພີ່ມຄວາມອາດສາມາດໃນການແຂ່ງຂັນຂອງ ສປປ ລາວ.

​ສະນັ້ນ ລັດຖະບານ ຈຶ່ງຕັດສິນໃຈໂຮມຄະນະກໍາມາທິການອໍານວຍຄວາມສະດວກທາງດ້ານການຄ້າ ແລະ ຄະນະກໍາມະການຂົນສົ່ງແຫ່ງຊາດ ເຂົ້າເປັນຄະນະດຽວຕາມດໍາລັດ ເລກທີ 145/ນຍ ລົງວັນທີ 14 ມີນາ 2023 ໂດຍໃສ່ຊື່ວ່າ: “ຄະນະກໍາມະການອໍານວຍຄວາມສະດວກທາງດ້ານການຄ້າ ແລະ ການຂົນສົ່ງ” ແນໃສ່ເຮັດໃຫ້ກົນໄກການປະສານງານ ແລະ ການແກ້ໄຂບັນຫາຕ່າງໆ ມີຄວາມສະດວກຄ່ອງຕົວຂຶ້ນກວ່າເກົ່າ.

​ພ້ອມດຽວກັນ ວຽກງານອໍານວຍຄວາມສະດວກທາງການຄ້າ ແລະ ການຂົນສົ່ງ ຍັງເປັນໜຶ່ງໃນບັນຫາເຄັ່ງຮ້ອງຂອງເສດຖະກິດ-ການເງິນ ບັນຫາເງິນເຟີ້ ອັດຕາແລກປ່ຽນ ລາຄາສິນຄ້າ ແລະ ໜີ້ສິນຕ່າງປະເທດ ເຊິ່ງລັດຖະບານໄດ້ມີທິດຊີ້ນໍາໃຫ້ຄະນະກໍາມະການພວກເຮົາຄົ້ນຄວ້າແກ້ໄຂບັນຫາທີ່ກ່ຽວຂ້ອງ ເພື່ອສ້າງຄວາມສະດວກໃຫ້ແກ່ການນໍາເຂົ້າ-ສົ່ງອອກສິນຄ້າ ໃຫ້ມີຄວາມວ່ອງໄວ ແລະ ຫຼຸດຜ່ອນການສິ້ນເປືອງໃຫ້ແກ່ທຸລະກິດ ເພື່ອໃຫ້ໄດ້ດັ່ງທີ່ກ່າວມາ ຈະຕ້ອງໄດ້ມີການປັບປຸງຂັ້ນຂອດການບໍລິການຕ່າງໆຂອງພາກລັດ ແລະ ຜູ້ລົງທຶນ ຫຼື ຜູ້ພັດທະນາ (ທ່າບົກ ລົດໄຟລາວ-ຈີນ ແລະ ອື່ນໆ) ໃຫ້ມີຄວາມສະດວກ ຫຼຸດຜ່ອນຄ່າໃຊ້ຈ່າຍ ແລະ ເວລາ ເພື່ອດຶດງດູດການລົງທຶນ ແລະ ເງິນຕາຈາກຕ່າງປະເທດ ໃຫ້ຫຼາຍຂື້ນ ແລະ ເພື່ອປະກອບສ່ວນໃຫ້ ສປປ ລາວ ກາຍເປັນໃຈກາງບໍລິການດ້ານໂລຊິດສະຕິກຂອງພາກພື້ນ ໃນອານາຄົດ.

​ທ່ານກ່າວຕື່ມວ່າ: ໃນໄລຍະຜ່ານມາລັດຖະບານ ໄດ້ອອກແຈ້ງການຫຼາຍສະບັບ ເພື່ອໃຫ້ກໍາມະການພວກເຮົາຄົ້ນຄວ້າແກ້ໄຂບັນຫາຂອງທ່າບົກ ພ້ອມດຽວກັນ ໃນກອງປະຊຸມຄັ້ງປະຖົມມະລຶກຂອງກໍາມະການອໍານວຍຄວາມສະດວກທາງດ້ານການຄ້າ ແລະ ການຂົນສົ່ງ ທົ່ວປະເທດ ໃນວັນທີ 21 ມິຖຸນາ 2023 ບັນຫາທ່າບົກເປັນປະເດັນຫຼັກທີ່ໄດ້ຍົກຂຶ້ນມາປຶກສາຫາລື ເຊິ່ງໄດ້ມອບໃຫ້ກອງເລຂາຄະນະກໍາມະການອໍານວຍຄວາມສະດວກທາງດ້ານການຄ້າ ແລະ ການຂົນສົ່ງ ສົມທົບກັບພາກສ່ວນກ່ຽວຂ້ອງລົງເກັບກໍາລະອຽດ ແລະ ປຶກສາຫາລືໃຫ້ເປັນເອກະພາບກ່ຽວກັບວິທີແກ້ໄຂບັນຫາ.

​ໃນກອງປະຊຸມໄດ້ເປີດເວທີປະກອບຄໍາເຫັນຕໍ່ການລາຍງານຜົນການປຶກສາຫາລື ແລະ ຮັບຟັງບັນຫາ ແລະ ຂໍ້ສະເໜີວິທີການແກ້ໄຂເພີ່ມຕື່ມ ຈາກພາກລັດ ແລະ ທຸລະກິດ ເພື່ອຈະໄດ້ມີທິດຊີ້ນໍາໃຫ້ພາກສ່ວນກ່ຽວຂ້ອງ ພິຈາລະນາປັບປຸງແກ້ໄຂ.

#vientianemai

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments