ກົມອຸຕຸນິຍົມ ແລະ ອຸທົກກະສາດ ໄດ້ລາຍງານສະພາບການເກີດ ແຜ່ນດິນໄຫວ ຈາກສູນຂ່າວສານແຜ່ນດິນໄຫວແຫ່ງຊາດ ຄັ້ງວັນທີ 30 ມິຖຸນາ 2022 ໃນເວລາ 00:37 ໂມງ ໄດ້ພົບສັນຍານການເກີດແຜ່ນດິນໄຫວ ພາຍໃນປະເທດລາວ ຈໍານວນ 01 ຄັ້ງ ໃນບໍລິເວນ ບ້ານນາກາງ ເມືອງວຽງທອງ ແຂວງບໍລິຄໍາໄຊ ຈຸດສູນກາງຢູ່ເສັ້ນຂະໜານທີ 18.403 ອົງສາເໜືອ ແລະ ເສັ້ນແວງທີ 104.450 ອົງສາຕາເວັນອອກ ດ້ວຍຄວາມແຮງສັ່ນສະເທືອນວັດແທກໄດ້ 3.8 ຣີກເຕີ ມີຄວາມເລິກຈາກ ເທິງໜ້າດິນປະມານ 10 ກິໂລແມັດ ເຊິ່ງຈຸດເກີດແຜ່ນດິນໄຫວແມ່ນຫ່າງ ຈາກເທສະບານເມືອງວຽງທອງ ປະມານ 10 ກິໂລແມັດ. ເຫດການແຜ່ນດິນໄຫວດັ່ງກ່າວ ເບື້ອງຕົ້ນຍັງບໍ່ມີລາຍງານຜົນເສຍຫາຍ.

ຂ່າວ-ພາບ: ກົມອຸຕຸນິຍົມ ແລະ ອຸທົກກະສາດ

#Medialaos MMD (ແຫຼ່ງຂໍ້ມູນຈາກ: ໜັງສືພິມ ສຳນັກຂ່າວສານປະເທດລາວ)

LEAVE A REPLY

Please enter your comment!
Please enter your name here