Tuesday, October 22, 2024
Homeຂ່າວໜ້າໜຶ່ງສື່ມວນຊົນສູນກາງ ລົງຕິດຕາມຊຸກຍູ້ວຽກງານໂຄສະນາໂພຊະນາການ ທີ່ແຂວງອັດຕະປື

ສື່ມວນຊົນສູນກາງ ລົງຕິດຕາມຊຸກຍູ້ວຽກງານໂຄສະນາໂພຊະນາການ ທີ່ແຂວງອັດຕະປື

ເພື່ອແນໃສ່ໃຫ້ບັນລຸແຜນດໍາເນີນງານແຫ່ງຊາດເພື່ອແມ່ ແລະ ເດັກ 5 ປີ ຄັ້ງທີ 3 (2021-2025) ຄະນະກົມສື່ມວນຊົນ ກະຊວງຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ ຮ່ວມກັບ ກະຊວງສາທາລະນະສຸກ ໂດຍໄດ້ຮັບການສະໜັບສະໜູນຈາກ ອົງການ ຢູນິເຊັບ ໄດ້ລົງເຄື່ອນໄຫວຕິດຕາມຊຸກຍູ້ວຽກງານ ໂພຊະນາການ ຢູ່ທີ່ແຂວງ ອັດຕະປື ໃນລະຫວ່າງວັນທີ 17-19 ຕຸລາ 2023, ນໍາໂດຍ ທ່ານ ວັນນະສິນ ສິມມະວົງ ຮອງຫົວໜ້າກົມສື່ມວນຊົນ ກະຊວງ ຖວທ ແລະ ນັກຂ່າວ ຈາກ 5 ສື່ຫຼັກອ້ອມຂ້າງກະຊວງ ໃຫ້ການຕ້ອນຮັບໂດຍທ່ານ ອ໋ອງຄໍາ ຄູນສະໄໝ ຮອງຫົວໜ້າພະແນກຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ ແຂວງອັດຕະປື ພ້ອມຄະນະ.

ໂອກາດນີ້, ທ່ານ ວັນນະສິນ ສິມມະວົງ ໄດ້ກ່າວລາຍງານແຜນການເຄື່ອນໄຫວໃນຄັ້ງນີ້, ກໍເພື່ອເກັບກໍາຂໍ້ມູນກ່ຽວກັບໂພຊະນາການຂອງແມ່-ເດັກ ແລະ ການລ້ຽງດູເດັກອ່ອນ ແລະ ເດັກນ້ອຍຢູ່ພາຍໃນແຂວງອັດຕະປື ເພື່ອລາຍງານຜົນການຈັດຕັ້ງປະຕິບັດ (ຜົນສໍາເລັດ ແລະ ຂໍ້ຫຍຸ້ງຍາກ) ເພື່ອສົ່ງເສີມໂພຊະນາການຂອງແມ່-ເດັກ ແລະ ການລ້ຽງດູເດັກອ່ອນ ແລະ ເດັກນ້ອຍ ທີ່ລັດຖະບານລາວ ແລະ ອົງການຢູນິເຊັບ ຮ່ວມມືກັນຢູ່ແຂວງອັດຕະປື ຜ່ານສື່ມວນຊົນ.

ໂອກາດນີ້, ທ່ານ ອ໋ອງຄໍາ ຄູນສະໄໝ ໄດ້ກ່າວສະແດງຄວາມຕ້ອນຮັບຢ່າງອົບອຸ່ນ ພ້ອມທັງກ່າວໂດຍຫຍໍ້ກ່ຽວກັບການເຮັດໜ້າທີ່ເປັນ ກະບອກສຽງອັນແຫຼມຄົມຂອງພັກ-ລັດ, ເປັນ ສື່ກາງ-ເປັນເວທີສະແດງຄວາມຄິດເຫັນຂອງສັງຄົມ, ເຮັດໜ້າທີ່ສະໜອງຂໍ້ມູນ, ສາລະໜ້າຮູ້ ແລະ ຄວາມບັນເທີງໃຫ້ແກ່ ສັງຄົມ ໂດຍສະເພາະແມ່ນການສະໜອງຂໍ້ມູນທາງດ້ານສຸຂະພາບ, ດ້ານໂພຊະນາການ, ການຕ້ານພະຍາດຕ່າງໆ ພ້ອມອວຍພອນໄຊໃຫ້ທີມງານຄະນະສື່ມວນຊົນເຮັດສໍາເລັດໜ້າທີ່ໃນຄັ້ງນີ້.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments