ການຝຶກອົບຮົມແມ່ນຈັດຂຶ້ນທີ່ສະຖາບັນແມ່ນໍ້າຂອງ ຈັງຫວັດ ຂອນແກ່ນ ຣາຊະອານາຈັກໄທ, ມີ ທ່ານ ນາງ ມາເຣຍ ເທຣິຊາ ຜູ້ອໍານວຍການ ADC ແລະ ວິທະຍາກອນຈາກສະຖາບັນແມ່ນໍ້າຂອງ, ການຝຶກອົບຮົມການສື່ສານລະດັບພູມມິພາກທາງດ້ານການສື່ສານ ໂດຍມີຜູ້ເຂົ້າຮ່ວມ 23 ຄົນຈາກ 3 ປະເທດ CLV ຄື: ຣາຊະອານາຈັກກຳປູເຈຍ, ສປປລາວ ແລະ ສສ ຫວຽດນາມ ທີ່ເຮັດວຽກດ້ານການສື່ສານ, ວິຊາການໃນຂະແໜງການອຸດສະຫະກຳ ການທ່ອງທ່ຽວ, ກະສິກຳ ແລະ ອົງການຈັດຕັ້ງສາກົນທີ່ກ່ຽວຂ້ອງກັບຄວາມປອດໄພທາງດ້ານອາຫານ ພາຍໃຕ້ຫົວຂໍ້: ການສື່ສານຄວາມປອດໄພທາງດ້ານອາຫານ ສະໜັບສະໜູນໂດຍກະຊວງການຕ່າງປະເທດ ແລະ ການຄ້າປະເທດນີວຊີແລນ.

ການຝຶກອົບຮົມຄັ້ງນີ້ເພື່ອເພີ່ມຂີດຄວາມສາມາດທາງວິຊາການຂອງການສື່ສານໂດຍມີຜູ້ຊ່ຽວຊານດ້ານຄວາມປອດໄພຂອງອາຫານມາໃຫ້ຄວາມຮູ້ ແລກປ່ຽນ ປະສົບການ ແລະ ທັກສະ ໂດຍໄດ້ນຳເອົາຫຼັກສູດທີ່ອອກແບບມາເພື່ອ ໃຫ້ຄວາມຮູ້ດ້ານວິທະຍາສາດຄວາມປອດໄພຂອງອາຫານ ແລະ ຄວາມສຳຄັນຂອງການຈັດຫາຂໍ້ມູນທີ່ກ່ຽວຂ້ອງກັບຫົວຂໍ້ຕ່າງໆຕໍ່ສາທາລະນະ, ການພັດທະນາທັກສະນັກຂ່າວ ແລະ ຜູ້ຊ່ຽວຊານດ້ານການສື່ສານເພື່ອເປີດເຜີຍຂໍ້ມູນຄວາມປວດໄພຂອງອາຫານ ຜ່ານຫົວຂໍ້ເຊັ່ນ: ການສຶກສາ ແລະ ການພັດທະນາທາງວິທະຍາສາດໃຫ້ເປັນສື່ສິ່ງພິມທີ່ໜ້າເຊື່ອຖື ແລະ ການສ້າງເວທີແລກປ່ຽນຄວາມຮູ້ ແນະນຳ ແນວທາງໃນການປະຕິບັດທີ່ດີໃນການ ຄວບຄຸມ ການຂຽນ ແລະ ການນຳສະເໜີຫົວຂໍ້ຕ່າງໆທີ່ກ່ຽວຂ້ອງກັບຜູ້ເຂົ້າຮ່ວມໃນ CLV.

ນັກຝຶກອົບຮົມຈາກ 3 ປະເທດກໍໄດ້ພ້ອມກັນແລກປ່ຽນບົດຮຽນກັບວິທະຍາກອນຈາກສະຖາບັນແມ່ນໍ້າຂອງທີ່ມີປະສົບການຄວາມຊໍານານງານດ້ານຄວາມປອດໄພອາຫານເຮັດໃຫ້ນັກສໍາມະນາກອນໄດ້ມີຄວາມຮູ້ ເພື່ອນຳໄປຈັດຕັ້ງຜັນຂະຫຍາຍໃນຂົງເຂດວຽກງານທີ່ຕົນເອງຮັບຜິດຊອບໃຫ້ມີປະສິດທິຜົນສູງຂຶ້ນ.

ໃນເບື້ອງສະຖາບັນແມ່ນໍ້າຂອງມີຄວາມຄາດຫວັງຢາກໃຫ້ນັກຝຶກອົບຮົມນຳເອົາຄວາມຮູ້ທີ່ໄດ້ຮຽນມາ ບວກກັບປະສົບການຂອງແຕ່ລະພາກສ່ວນໄປຈັດຕັ້ງປະຕິບັດໂດຍສະເພາະແມ່ນວຽກງານ ການສື່ສານຄວາມປອດໄພທາງດ້ານອາຫານ,ໂຄສະນາເຜີຍແຜ່ໃຫ້ຄົນໃນສັງຄົມໄດ້ຮັບຮູ້ວ່າເຖິງຂະບວນການຜະລິດກະສິກຳສະອາດກວ່າຈະມາເປັນອາຫານທີ່ປອດໄພ ເຊິ່ງໄດ້ມີຄຳເວົ້່າທີ່ວ່າ: ຖ້າມັນບໍ່ປອດໄພມັນກໍ່ບໍ່ແມ່ນອາຫານ if it’s not safe it’s not food.

ການຝຶກອົບຮົມຈາກສະຖາບັນແມ່ນໍ້າຂອງແມ່ນເລີ່ມຈັດຕັ້ງມາແຕ່ປີ 2018-2022 ຊຸດນີ້ເປັນ ຊຸດທີ່28. ຜ່ານມາໄດ້ມີນັກຝຶກອົບຮົມ 4 ປະເທດCLMVມີ 700 ກວ່າຄົນ ຍິງ 368 ຄົນກວມ 50,3%, ພາກສ່ວນພະແນກການທີ່ກ່ຽວຂ້ອງຈາກລັດຖະບານ 280 ຄົນ ກວມ 38%, ພາກສ່ວນເອກະຊົນ 337ຄົນ ກວມ 40% ແລະ ຈາກສະຖາບັນຕ່າງໆ 114ຄົນ ກວມ 16% ໂດຍສະຖາບັນແມ່ຂອງໄດ້ປະກອບສ່ວນຊ່ວຍຍົກລະດັບຄວາມຮູ້ໃຫ້ກັບບຸກຄະລາກອນໃນປະເທດ CLMV, ການຝຶກອົບຮົມດັ່ງກ່າວຈັດຂຶ້ນໃນວັນທີ27ມິຖຸນາ-1ກໍລະກົດ2022.

ຂ່າວ: ຈັນສະໜອນ ວົງສົດ – ສຸພັກສອນ ສີລາເພັດ- ພັນງາ ສຸດທິພົງ

ພາບ: ສະຖາບັນແມ່ນໍ້າຂອງ MI ຣາຊອານາຈັກໄທ
#Medialaos MMD (ແຫຼ່ງຂໍ້ມູນຈາກ: ໂທລະພາບແຫ່ງຊາດລາວ)

LEAVE A REPLY

Please enter your comment!
Please enter your name here