Sunday, September 22, 2024
Homeຂ່າວຕ່າງປະເທດສູນກາງພັກກອມມູນິດຈີນ ມອບລົດກວດສຸຂະພາບເຄື່ອນທີ່ ໃຫ້ສູນກາງພັກ ປປ ລາວ

ສູນກາງພັກກອມມູນິດຈີນ ມອບລົດກວດສຸຂະພາບເຄື່ອນທີ່ ໃຫ້ສູນກາງພັກ ປປ ລາວ

ໃນວັນທີ 29 ມິຖຸນາ ນີ້ ທີ່ ຄະນະພົວພັນຕ່າງປະເທດສູນກາງພັກ ໄດ້ມີພິທີ ມອບ-ຮັບ ລົດກວດສຸຂະພາບເຄື່ອນທີ່ ທີ່ສູນກາງພັກກອມມູນິດຈີນ ມອບໃຫ້ ສູນກາງພັກ ປປ ລາວ ເພື່ອໝູນໃຊ້ເຂົ້າໃນວຽກງານສາທາລະນະສຸກ ຢູ່ ສປປ ລາວ.

ໃນພິທີດັ່ງກ່າວ, ສະຫາຍ ຈຽງ ຈ້າຍຕົງ ເອກອັກຄະລັດຖະທູດວິສາມັນຜູ້ມີອໍານາດເຕັມ ແຫ່ງ ສປ ຈີນ ປະຈໍາ ສປປ ລາວ ໄດ້ຕາງໜ້າຝ່າຍຈີນ ກ່າວມອບ ແລະ ສະຫາຍ ທອງສະຫວັນ ພົມວິຫານ ກໍາມະການສູນກາງພັກ ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ ໄດ້ຕາງໜ້າໃຫ້ ສູນກາງພັກ ປປ ລາວ ເປັນຜູ້ຮັບ ໂດຍມີບັນດາສະຫາຍຕາງໜ້າຄະນະນໍາ ຈາກຫ້ອງວ່າການສູນກາງພັກ, ກົມຮັກສາສຸຂະພາບສູນກາງ ພ້ອມດ້ວຍພະນັກງານທີ່ກ່ຽວຂ້ອງ ຂອງຄະນະພົວພັນຕ່າງປະເທດສູນກາງພັກ ແລະ ສະຖານທູດ ແຫ່ງ ສປ ຈີນ ເຂົ້າຮ່ວມ.

ສະຫາຍ ທອງສະຫວັນ ພົມວິຫານ ໄດ້ຕາງໜ້າໃຫ້ ສູນກາງພັກ ປປ ລາວ ສະແດງຄວາມຂອບໃຈ ຕໍ່ການຊ່ວຍເຫຼືອຂອງ ສູນກາງພັກກອມມູນິດຈີນໃນຄັ້ງນີ້ ກໍຄືການຊ່ວຍເຫຼືອທາງດ້ານອຸປະກອນການແພດ, ຢາວັກຊິນ ແລະ ການສົ່ງທີມແພດຊ່ຽວຊານ ມາຊ່ວຍ ສປປ ລາວ ຢ່າງທັນການ ເພື່ອຮັບມືກັບການແຜ່ລະບາດ ຂອງ ພະຍາດໂຄວິດ-19 ຢູ່ ສປປ ລາວ ໃນໄລຍະຜ່ານມາ ຊຶ່ງເປັນການປະກອບສ່ວນສໍາຄັນ ເຂົ້າໃນຜົນສໍາເລັດໃນການຄວບຄຸມ ແລະ ແກ້ໄຂການແຜ່ລະບາດຂອງພະຍາດດັ່ງກ່າວ ຢູ່ ສປປ ລາວ, ທັງເປັນການສະແດງໃຫ້ເຫັນເຖິງມິດຈິດມິດໃຈ ຂອງການເປັນຄູ່ຮ່ວມຊາຕາກໍາດຽວກັນ ຂອງ ປະຊາຊົນສອງຊາດ ລາວ-ຈີນ ຢ່າງແທ້ຈິງ.

ລົດກວດສຸຂະພາບເຄື່ອນທີ່ ທີ່ຝ່າຍຈີນມອບໃຫ້ຄັ້ງນີ້, ຄະນະພົວພັນຕ່າງປະເທດສູນກາງພັກ ຈະໄດ້ມອບຕໍ່ໃຫ້ ສູນກາງພັກ ປປ ລາວ ເພື່ອນໍາໃຊ້ໃຫ້ເກີດຜົນປະໂຫຍດສູງສຸດ ໃນວຽກງານສາທາລະນະສຸກ.

ຂ່າວ-ພາບ: ສຳນານ

#Medialaos MMD (ແຫຼ່ງຂໍ້ຈາກ: ໜັງສືພິມ ປະຊາຊົນ)

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments