Friday, September 20, 2024
Homeຂ່າວຕ່າງປະເທດອີຢູ ຍັງຄົງຈັດຊື້ອາຍແກັສທຳມະຊາດຈາກຣັດເຊຍ

ອີຢູ ຍັງຄົງຈັດຊື້ອາຍແກັສທຳມະຊາດຈາກຣັດເຊຍ

ຕາມຂ່າວຈາກ ວິທະຍຸ ສາກົນ ແຫ່ງ ສປ ຈີນ, ເມື່ອບໍ່ດົນມານີ້, ທ່ານ ອາເລເຊ ມິນເລີ, ປະທານ ບໍລິສັດ ອຸດສາຫະກຳ ອາຍແກັສ ທຳມະຊາດ ຫຸ້ນສ່ວນ ຣັດເຊຍ ຢືນຢັນວ່າ: ປະເທດ ຈຳນວນໜຶ່ງ ໃນສະຫະພາບ ເອີຣົບ (ອີຢູ) ທີ່ໄດ້ກ່າວອ້າງ ຢ່າງເດັດດ່ຽວວ່າ ຈະຢຸດຊື້ ອາຍແກັສ ທຳມະຊາດ ຂອງຣັດເຊຍ ນັ້ນຍັງຄົງຊື້ ອາຍແກັສ ທຳມະຊາດ ນຳຣັດເຊຍ ຄືເກົ່າ. ປັດຈຸບັນ, ຣັດເຊຍ ຍັງຄົງ ສົ່ງອາຍແກັສ ທຳມະຊາດ ໄປເຖິງ ໂອຕຣິສ ໂດຍຜ່ານ ອູແກຣນ ເພື່ອສະໜອງ ອາຍແກັສ ທຳມະຊາດ ຈຳນວນຫລວງຫລາຍ ໃຫ້ຫລາຍປະເທດ ໃນເອີຣົບ.

ພາຍຫລັງ ວິກິດການ ອູແກຣນ ຮຸນແຮງ ຂຶ້ນແລ້ວ, ປະເທດຕາເວັນຕົກ ຈຳນວນໜຶ່ງ ໂດຍມີ ສ.ອາເມລິກາ ແລະ ສະຫະພາບ ເອີຣົບ ເປັນຜູ້ນຳໜ້ານັ້ນ ໄດ້ປະຕິບັດ ມາດຕະການ ລົງໂທດ ຫລາຍຮອບຕໍ່ ຣັດເຊຍ ໃນຂົງເຂດ ພະລັງງານ, ການທະນາຄານ ແລະ ດ້ານອື່ນໆ, ຫລາຍປະເທດ ໄດ້ປະກາດຍຸດຕິ ການນຳໃຊ້ ວັດຖຸເຊື້ອໄຟ ເຊັ່ນອາຍແກັສ ທຳມະຊາດເປັນຕົ້ນ ຂອງຣັດເຊຍ ເຊິ່ງພາໃຫ້ຫລາຍປະເທດ ສະຫະພາບເອີຣົບ ເກີດວິດກິດການ ດ້ານພະລັງງານ. ເພື່ອເປັນການຕອບໂຕ້, ຣັດເຊຍ ໄດ້ປະກາດ ໃຊ້ກົດລະບຽບ ວ່າດ້ວຍ ການຊຳລະ ສະສາງ ການຊື້-ຂາຍ ອາຍແກັສ ທຳມະຊາດ ດ້ວຍເງິນຣູບ ຂອງຣັດເຊຍ ໂດຍຮຽກຮ້ອງ ໃຫ້ປະເທດ ທີ່ບໍ່ແມ່ນປະເທດ ເພື່ອນມິດ ນຳໃຊ້ເງິນຣູບ ຊຳລະຄ່າ ອາຍແກັສ ທຳມະຊາດ.

(ບັນນາທິການຂ່າວ: ຕ່າງປະເທດ)

ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments