Wednesday, October 23, 2024
Homeຂ່າວໜ້າໜຶ່ງຫາລື ການປະເມີນຜົນກະທົບໄພພິບັດ ແລະ ສະເໜີຂໍງົບຟື້ນຟູສຸກເສີນ ແຂວງທີ່ໄດ້ຮັບຜົນກະທົບ

ຫາລື ການປະເມີນຜົນກະທົບໄພພິບັດ ແລະ ສະເໜີຂໍງົບຟື້ນຟູສຸກເສີນ ແຂວງທີ່ໄດ້ຮັບຜົນກະທົບ

ຄະນະກຳມະການຄຸ້ມຄອງໄພພິບັດຂັ້ນສູນກາງ ຈັດກອງປະຊຸມ ເພື່ອປຶກສາຫາລື ເອ ກະພາບກ່ຽວກັບການປະເມີນຜົນກະທົບ, ຜົນເສຍຫາຍ ແລະ ການສະເໜີຂໍການຟື້ນຟູສຸກເສີນ ໃຫ້ບັນດາແຂວງທີ່ໄດ້ຮັບຜົນກະທົບຈາກໄພພິບັດ ໄລຍະທ້າຍເດືອນກໍລະກົດ ຫາ ເດືອນສິງຫາ 2023 ໂດຍມີ ທ່ານ ພົນເອກ ຈັນສະໝອນ ຈັນຍາລາດ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດ, ທັງເປັນປະທານຄະນະກຳມະການ ຄຸ້ມຄອງໄພພິບັດຂັ້ນສູງກາງ, ມີລັດ ຖະມົນຕີ, ຫົວໜ້າກົມ, ຮອງກົມ ແລະ ພາກສ່ວນກ່ຽວຈາກບັນດາກະຊວງ ເຂົ້າຮ່ວມ.

ທ່ານ ພົນເອກ ຈັນສະໝອນ ຈັນຍາລາດ ໄດ້ມີຄຳເຫັນວ່າ: ໃນໄລຍະຜ່ານມາ ຄະນະກຳ ມະການຄຸ້ມຄອງໄພພິບັດຂັ້ນສູນກາງ ໄດ້ສົມທົບກັບຂະແໜງການທີ່ກ່ຽວຂ້ອງ ດຳເນີນການການລົງເຮັດວຽກຮ່ວມກັບຂັ້ນແຂວງ ເພື່ອເບິ່ງຄືນໂຕເລກການປະເມີນຜົນກະທົບ, ຄວາມເສຍຫາຍ ແລະ ຄວາມຕ້ອງການ ໃນການຟື້ນຟູຫລັງໄພພິບັດ ຢູ່ 3 ແຂວງ ທີ່ໄດ້ຮັບຜົນເສຍຫາຍໜັກໜ່ວງ ຄື: ແຂວງບໍລິຄຳໄຊ, ຄຳມ່ວນ ແລະ ແຂວງສະຫວັນນະເຂດ. ສ່ວນອີກ 9 ແຂວງ ແມ່ນໄດ້ມອບໃຫ້ຄະນະກຳມະການຄຸ້ມຄອງໄພພິບັດຂັ້ນແຂວງ ຮ່ວມກັບອົງການປົກຄອງທ້ອງຖິ່ນ ດຳເນີນການປະເມີນຄືນ ແລະ ຢັ້ງຢືນຂໍ້ມູນຜົນເສຍຫາຍ ແລະ ຄວາມຕ້ອງການໃນການຟື້ນຟູ ສົ່ງໃຫ້ຄະນະກຳມະການຄຸ້ມຄອງໄພພິບັດຂັ້ນສູນກາງ ສັງຮວມ ເພື່ອຄົ້ນຄວ້າພິຈາລະນາ ສະເໜີລັດຖະບານໃນການແກ້ໄຂສຸກເສີນ ໂດຍສະເພາະບັນດາກິດຈະກຳ ແລະ ໂຄງການທີ່ແຂວງ ໄດ້ມີການແກ້ໄຂສຸກເສີນໄປກ່ອນ ເພື່ອການຊ່ວຍເຫລືອສຸກເສີນທາງດ້ານມະນຸດສະທໍາ ໃຫ້ທັນສະພາບການ.

ພ້ອມນີ້, ທ່ານ ວົງຄຳ ວັນທານຸວົງ ຫົວໜ້າກົມສັງຄົມສົງເຄາະ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ໄດ້ໃຫ້ຮູ້ວ່າ: ໃນລະຫວ່າງເດືອນກໍລະກົດ ຫາສິງຫາ 2023 ເກີດມີໄພພິບັດ (ນ້ຳຖ້ວມ) ຢູ່ບັນດາແຂວງພາກເໜືອ, ພາກກາງ ແລະ ພາກໃຕ້, ມີ 12 ແຂວງທີ່ໄດ້ຮັບຜົນກະທົບ ຄື: ນະຄອນຫລວງວຽງຈັນ, ແຂວງບໍ່ແກ້ວ, ຫລວງພະບາງ, ຫົວພັນ, ໄຊຍະບູລີ, ຊຽງຂວາງ, ວຽງຈັນ, ບໍລິຄຳໄຊ, ຄຳມ່ວນ, ສະຫວັນນະເຂດ, ຈຳປາສັກ ແລະ ແຂວງໄຊສົມບູນ. ໃນນັ້ນ, ມີ 69 ເມືອງ, 590 ບ້ານ, 29.735 ຄອບຄົວ, 134.775 ຄົນ, ຍິງ 64.050 ຄົນ, ບາດເຈັບ 2 ຄົນ, ເສຍຊີວິດ 2 ຄົນ, ຄິດເປັນມູນຄ່າເສຍຫາຍ ທັງໜົດ 1.037 ຕື້ກວ່າກີບ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments