Sunday, September 22, 2024
Homeຂ່າວຕ່າງປະເທດຈີນ ປະສົບຜົນສຳເລັດ ເປັນຄັ້ງທຳອິດໃນການປັບປຸງລະບົບນິເວດ

ຈີນ ປະສົບຜົນສຳເລັດ ເປັນຄັ້ງທຳອິດໃນການປັບປຸງລະບົບນິເວດ

ອີງຕາມໜັງສືພິມ ໂກໂບທາມຂອງຈີນ ລາຍງານ ເມື່ອອາທິດນີ້ວ່າ: ສປ ຈີນ ປະສົບຜົນສຳເລັດຢ່າງໃຫຍ່ຫລວງ ໃນການປັບປຸງລະບົບນິເວດຢູ່ນະຄອນຫລວງປັກກິ່ງ ໃນຫລາຍປີຜ່ານມາ ໂດຍສະເພາະ ປີ 2021 ບັນດາທາດມົນລະພິດ ທາງອາກາດທີ່ສຳຄັນ ໄດ້ຜ່ານມາດຖານຄຸນນະພາບອາກາດ ແຫ່ງຊາດຈີນ.

ທ່ານ ສາຍ ຊື ເລຂາຄະນະພັກ ເທສະບານປັກກິ່ງ ຂອງພັກກອມມູນິດຈີນ ໄດ້ນຳສະເໜີ ບົດລາຍງານ ຕໍ່ກອງປະຊຸມພັກເທສະບານປັກກິ່ງ ຄັ້ງທີ 13 ໂດຍໄດ້ຍົກໃຫ້ ເຫັນວ່າ ໃນໄລຍະ 5 ປີຜ່ານມາ, ເຂດນະຄອນປັກກິ່ງ ໄດ້ມີການປັບປຸງ ລະບົບນິເວດວິທະຍາຢ່າງຫລວງຫລາຍ ແລະ ໄດ້ຮັບປະສິດທິຜົນດີຂຶ້ນ ຢ່າງວ່ອງໄວ ເຫັນໄດ້ຈາກສົ່ງຜົນໃຫ້ ສະພາບອາກາດດີຂຶ້ນ, ລະດັບຄວາມໜາແໜ້ນ ຂອງຝຸ່ນລະອອງຂະໜາດ ບໍ່ເກີນ 2,5 ໄມຄຣອນ (PM2.5) ໃນປີ 2021 ຫລຸດລົງເຫລືອ 33 ມິໂກຣກຣາມ ຕໍ່ແມັດກ້ອນ ໝາຍຄວາມວ່າ ຫລຸດລົງ 43,1% ເມື່ອທຽບໃສ່ປີ 2017 ຜ່ານມາ, ເຮັດໃຫ້ປະຊາຊົນ ສາມາດຫລຽວເຫັນທ້ອງຟ້າ ທີ່ເປັນສີຟ້າ ແລະ ມີກ້ອນເມກຂາວ ຫລາຍກວ່າແຕ່ກ່ອນ.

ໃນຂະນະດຽວກັນ, ຂໍ້ມູນຈາກ ຫ້ອງການສິ່ງແວດລ້ອມ ແລະ ນິເວດວິທະຍານະຄອນຫລວງ ປັກກິ່ງ ໄດ້ຊີ້ໃຫ້ເຫັນວ່າ ມູນຄ່າຂອງສານພິດຕົ້ນຕໍ ແມ່ນ ຊຸນເຟີດິອົກຊິດ, ນິໂຕຣແຊນດິອົກຊິດ, ກາກບອນໂມໂນຊິດ ແລະ ໂອໂຊນ ສາມາດຜ່ານມາດຖານແຫ່ງຊາດຂອງຈີນ. ໂດຍຄິດໄລ່ລວມ ແລ້ວ ໃນປີ 2021, ນະຄອນຫລວງປັກກິ່ງ ມີສະພາບອາກາດດີ ຈຳນວນ 288 ວັນ. ໂຄງການສິ່ງ ແວດລ້ອມຂອງສະຫະປະຊາຊາດ ໄດ້ສະແດງຄວາມເຫັນວ່າ ສິ່ງດັ່ງກ່າວນີ້ ຖືເປັນສັນຍານທີ່ດີທີ່ສຸດ ສຳ ລັບນະຄອນຫລວງປັກກິ່ງ. ນອກຈາກນັ້ນ, ເມື່ອບໍ່ດົນມານີ້ ນະຄອນຫລວງປັກກິ່ງ ໄດ້ສຳເລັດໂຄງ ການ ຟື້ນຟູປ່າຂະໜາດໃຫຍ່, ປັດຈຸບັນ ນະຄອນຫລວງປັກກິ່ງ ມີເນື້ອທີ່ປ່າໄມ້ກວມເອົາ 44,6 % ຂອງເນື້ອທີ່ທັງໝົດ.

ແປ ແລະ ຮຽບຮຽງ ໂດຍ: ແສງທອງ ພະສະຫວັດ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments