Sunday, October 20, 2024
Homeຂ່າວຕ່າງປະເທດIMF ຄາດວ່າ ເສດຖະກິດໂລກກຳລັງຫຼຸດລົງໃນປີ 2023

IMF ຄາດວ່າ ເສດຖະກິດໂລກກຳລັງຫຼຸດລົງໃນປີ 2023

ຂ່າວຕ່າງປະເທດລາຍງາານ ເມື່ອບໍ່ດົນມານີ້, ກອງທຶນເງິນຕາສາກົນ (IMF) ໄດ້ເປີດເຜີຍບົດລາຍງານທ່າອ່ຽງເສດຖະກິດໂລກໃນຫົວຂໍ້: Navigating Global Divergences ໂດຍຄາດວ່າ: ການຂະຫຍາຍຕົວຂອງເສດຖະກິດທົ່ວໂລກຈະຫຼຸດລົງຈາກ 3,5% ໃນປີ 2022 ເຫຼືອ 3% ໃນປີນີ້.

ບົດລາຍງານລະບຸວ່າ: ເສດຖະກິດໂລກກຳລັງອ່ອນກຳລັງລົງ ແລະ ບໍ່ໄດ້ຂະຫຍາຍຕົວແບບກ້າວກະໂດດ ພ້ອມທັງໄດ້ຄາດຄະເນການຂະຫຍາຍຕົວໄວ້ທີ່ 2,9% ສຳລັບປີ 2024 ຫຼຸດລົງຈາກການຄາດຄະເນໄວ້ 3% ໃນເດືອນກໍລະກົດຜ່ານມາ ເນື່ອງຈາກການຟື້ນຕົວຊ້າກວ່າການຄາດຄະເນ ແລະ ໄດ້ຮັບຜົນກະທົບຈາກການແຜ່ລະບາດຂອງພະຍາດໂຄວິດ-19 ແລະ ວິກິດສະຖານະການໂລກ. ເສດຖະກິດໂລກມີການຢຸດສະງັກໃນຕະຫຼາດພະລັງງານ ແລະ ອາຫານ ຊຶ່ງເປັນຜົນມາຈາກສະຖານະການໂລກຕະຫຼອດຈົນເຖິງພາວະການເງິນເຟີ້ ໂດຍມີຄວາມກັງວົນວ່າການຂະຫຍາຍຕົວຈະຍັງຄົງເຊື່ອງຊ້າ ແລະ ບໍ່ສົມດຸນ. ການຫຼຸດລົງດັ່ງກ່າວເກີດຂຶ້ນໃນກຸ່ມປະເທດທີ່ພັດທະນາແລ້ວຫຼາຍກວ່າໃນກຸ່ມປະເທດຕະຫຼາດເກີດໃໝ່ ຫຼື ກຳລັງພັດທະນາ ໂດຍສຳລັບປະເທດທີ່ພັດທະນາແລ້ວຄາດວ່າຈະຫຼຸດລົງຈາກ 2,6% ໃນປີ 2022 ເຫຼືອ 1,5% ໃນປີ 2023 ແລະ 1,4% ໃນປີ 2024 ທ່າມກາງແຮງກະຕຸ້ນທີ່ແຂງແຮງກວ່າທີ່ຄາດຄະເນໄວ້. ສ່ວນປະເທດຕະຫຼາດເກີດໃໝ່ ແລະ ປະເທດກຳລັງພັດທະນາ ຄາດວ່າອັດຕາການຂະຫຍາຍຕົວຈະຫຼຸດລົງພຽງເລັກນ້ອຍຈາກ 4,1% ໃນປີ 2022 ເຫຼືອ 4% ໃນປີ 2023 ແລະ 2024.

ຂະນະດຽວກັນ, IMF ໄດ້ກ່າວເຕືອນວ່າ: ການແບ່ງແຍກພາກພື້ນເສດຖະສາດທີ່ມີຄວາມຮຸນແຮງເພີ່ມຂຶ້ນບໍ່ພຽງແຕ່ໝາຍເຖິງຕົ້ນທຶນທີ່ສູງຂຶ້ນສຳລັບຄວາມຈະເລີນຮຸ່ງເຮືອງລະດັບໂລກ ແຕ່ຍັງຂັດຂວາງການຮ່ວມມືພະຫຸພາຄີໃນການຈັດຫາສິນຄ້າສາທາລະນະທີ່ສຳຄັນເຊັ່ນ: ການຕໍ່ສູ້ກັບການປ່ຽນແປງຂອງສະພາບພູມອາກາດ ແລະ ພະຍາດແຜ່ລະບາດຕ່າງໆໃນອະນາຄົດ ລວມເຖິງການຮັບປະກັນຄວາມໝັ້ນຄົງດ້ານພະລັງງານ ແລະ ອາຫານ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments