Tuesday, October 22, 2024
Homeຂ່າວການເມືອງຄະນະຕິດຕາມກວດກາຮ່ວມ 3 ສະພາແຫ່ງຊາດ ກໍາປູເຈຍ, ລາວ ແລະ ຫວຽດນາມ ສືບຕໍ່ເຄື່ອນໄຫວເຮັດວຽກຢູ່ ຣາຊະອານາຈັກກຳປູເຈຍ

ຄະນະຕິດຕາມກວດກາຮ່ວມ 3 ສະພາແຫ່ງຊາດ ກໍາປູເຈຍ, ລາວ ແລະ ຫວຽດນາມ ສືບຕໍ່ເຄື່ອນໄຫວເຮັດວຽກຢູ່ ຣາຊະອານາຈັກກຳປູເຈຍ

(ສພຊ) ວັນທີ 19 ຕຸລາ ນີ້ ຄະນະຕິດຕາມກວດກາຮ່ວມ ຂອງ 3 ສະພາແຫ່ງຊາດ ກໍາປູເຈຍ, ລາວ ແລະ ຫວຽດນາມ (CLV) ໄດ້ສືບຕໍ່ເຄື່ອນໄຫວເຮັດວຽກ ຢູ່ແຂວງຊຽງແຕ, ຣາຊະອານາຈັກກໍາປູເຈຍ ຊຶ່ງຄະນະຜູ້ແທນ ຂອງສະພາແຫ່ງຊາດ ແຫ່ງ ຣາຊະອານາຈັກ ກໍາປູເຈຍ ນຳໂດຍ ທ່ານ ສຸ ຍາລາ ປະທານຄະນະກຳມາທິການການຕ່າງປະເທດ, ການຮ່ວມມືສາກົນ, ສື່ ແລະ ຂໍ້ມູນຂ່າວສານ ພ້ອມດ້ວຍຄະນະ; ຄະນະຜູ້ແທນ ຂອງສະພາແຫ່ງຊາດ ແຫ່ງ ສປປ ລາວ ນຳໂດຍ ທ່ານ ລິນຄໍາ ດວງສະຫວັນ ປະທານກໍາມາທິການເສດຖະກິດ, ເຕັກໂນໂລຊີ ແລະ ສິ່ງແວດລ້ອມ ພ້ອມດ້ວຍຄະນະ; ຄະນະຜູ້ແທນ ຂອງສະພາແຫ່ງຊາດ ແຫ່ງ ສສ ຫວຽດນາມ ນຳໂດຍ ທ່ານ ຫວູ ຮາຍ ຮ່າ ປະທານກຳມາທິການການຕ່າງປະເທດ ສະພາແຫ່ງຊາດ ແຫ່ງ ສສ ຫວຽດນາມ. ຈຸດປະສົງ ເພື່ອຊຸກຍູ້ ແລະ ສົ່ງເສີມການຕິດຕາມກວດກາສະພາບການ, ຄວາມຄືບໜ້າ ຂອງການຈັດຕັ້ງປະຕິບັດບັນດາຂໍ້ຕົກລົງແຜນປະຕິບັດງານ ແລະ ໂຄງການຮ່ວມມື ໃນເຂດສາມຫຼ່ຽມພັດທະນາ ເປັນຕົ້ນແມ່ນຂົງເຂດວຽກງານການຕ່າງປະເທດ, ເສດຖະກິດ, ການຄ້າ, ການລົງທຶນ, ໂຄງລ່າງພື້ນຖານ, ການຂົນສົ່ງ, ແຮງງານ, ການສຶກສາ, ສາທາລະນະສຸກ, ການທ່ອງທ່ຽວ ແລະ ວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ຊຶ່ງລັດຖະບານ ຂອງສາມປະເທດ ໄດ້ຕົກລົງຮ່ວມກັນ.

ໃນການເຄື່ອນໄຫວເຮັດວຽກຄັ້ງນີ້, ຄະນະຕິດຕາມກວດກາຮ່ວມ ຂອງ 3 ສະພາແຫ່ງຊາດ ກໍາປູເຈຍ, ລາວ ແລະ ຫວຽດນາມ (CLV) ໄດ້ຈັດກອງປະຊຸມພົບປະຮ່ວມກັບ ຜູ້ຕາງໜ້າຈາກກະຊວງການຕ່າງປະເທດ, ຄະນະນຳຂອງແຂວງຊຽງແຕງ, ມົນດໍຄີຣີ, ຣັດຕະນະຄີຣີ ແລະ ກຣະເເຈະ ໂດຍໄດ້ຮັບຟັງການລາຍງານຈາກພາກສ່ວນຕ່າງໆກ່ຽວກັບສະພາບລວມ, ຜົນສຳເລັດ, ຂໍ້ຄົງຄ້າງ ແລະ ວິທີການແກ້ໄຂໃນຕໍ່ໜ້າ ຕໍ່ກັບສະພາບການຈັດຕັ້ງປະຕິບັດວຽກງານດ້ານການພັດທະນາວຽກງານເສດຖະກິດ, ວັດທະນະທຳ-ສັງຄົມ ແລະ ວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ໃນເຂດສາມຫຼ່ຽມພັດທະນາ CLV ໃນໄລຍະຜ່ານມາ. ພ້ອມນັ້ນ, ທ່ານ ທ່ານ ລິນຄໍາ ດວງສະຫວັນ ກໍໄດ້ມີຄຳເຫັນຕໍ່ກອງປະຊຸມ ຊຶ່ງທ່ານໄດ້ຕີລາຄາສູງ ແລະ ສະແດງຄວາມຊົມເຊີຍ ຕໍ່ການລາຍງານ ຂອງຜູ້ຕາງໜ້າຈາກກະຊວງການຕ່າງປະເທດ, ບັນດາແຂວງ ແລະ ພະແນກການທີ່ກ່ຽວຂ້ອງຂອງບັນດາແຂວງ ໃນເຂດ CLV ຂອງກຳປູເຈຍ ກ່ຽວກັບການຈັດຕັ້ງປະຕິບັດບັນດາສັນຍາ, ສົນທິສັນຍາ, ນິຕິກຳ ແລະ ບັນດາເອກະສານຕ່າງໆ ທີ່ລັດຖະບານ ຂອງສາມປະເທດ ໄດ້ລົງນາມຮ່ວມກັນ ເປັນຕົ້ນແມ່ນແຜນປະຕິບັດງານ ວ່າດ້ວຍການເຊື່ອມຈອດດ້ານເສດຖະກິດຮອດປີ 2030, ແຜນແມ່ບົດວ່າດ້ວຍການພັດທະນາເສດຖະກິດ-ສັງຄົມ ຮອດປີ 2020 ແລະ ສະບັບປັບປຸງ ຮອດປີ 2030, ແຜນພັດທະນາການທ່ອງທ່ຽວ ເຂດສາມຫຼ່ຽມພັດທະນາ ກຳປູເຈຍ-ລາວ-ຫວຽດນາມ ສໍາລັບປີ 2020-2025 ແລະ ວິໄສທັດຮອດປີ 2030 ທີ່ໄດ້ຮັບຜົນສໍາເລັດຫຼາຍດ້ານຢ່າງຕັ້ງໜ້າ ແລະ ເປັນຮູບປະທຳ ໂດຍສະເພາະໃນຂົງເຂດວຽກງານການຕ່າງປະເທດ, ວຽກງານການຮ່ວມມືດ້ານເສດຖະກິດ ແລະ ວັດທະນະທຳ-ສັງຄົມ ແລະ ວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ແລະ ເຫັນວ່າ ຣາຊະອາຈັກກຳປູເຈຍ ແລະ ບັນດາແຂວງ ໃນຂົງເຂດ CLV ໄດ້ຮັບການພັດທະນາຂຶ້ນເປັນກ້າວໆ, ຊີວິດການເປັນຢູ່ ຂອງປະຊາຊົນ ໄດ້ຮັບການປັບປຸງດີຂຶ້ນ ແລະ ສືບຕໍ່ຮ່ວມມືກັນ ໃນຕໍ່ໜ້າ ເພື່ອນໍາຜົນປະໂຫຍດມາສູ່ ຣາຊະອານາຈັກກໍາປູເຈຍ ກໍຄື ປະຊາຊົນຂອງສາມປະເທດກໍາປູເຈຍ-ລາວ ແລະ ຫວຽດນາມ ໃນເຂດສາມຫຼ່ຽມພັດທະນາ.

ຈາກນັ້ນ, ຄະນະໄດ້ໄປຢ້ຽມຢາມເຂື່ອນໄຟຟ້າ ຊີ ຊານ 2 (Lower Se San 2 Dam) ຢູ່ແຂວງຊຽງແຕງ ແລະຢ້ຽມຢາມ ດ່ານສາກົນ ຕຣາປຽງກຽນ-ໜອງນົກຂຽນ ລະຫວ່າງ ກໍາປູເຈຍ ແລະ ລາວ ພາຍຫຼັງສໍາເລັດການເຄື່ອນໄຫວເຮັດວຽກຢູ່ຣາຊະອານາຈັກກຳປູເຈ້ຍເເລ້ວ ຄະນະຕິດຕາມກວດກາຮ່ວມ ຂອງ 3 ສະພາແຫ່ງຊາດ ກໍາປູເຈຍ, ລາວ ແລະ ຫວຽດນາມ (CLV) ຈະສືບຕໍ່ເຄື່ອນໄຫວເຮັດວຽກຢູ່ແຂວງຈໍາປາສັກ ສປປ ລາວ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments