Friday, September 20, 2024
Homeຂ່າວພາຍໃນສຶກສາຄວາມເປັນໄປໄດ້ການພັດທະນາໂຮງງານໄຟຟ້າພະລັງແຮງລົມຢູ່ແຂວງສະຫວັນນະເຂດ

ສຶກສາຄວາມເປັນໄປໄດ້ການພັດທະນາໂຮງງານໄຟຟ້າພະລັງແຮງລົມຢູ່ແຂວງສະຫວັນນະເຂດ

ພິທີລົງນາມບົດບັນທຶກຄວາມເຂົ້າໃຈ ເພື່ອພັດທະນາໂຄງການໄຟຟ້າພະລັງງານລົມ ຢູ່ແຂວງສະຫວັນນະເຂດ ແລະ ໂຄງການສະຖານີໄຟຟ້າຍ່ອຍ 500KV ແລະ ໂຄງການລະບົບສາຍສົ່ງ ເຊື່ອມຕໍ່ໂຮງງານໄຟຟ້າພະລັງງານໝູນວຽນທີ່ແຂວງສະຫວັນນະເຂດ ກັບບັນດາປະເທດເພື່ອນບ້ານ ຈັດຂຶ້ນວັນທີ 13 ພະຈິກ 2023 ຢູ່ນະຄອນຫຼວງວຽງຈັນ ເຊິ່ງລົງນາມໂດຍທ່ານ ສະຖາບັນດິດ ອິນສີຊຽງໃໝ່ ຮອງລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ແລະ ທ່ານ ຄຳສະຫວາດ ບຸນວິ ໄລ ຜູ້ອຳນວຍການໃຫຍ່ບໍລິສັດ ນາແສງ-ວາໂຍ ພັດທະນາລົງທຶນ ຊັບພະຍາກອນທົດແທນ ຈຳກັດ ມີທ່ານ ສີນາວາ ສຸພານຸວົງ ຮອງລັດຖະມົນຕີກະຊວງພະລັງງານ ແລະ ບໍ່ແຮ່ ທ່ານ Logan Knox ອໍານວຍການບໍລິສັດ UPC Vietnam (Singapore) Pte. Ltd ທ່ານ Steve Zwaan ປະທານຜູ້ບໍລິຫານບໍລິສັດ UPC Renewables Group ພ້ອມດ້ວຍຜູ້ຕາງໜ້າຈາກສະຖານທູດ ສ ອາເມຣິກາ ອົງການ DFC ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.

ບໍລິສັດ ນາແສງ-ວາໂຍ ພັດທະນາລົງທຶນ ຊັບພະຍາກອນທົດແທນ ຈຳກັດ ແລະ ບໍລິສັດ UPC Renewables Group ໄດ້ຮັບອະນຸມັດຈາກລັດຖະບານລາວ ເພື່ອສຶກສາ ແລະ ຄົ້ນຄວ້າຄວາມເປັນໄປໄດ້ໃນການພັດທະນາໂຄງການພະລັງງານລົມ ຢູ່ເມືອງພິນ ວິລະບູລີ ແລະ ເມືອງອາດສະພອນ ແຂວງສະຫວັນນະເຂດ ສະຖານີຍ່ອຍ 500KV ແລະ ສາຍສົ່ງໄຟຟ້າເຊື່ອມຕໍ່ໄປຍັງປະເທດເພື່ອນບ້ານ ເພື່ອການຄ້າກະແສໄຟຟ້າຂ້າມຜ່ານຊາຍແດນ ເຊິ່ງບໍລິສັດ UPC Renewables Group ເປັນໜຶ່ງໃນບໍລິສັດພະລັງງານທົດແທນເອກະລາດທີ່ໃຫຍ່ທີ່ສຸດໃນຂົງເຂດອາຊີປາຊີຟິກ ໄດ້ພັດທະນາ ແລະ ດໍາເນີນການສ້າງຊັບສິນທີ່ໃຊ້ພະລັງງານລົມ ແລະ ພະລັງງານແສງຕາເວັນຫຼາຍກວ່າ 5 GW ໃນ 5 ທະວີບ ແລະ ມີທຶນລວມຫຼາຍກວ່າ 8,9 ຕື້ໂດລາສະຫະລັດ ປັດຈຸບັນ ໂຄງການດັ່ງກ່າວໄດ້ມີການພັດທະນາໂຄງການພະລັງງານລົມຢູ່ປະເທດອິນໂດເນເຊຍ ສສ ຫວຽດນາມ ມົງໂກລີ ອິນເດຍ ໄຕ້ຫວັນ ແລະ ສ ເກົາຫຼີ ລວມພະລັງງານທັງໝົດ 10 GW ບໍລິສັດ UPC Renewables Group ເປັນຜູ້ພັດທະນາພະລັງງານທົດແທນຊັ້ນນໍາໃນພາກພື້ນອາ ຊີປາຊີຟິກທີ່ມີປະສົບການຫຼາຍກວ່າ 25 ປີໃນທົ່ວໂລກ ແລະ ສະແດງໃຫ້ເຫັນປະຫວັດສາດຂອງການເປັນຜູ້ທີ່ປະສົບຜົນສໍາເລັດໃນຕະຫຼາດໃໝ່ ແລະ ແກ້ໄຂໂຄງການທີ່ສະຫຼັບຊັບຊ້ອນ.

ບໍລິສັດ UPC Renewables Group ສ້າງຕັ້ງຂຶ້ນປີ 1995 ແລະ ໄດ້ດໍາເນີນການໃນອາຊີແຕ່ປີ 2006 ເປັນຕົ້ນມາ ປັດຈຸບັນບໍລິສັດໄດ້ດໍາເນີນງານຢູ່ 9 ຫ້ອງການ ໃນ 8 ປະເທດທົ່ວພາກພື້ນອາຊີປາຊີຟິກ ດ້ວຍປະສົບການໃນການພັດທະນາບັນດາໂຄງການພະລັງງານລົມ ແລະ ຄວາມສາມາດໃນການຈັດການສະນັບສະໜູນທາງການເງິນໃຫ້ໂຄງການຈາກສະຖາບັນການເງິນສາກົນ ບໍ ລິສັດ UPC Renewables Group ຄາດວ່າຈະປະຕິບັດໂຄງການຕາມຄວາມຕ້ອງການດ້ານສິ່ງ ແວດລ້ອມສູງສຸດຂອງ ສປປ ລາວ ພ້ອມກັບມາດຕະຖານການປະຕິບັດຂອງທະນາຄານພັດທະນາອາຊີ ແລະ ອົງການການເງິນສາກົນ ຂໍ້ລິເລີ່ມດັ່ງກ່າວຈະນຳໃຊ້ຊັບພະຍາກອນ ແລະ ແຮງງານຂອງທ້ອງຖິ່ນ ເພີ່ມໂອກາດການຈ້າງງານ ແລະ ປະກອບສ່ວນເໃນການພັດທະນາສດຖະກິດສັງຄົມຂອງແຂວງສະຫວັນນະເຂດ ແລະ ສປປ ລາວ ຢ່າງໝັ້ນຄົງ.

ໂຮງງານໄຟຟ້າພະລັງງານລົມ ສະຖານີໄຟຟ້າຍ່ອຍ 500 KV ແລະ ລະບົບສາຍສົ່ງໄຟຟ້າ ຈະເປັນໜຶ່ງໃນໂຄງການລິເລີ່ມການຮ່ວມມືລະຫວ່າງບໍລິສັດ UPC Renewables Group ແລະ ທຸລະກິດທ້ອງຖິ່ນ ເຊິ່ງບໍລິສັດ UPC Renewables Group ແລະ ບໍລິສັດ ນາແສງ-ວາໂຍ ພັດທະນາລົງທຶນ ຊັບພະຍາກອນທົດແທນ ຈຳກັດ ໝັ້ນໃຈວ່າໂຄງການດັ່ງກ່າວ ຈະປະກອບສ່ວນເຮັດໃຫ້ແຂວງສະຫວັນນະເຂດ ກາຍເປັນໜຶ່ງໃນຟາມພະລັງງານລົມທີ່ໃຫຍ່ ເປັນສູນກາງໝໍ້ໄຟ ແລະ ສະຖານີຍ່ອຍ 500 KV ແລະ ລະບົບສາຍສົ່ງ ເພື່ອເຊື່ອມຕໍ່ເຂົ້າລະບົບຕາຂ່າຍໄຟຟ້າອາຊຽນໃນພາກພື້ນ ພ້ອມກັບທ່າແຮງຂອງການນຳໜ້າດ້ານປ່າໄມ້ຂຽວ ການກະສິກຳ ການປ່ອຍສິນເຊື່ອກາກບອນ ແລະ ອຸດສາຫະກຳການທ່ອງທ່ຽວນິເວດອັນອະນາຄົດອັນໃກ້ນີ້.

ໂຄງການນີ້ຄາດວ່າມີກໍາລັງຕິດຕັ້ງ 850 ເມກາວັດ ຕິດຕັ້ງເສົາກັງຫັນລົມ 100-200 ຕົ້ນ ຈະໃຊ້ເວລາໃນການສຶກສາຄວາມເປັນໄປໄດ້ 1-2 ປີ ພາຍຫຼັງການລົງນາມເປັນຕົ້ນໄປ ແລະ ຈະໃຊ້ເວລາກໍ່ສ້າງ 1-2 ປີ ໂດຍນໍາໃຊ້ທຶນປະມານ 1 ຕື້ໂດລາສະຫະລັດ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments