Sunday, September 22, 2024
Homeຂ່າວຕ່າງປະເທດອີຕາລີ ຜະເຊີນໄພແຫ້ງແລ້ງຮ້າຍແຮງສຸດໃນຮອບ70ປີ

ອີຕາລີ ຜະເຊີນໄພແຫ້ງແລ້ງຮ້າຍແຮງສຸດໃນຮອບ70ປີ

ຕາມ​ຂ່າວ​ຈາກ springnews​,ວັນ​ທີ29​ມິຖຸນາ​ນີ້, ອີ​ຕາ​ລີ ຜະ​ເຊີນ​ ໄພ​ແຫ້ງ​ແລ້ງ ຮ້າຍ​ແຮງ​ສຸດ ​ໃນ​ຮອບ70​ປີ ​ເຮັດ​ໃຫ້​ນາ​ເຂົ້າ ຢູ່​ເຂດ​ທົ່ງພຽງ ທາງ​ພາກ​ເໜືອ​ຂອງ​ປະ​ເທດ ຂາດ​ແຄນ​ນ້ຳ ສ່ຽງ​ກະທົບ​ຕໍ່ ​ການ​ປູກ​ເຂົ້າ​ ແນວ​ພັນ​ດີ ຂອງ​ອີ​ຕາ​ລີ ຫລັງ​ຈາກ ແມ່ນ້ຳ​ໂປ (Po)ຊຶ່ງເປັນແມ່ນ້ຳ ທີ່ຍາວທີ່ສຸດ ໃນປະເທດ ອີຕາລີ ໄດ້ແຫ້ງແລ້ງລົງ ຈົນກາຍເປັນ ຫາດຊາຍຍາວ ຍ້ອນຝົນ ບໍ່ຕົກ ເປັນເວລາ ດົນນານ ​ເຮັດ​ໃຫ້ ທົ່ງນາ ຢູ່​ລະຫວ່າງ ແມ່ນ້ໍາ Po ແລະ ພູ Alps ບໍ່ມີນໍ້າຖ້ວມ​ເຖິງ. ທັງ​ທີ່​ປົກກະຕິ ຈະ​ມີ​ນ້ຳ​ຖ້ວມ​ທົ່ງ​ນາ 2-5 ​ຊັງ​ຕີ​ແມັດ ຊາວ​ກະ​ສິ​ກອນ​ ຢູ່​ເມືອງ​ mortar​ ແຄວ້ນ Lombardy ທາງພາກ​ເໜືອ​ ຂອງອິຕາລີ, ປູກ​ເຂົ້າ ສາຍ​ພັນ Arborio ທີ່​ໃຊ້​ເຮັດ risottos ຊຶ່ງ​ເປັນ​ເຂົ້າພັດ ທີ່ມີຊື່ສຽງ ຫລາຍສັດຕະວັດ ໃນອິຕາລີ. ຂະນະ​ນີ້ ​ຕົ້ນ​ເຂົ້າ ​ເກືອບ​ທັງ​ໝົດ ພວມ​ຢືນ​ຕົ້ນຕາຍ ​ເພາະ​ບໍ່​ມີ​ນ້ຳ ມາ 2ອາທິດ​ແລ້ວ ​ເຫລືອ​ຕົ້ນ​ເຂົ້າ ພຽງ10% ທີ່​ຍັງ​ລອດ ​ແລະ ຕ້ອງ​​ໄດ້​ນ້ຳ​ ພາຍ​ໃນ2-3ວັນ ຖ້າ​ບໍ່​ດັ່ງນັ້ນ ຈະ​ຢືນ​ຕາຍ​ ເຊັ່ນ​ກັນ.

ແມ່ນ້ໍາ Po ແລະ ​ແມ່​ນ້ຳ Dora Baltiaທີ່​ເປັນ​ແຫ​ລ່ງ ນ້ຳ​ຫລັກຂອງ​ພື້ນ​ທີ່​ ທາງ​ເໜືອ ມີ​ລະດັບ​ນ້ຳ ຕ່ຳ​ກວ່າ​ ປົກກະຕິ ​ເຖິງ 8​ເທົ່າ. ສ່ວນສະມາຄົມ ຊົນລະປະທານ ອີ​ຕາ​ລີ ​ເປີດ​ເຜີຍ​ວ່າ: ອັດຕາ ​ນ້ຳໄຫລ​ ໃນ​ຂະນະ​ນີ້ ​ເຫລືອ​ພຽງ 30.000-60.000 ລິດ​ຕໍ່ ວິນາທີ ຈາກ​ປົກກະຕິ 160.000 ລິດ​ຕໍ່​ ວິນາທີ ​ເຮັດ​ໃຫ້​ຕ້ອງ ​ຢຸດ​ຈ່າຍ​ນ້ຳ ​ໃຫ້​ແກ່ ສວນ​ພືດ ສຳຮອງ ​ໂດຍ​ສະ​ເພາະ ​ໝາກ​ໄມ້​ ກິນ​ໝາກ ​ເພື່ອ​ໃຫ້​ຄວາມ​ສຳຄັນ​ ກັບ​​ຕົ້ນເຂົ້າ​ ໃນ​ທົ່ງນາ ​ເປັນ​ອັນ​ດັບ​ ທຳ​ອິດ.ນອກ​ນນີ້ ຍັງ​ເກີດ​ ຄວາມ​ຂັດ​ແຍ້​ງກັນ ລະຫວ່າງ ​ໂຮງ​ໄຟຟ້າ​ ພະລັງງານ​ນ້ຳ ​ຢູ່​ຕົ້ນນ້ຳ ກັບ​ຊາວ​ກະສິກອນ ຢູ່​ລຸ່ມ​ນ້ຳ ພວມ​ຂາດ​ແຄນ​ນ້ຳ​ ຢ່າງ​ໜັກ.ນອກ​ນີ້ ຍັງ​ສັ່ງ​ປິດ​ ນ້ຳພຸ ສາທາລະນະ ​ເພື່ອ​ປະຢັດ​ນ້ຳ./. (ພາກ​ຂ່າວ: ຕ່າງປະ​ເທດ)

ຮຽບຮຽງ​ຂ່າວ​ໂດຍ ສະ​ໄຫວ ລາດ​ປາກ​ດີ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments