Monday, October 21, 2024
Homeຂ່າວໜ້າໜຶ່ງກອງປະຊຸມຮ່ວມ ລະຫວ່າງ ຄະນະລັດຖະບານ ກັບ ຄະນະປະຈໍາສະພາແຫ່ງຊາດ ຄັ້ງທີ II ປີ 2023

ກອງປະຊຸມຮ່ວມ ລະຫວ່າງ ຄະນະລັດຖະບານ ກັບ ຄະນະປະຈໍາສະພາແຫ່ງຊາດ ຄັ້ງທີ II ປີ 2023

ເພື່ອປະຕິບັດກົນໄກການປະສານງານ ແລະ ການປຶກສາຫາລືຮ່ວມ ລະຫວ່າງ ລັດຖະບານ ແລະ ສະພາແຫ່ງຊາດ ທີ່ດຳເນີນມາເປັນປົກກະຕິ, ໃນວັນທີ 12 ຕຸລາ 2023 ທີ່ຫໍປະຊຸມແຫ່ງຊາດ, ນະຄອນຫຼວງວຽງຈັນ ໄດ້ມີກອງປະຊຸມຮ່ວມ ລະຫວ່າງ ຄະນະລັດຖະບານ ກັບ ຄະນະປະຈໍາສະພາແຫ່ງຊາດ ຄັ້ງທີ II ປີ 2023 ພາຍໃຕ້ການເປັນປະທານຮ່ວມຂອງທ່ານ ສອນໄຊ ສີພັນດອນ, ນາຍົກລັດຖະມົນຕີ ແລະ ທ່ານ ໄຊສົມພອນ ພົມວິຫານ, ປະທານສະພາແຫ່ງຊາດ; ໂດຍມີບັນດາທ່ານ ຮອງນາຍົກລັດຖະມົນຕີ, ຮອງປະທານສະພາແຫ່ງຊາດ, ສະມາຊິກລັດຖະບານ, ປະທານ-ຮອງປະທານກຳມາທິການສະພາແຫ່ງຊາດ ແລະ ຜູ້ຕາງໜ້າບັນດາກະຊວງ-ອົງການ ເຂົ້າຮ່ວມຢ່າງພ້ອມພຽງ.

ຈຸດປະສົງຂອງກອງປະຊຸມແມ່ນ ເພື່ອປຶກສາຫາລື, ແລກປ່ຽນຄຳຄິດເຫັນ ແລະ ກ້າວໄປເຖິງການສ້າງຄວາມເປັນເອກະພາບ ຕໍ່ບັນດາເນື້ອໃນ ກໍ່ຄືຫົວຂໍ້ທີ່ຢູ່ຄວາມຮັບຜິດຊອບຂອງລັດຖະບານ ທີ່ຈະນໍາເຂົ້າພິຈາລະນາໃນກອງປະຊຸມ ສະໄໝສາມັນ ເທື່ອທີ 6 ຂອງສະພາແຫ່ງຊາດ ຊຸດທີ IX ທີ່ຈະຈັດຂຶ້ນໃນຕໍ່ໜ້າ, ພ້ອມກັນນັ້ນ ກໍ່ປຶກສາຫາລື ເພື່ອເປັນເອກະພາບ ແລະ ເປັນບ່ອນອີງ ໃນການແກ້ໄຂບັນຫາຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ ແລະ ປະກົດການຫຍໍ້ທໍ້ຕ່າງໆ ແນໃສ່ເຮັດໃຫ້ປະເທດຊາດ ມີສະຖຽນລະພາບທາງດ້ານການເມືອງໜັກແໜ້ນ, ສັງຄົມມີຄວາມສະຫງົບປອດໄພ, ເສດຖະກິດມີການຂະຫຍາຍຕົວຢ່າງຕໍ່ເນື່ອງ, ຊີວິດການເປັນຢູ່ຂອງປະຊາຊົນບັນດາເຜົ່າ ໄດ້ຮັບການປັບປຸງນັບມື້ດີຂຶ້ນ, ທັງເປັນການຕິດຕາມກວດກາການເຄົາລົບ ແລະ ປະຕິບັດລັດຖະທຳມະນູນ ແລະ ກົດໝາຍ ຂອງບັນດາອົງການລັດຂັ້ນຕ່າງໆ. ນອກນັ້ນ ກໍ່ພ້ອມກັນຕີລາຄາ ແລະ ຖອດຖອນບົດຮຽນ ກ່ຽວກັບກົນໄກການປະສານງານ ລະຫວ່າງ ລັດຖະບານ ກັບ ສະພາແຫ່ງຊາດ.

ສໍາລັບເນື້ອໃນທີ່ນຳມາປຶກສາຫາລື ໃນກອງປະຊຸມຄັ້ງນີ້, ຜູ້ເຂົ້າຮ່ວມກອງປະຊຸມ ໄດ້ຮັບຟັງລາຍງານ ແລະ ພ້ອມກັນສຸມໃສ່ຄົ້ນຄວ້າ, ປຶກສາຫາລື, ປະກອບຄຳຄິດເຫັນ ແລະ ເປັນເອກະພາບ ຕໍ່ບັນຫາທີ່ສໍາຄັນ ຄື:

ລາຍງານຜົນການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ, ແຜນງົບປະມານແຫ່ງລັດ ແລະ ແຜນເງິນຕາ ໃນໄລຍະ 9 ເດືອນຕົ້ນປີ, ຄາດຄະເນໝົດປີ 2023, ທິດທາງແຜນການ 3 ເດືອນທ້າຍປີ 2023 ແລະ ສະເໜີທິດທາງແຜນການໃນປີ 2024; ແຜນຈຸດສຸມໂຄງການລົງທຶນຂອງລັດປີ 2024 ແລະ ສະເໜີບັັນຊີໂຄງການຕ້ານຕາຝັ່ງເຈື່ອນ ແລະ ໂຄງການສ້ອມແປງເສັ້ນທາງຫຼວງແຫ່ງຊາດ ແລະ ທາງຫຼວງຂອງແຂວງ ທີ່ເປັນບູລິມະສິດ ໃນປີ 2024;​ຜົນສຳເລັດພົ້ນເດັ່ນໃນການຈັດຕັ້ງປະຕິບັດ 2 ວາລະແຫ່ງຊາດ (ວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຫຍຸ້ງຍາກທາງດ້າານເສດຖະກິດ-ການເງິນ ແລະ ວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດ); ຜົນການແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ ໃນໄລຍະ 3 ເດືອນ ແລະ ສະເໜີທິດທາງມາດຕະການ ແຕ່ນີ້ຮອດໝົດປີ 2023.

ສະພາບການຈັດຕັ້ງປະຕິບັດໂຄງການສຳປະທານຕ່າງໆ ໃນໄລຍະຜ່ານມາ ແລະ ສະເໜີທິດທາງມາດຕະການໃນການຄຸ້ມຄອງໃນຕໍ່ໜ້າ, ລວມທັງ ການສະເໜີແບ່ງຂັ້ນໃນການອະນຸມັດ ແລະ ຄຸ້ມຄອງໂຄງການສຳປະທານ ລະຫວ່າງ ສູນກາງ ແລະ ທ້ອງຖິ່ນ ໃນຕໍ່ໜ້າ.

ແຜນການສ້າງ ແລະ ປັບປຸງກົດໝາຍ ໃນໄລຍະແຕ່ປີ 2024-2025, ບັນດາຫົວຂໍ້ວາລະທີ່ຕິດພັນຄວາມຮັບຜິດຊອບຂອງລັດຖະບານ ທີ່ຈະລາຍງານຕໍ່ກອງປະຊຸມ ສະໄໝສາມັນ ເທື່ອທີ 6 ຂອງສະພາແຫ່ງຊາດ ຊຸດທີ IX ແລະ ສະຫຼູບຕີລາຄາກົນໄກການປະສານງານລະຫວ່າງລັດຖະບານ ແລະ ສະພາແຫ່ງຊາດ ໃນໄລຍະຜ່ານມາ ແລະ ສະເໜີທິດທາງປັບປຸງໃນຕໍ່ໜ້າ.

ກອງປະຊຸມຄັ້ງນີ້ ດໍາເນີນດ້ວຍບັນຍາກາດ ອັນເອົາການເອົາງານ ແລະ ຮັບຜິດຊອບສູງ ສາມາດບັນລຸຜົນສໍາເລັດ ໄດ້ຕາມຈຸດປະສົງ ແລະ ຄາດໝາຍທີ່ໄດ້ກໍານົດໄວ້. ລັດຖະບານ ຈິງໃຈຮັບເອົາບັນດາຄຳຄິດເຫັນ ທີ່ຫຼາກຫຼາຍ, ສ້າງສັນ ແລະ ເປັນປະໂຫຍດ ຈາກສະພາແຫ່ງຊາດ ໃນເທື່ອນີ້ ໄປຄົ້ນຄວ້າ ປັບປຸງການປະຕິບັດພາລະໜ້າທີ່ ຂອງລັດຖະບານໃຫ້ດີຂຶ້ນ ຢ່າງບໍ່ຢຸດຢັ້ງ ແລະ ພ້ອມກັນເພີ່ມທະວີຈັດຕັ້ງປະຕິບັດໜ້າທີ່ຂອງຕົນ ບົນຈິດໃຈຫັນປ່ຽນຢ່າງແຂງແຮງ ເລິກເຊິ່ງ ຮອບດ້ານ ເພື່ອນໍາເອົາຜົນປະໂຫຍດສູງສຸດມາສູ່ປະຊາຊົນ ແລະ ປະເທດຊາດ. ກອງປະຊຸມ ໄດ້ຊີ້ນໍາໃຫ້ກະຊວງແຜນການ ແລະ ການລົງທຶນ, ກະຊວງການເງິນ, ທະນາຄານແຫ່ງ ສປປ ລາວ ແລະ ພາກສ່ວນກ່ຽວຂ້ອງ ຮີບຮ້ອນນຳເອົາຜົນກອງປະຊຸມຄັ້ງນີ້ ໄປປັບປຸງບົດລາຍງານ ພ້ອມທັງ ໃຫ້ກະຊວງກ່ຽວຂ້ອງ ແລະ ກຳມາທິການກ່ຽວຂ້ອງຂອງສະພາແຫ່ງຊາດ ສືບຕໍ່ເຮັດວຽກນຳກັນ ເພື່ອກ້າວໄປເຖິງ ສ້າງຄວາມເປັນເອກະພາບທາງດ້ານຕົວເລກຄາດໝາຍໃຫຍ່ໆ ມີບ່ອນອີງໜັກແໜ້ນ. ພ້ອມດຽວກັນນີ້, ລັດຖະບານ ຈະລົງເລິກຄົ້ນຄວ້າ ແລະ ກໍານົດມາດຕະການປະຕິບັດຕົວຈິງ ເພື່ອສູ້ຊົນບັນລຸຕົວເລກຄາດໝາຍດັ່ງກ່າວ. ໃນຕໍ່ໜ້າລັດຖະບານ ແລະ ສະພາແຫ່ງຊາດ ຈະໄດ້ສືບຕໍ່ເພີ່ມທະວີ ການຈັດຕັ້ງຜັນຂະຫຍາຍແນວທາງນະໂຍບາຍຂອງພັກ ທີ່ວາງອອກໃນແຕ່ລະໄລຍະ ເຂົ້າໃນການເຄື່ອນ ໄຫວວຽກງານຂອງຕົນ ໃຫ້ມີຄວາມໜັກແໜ້ນຂຶ້ນຕື່ມ. ພ້ອມກັນນັ້ນ, ກໍຈະໄດ້ເພີ່ມທະວີ ການຕິດຕາມຊຸກຍູ້ ການຈັດຕັ້ງປະຕິບັດ ກົດໝາຍ ແລະ ນິຕິກໍາໃຕ້ກົດໝາຍ ຢ່າງເປັນເອກະພາບ ແລະ ເຂັ້ມງວດ.

ການຈັດກອງປະຊຸມຮ່ວມລະຫວ່າງຄະນະລັດຖະບານ ແລະ ຄະນະປະຈຳສະພາແຫ່ງຊາດ ກ່ອນຈະເປີດກອງປະຊຸມສະໄໝສາມັນຂອງສະພາແຫ່ງຊາດ ແຕ່ລະຄັ້ງ ໂດຍພັດປ່ຽນກັນ ເປັນເຈົ້າພາບນັ້ນ ແມ່ນມີຄວາມສໍາຄັນຢ່າງຍິ່ງ ເປັນການທົບທວນ ແລະ ສ້າງຄວາມເປັນເອກະພາບກັນໃນດ້ານຕ່າງໆ ທັງເປັນກົນໄກເຮັດວຽກຮ່ວມກັນທີ່ດີ ແລະ ມີປະສິດທິຜົນສູງ. ຜ່ານກອງປະຊຸມ ສາມາດເຮັດໃຫ້ລັດຖະບານ ແລະ ສະພາແຫ່ງຊາດມີຄວາມເຂົ້າໃຈ, ເປັນເອກະພາບກັນ ໃນແຕ່ລະບັນຫາ ທີ່ຈະລາຍງານຕໍ່ກອງປະຊຸມສະພາແຫ່ງຊາດ, ທັງສາມາດຊ່ວຍລັດຖະບານ ກະກຽມບົດລາຍງານ ໃຫ້ສອດຄ່ອງຕາມຈຸດປະສົງ ແລະ ຄາດໝາຍ ທີ່ສະພາແຫ່ງຊາດວາງອອກ ແນ່ໃສ່ເຮັດໃຫ້ການດຳເນີນກອງປະຊຸມສະພາແຫ່ງຊາດ ແຕ່ລະຄັ້ງມີຜົນສຳເລັດ ແລະ ມີປະສິດທິຜົນ ເປັນຢ່າງດີ.

#ພາບ ແລະ ຂ່າວ: ກົມປະຊາສຳພັນ ຫສນຍ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments